ຄະນະສະເພາະກິດຕ້ານໂຄວິດ-19 ຂັ້ນເມືອງສີສັດຕະນາກ ລົງຊຸກຍູ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກພະຍາດໂຄວິດ

ເພື່ອເປັນການຊຸກຍູ້ຄອບຄົວທີ່ມີຜົນກະທົບຈາກການລະບາດຈາກພະຍາດໂຄວິດ-19 ໃນວັນທີ່ 1 ພຶດສະພາ 2020 ຄະນະສະເພາະກິດ ຕ້ານ ແລະ ຄຸມພະຍາດໂຄວິດ-19 ຂັ້ນເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ບຸນເມກ ວິໄລແສງ ຮອງເຈົ້າເມືອງສີສັດຕະນາກ ນວ ສົມທົບອົງການປົກຄອງບ້ານໂພນສີນວນ ລົງໄປມອບເຂົ້າສານ ໄຂ່ໄກ່ ໃຫ້ຜູ້ທີໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ເຊິ່ງເປັນປະຊາຊົນພາຍໃນບ້ານດັ່ງກ່າວ.

ໂອກາດນີ້ ທ່ານຮອງເຈົ້າເມືອງ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ຄວາມສາມັກຄິຂອງອໍານາດການປົກຄອງ ກໍຄືພໍ່ແມ່ປະຊາຊົນທີ່ເອົາໃຈໃສ່ໃນການປະຕິບັດຄໍາສັ່ງ ເລກທີ 06/ນຍ ຂອງທ່ານນາຍົກລັດຖະມົນຕີ ພ້ອມກ່າວເນັ້ນໃຫ້ແຕ່ລະຄອບຄົວ ກໍຄືປະຊາຊົນພາຍໃນເມືອງ ຈົ່ງສຶບຕໍ່ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາ ເລກທີ 06/ນຍ ຂອງທ່ານນາຍົກລັດຖະມົນຕີດ້ວຍຄວາມຮັບຜິດຊອບສູງ ພ້ອມກັນມີສະຕິລະວັງຕົວ ເພື່ອພ້ອມກັນຜ່ານຜ່າວິກິດການຄັ້ງນີ້ໄປພ້ອມກັນ.

error: Content is protected !!