ຕົວແທນຈໍາໜ່າຍຫວຍພັດທະນາລາວ ສາຂາຫວຍພະຍານາກ ຊຸກຍູ້ນະຄອນຫຼວງວຽງຈັນ ຕ້ານໂຄວິດ-19

    ວັນທີ 8 ຕຸລາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ບົວວຽງ ຈໍາປາພັນ ປະທານບໍລິສັດ NCC Group ຈໍາກັດຜູ້ດຽວ ທັງເປັນຕົວແທນຈໍາໜ່າຍຫວຍພັດທະນາລາວ ສາຂາ ຫວຍພະຍານາກ ມອບເຂົ້າສານ ແລະ ໝີ່ໄວໆ ປະກອບສ່ວນວຽກງານຕ້ານການລະບາດພະຍາດໂຄວິດ-19 ລວມມູນຄ່າ 50.000.000 ກີບ ແລະ ມອບເງິນສົດ 250.000.000 ກີບ ສົມທົບທຶນປັບປຸງສູນສັງຄົມສົງເຄາະນະຄອນຫຼວງວຽງຈັນ ຢູ່ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຕາງໜ້າຮັບໂດຍທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!