ວັນນີ້ ຍັງກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນຈຳນວນຫຼາຍ

    ອີງຕາມການຖະແຫຼງຂ່າວຂອງ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່​ ກະຊວງສາທາລະນະສຸກ ວັນທີ 9 ຕຸລາ 2021ໃຫ້ຮູ້ວ່າ  ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 8 ຕຸລາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.081 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 425 ຄົນ (ຕິດເຊື້ອພາຍໃນ ມີ 419 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ)

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 419 ຄົນມີດັ່ງນີ້

    ຈາກນະຄອນຫຼວງ 273 ຄົນ ມີ 7 ເມືອງ ແລະ 78 ບ້ານຄື ເມືອງຈັນທະບູລີ ມີ 12 ຄົນ ໃນ 7 ບ້ານ ເມືອງສີໂຄດຕະບອງມີ 70 ຄົນ  29 ບ້ານ ເມືອງໄຊເສດຖາ ມີ 62 ຄົນ 12 ບ້ານ ເມືອງສີສັດຕະນາກ ມີ 45 ຄົນ 9 ບ້ານ ເມືອງນາຊາຍທອງ ມີ 55 ຄົນ 9 ບ້ານ ເມືອງໄຊທານີ ມີ 17 ຄົນ 5 ບ້ານ ເມືອງຫາດຊາຍຟອງ ມີ 11 ຄົນ 7 ບ້ານ

    ຫຼວງພະບາງ 51 ຄົນຄື ນະຄອນຫຼວງພະບາງ ມີ 27 ຄົນ ໃນ 12 ບ້ານ ເມືອງຊຽງເງີນ ມີ 9 ຄົນ 2 ບ້ານ ເມືອງງອຍ ມີ 6 ຄົນ 3 ບ້ານ ເມືອງຈອມເພັດ ມີ 4 ຄົນ 2 ບ້ານ ເມືອງນໍ້າບາກ ມີ 4 ຄົນ 4 ບ້ານ ເມືອງວຽງຄໍາ ມີ 1 ຄົນ

    ສະຫວັນນະເຂດ 20 ຄົນ ຄື ເມືອງອຸທຸມພອນ ມີ 5 ບ້ານ 11 ຄົນນະຄອນໄກສອນ ມີ 7 ບ້ານ 9 ຄົນ

    ແຂວງວຽງຈັນ 19 ຄົນ ຄື ເມືອງແກ້ວອຸດົມ ມີ 6 ບ້ານ 9 ຄົນ ເມືອງວັງວຽງ ມີ 4 ບ້ານ 7 ຄົນ ເມືອງຫີນເຫີບ ມີ 2 ບ້ານ 3 ຄົນ

    ບໍ່ແກ້ວ 18 ຄົນ ເມືອງຕົ້ນເຜິ້ງ ບ້ານພຽງງາມ 11 ຄົນ ບ້ານດອນມູນ 2 ຄົນ ແລະ ເຂດພິເສດ 1 ຄົນ ເມືອງຫ້ວຍຊາຍ ບ້ານມົກກະຈອກ 2 ຄົນ ບ້ານອຸດົມ  2 ຄົນ

    ບໍລິຄຳໄຊ 13 ຄົນຄື ເມືອງປາກກະດິງ ມີ 8 ຄົນ ເມືອງປາກຊັນ 5 ຄົນ 

    ຫຼວງນໍ້າທາ 7 ຄົນ ແມ່ນຄົນຈີນລັກລອບເຂົ້າເມືອງໃນຊ່ວງປີຜ່ານມາ ເພື່ອມາເຮັດວຽກຢູ່ສາມລ່ຽມຄໍາ ສ່ວນຄົນລາວ 4 ຄົນ (3 ຄົນ ແມ່ນມີອາຊີບຂັບລົດບັນທຸກ ລົດພ່ວງຍາວຢູ່ດ່ານບໍ່ເຕັນ ແລະ 1 ແມ່ນກໍາມະກອນເຂດພິເສດສາມລ່ຽມຄຳ

    ຈໍາປາສັກ 7 ຄົນ ນະຄອນປາກເຊ 3 ບ້ານ ມີ 4 ຄົນ ເມືອງປະທຸມພອນ ມີ 2 ບ້ານ 2 ຄົນ ເມືອງບາຈຽງຈະເລີນສຸກ 1 ຄົ

    ຄຳມ່ວນ 6​ ຄົນ ເມືອງທ່າແຂກ ມີ 5 ຄົນ ສູນກັກກັນເມືອງຍົມມະລາດ ມີ 1 ຄົນ

    ສາລະວັນ 3 ຄົນ ບ້ານໂນດູ ເມືອງເລົ່າງາມ ມີ 2 ຄົນ (ເປັນຄົນຫວຽດ) ບ້ານຫຼັກ 2 ເມືອງສາລະວັນ ມີ 1 ຄົນ

    ຊຽງຂວາງ 2 ຄົນ ບ້ານຫໍສິມ ເມືອງຜາໄຊ ມີ 2 ຄົນ (ນັກຮຽນ ແລະ ປະຊາຊົນ ທັງສອງຄົນແມ່ນມີຄົນໃນຄອບຄົວຕິດເຊື້ອຜ່ານມາ)

    ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ ຄື: ນະຄອນຫຼວງວຽງຈັນ 5 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

    ມາຮອດວັນທີ 8 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 28.032  ຄົນ ເສຍຊີວິດສະສົມ 26 (ໃໝ່ 2) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 295 ຄົນ.

.

   # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!