ພີທີແອວ ໂຣນດິ້ງ ຈໍາກັດ ແລະ ບໍລິສັດໃນເຄືອ ມອບອຸປະກອນການແພດໃຫ້ນະຄອນຫຼວງວຽງຈັນ

    ບໍລິສັດ ພີທີແອວ ໂຣນດິ້ງ ຈໍາກັດ ແລະ ບໍລິສັດໃນເຄືອ ມອບອຸປະກອນການແພດກວດຫາເຊື້ອພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຈໍານວນ 5.000 ຊຸດ ມູນຄ່າ 250.000.000 ກີບ ຕາງໜ້າມອບຂອງທ່ານ ສີລາ ວຽງແກ້ວ ປະທານທີ່ປຶກສາກິດຕິມະສັກ ຄະນະບໍລິຫານງານ ບໍລິສັດ ພີທີແອວ ໂຣນດິ້ງ ຈໍາກັດ ແລະ ທ່ານ ນາງ ມະໂນລາ ປະເສີດ ຮອງປະທານບໍລິສັດ ພີທີແອວ ໂຣນດິ້ງ ຈໍາກັດ ຕາງໜ້າຮັບຂອງທ່ານພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ.

    ພິທີມອບອຸປະກອນການແພດດັ່ງກ່າວ ໄດ້ຈັດຂຶ້ນວັນທີ 8 ຕຸລາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!