
ວັນທີ 1 ພຶດສະພາ 2020 ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງແຂວງໄຊຍະບູລີ ໄດ້ນຳພາຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື COVID-19 ເມືອງຫົງສາ ເຂົ້າກວດຢ້ຽມໂຄງການໄຟຟ້າຫົງສາ ໂດຍມີທ່ານ ຄະທາຢຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ໃຫ້ການຕ້ອນຮັບ ຢູ່ທີ່ຫ້ອງປະຊຸມ 101 ສຳນັກງານໂພນຈັນ ໂດຍເນັ້ນການຈັດຫ້ອງປະຊຸມເປັນໄປຕາມມາດຕະການ ເວັ້ນໄລຍະຫ່າງທາງສັງຄົມ (Social Distancing) ເປັນສິ່ງສຳຄັນ.


ການເຂົ້າກວດຢ້ຽມໂຄງການໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມໝັ້ນໃຈໃຫ້ກັບສັງຄົມ ແລະ ຊຸມຊົນ ເມືອງຫົງສາວ່າ ບໍລິສັດໄຟຟ້າ ຫົງສາ ຈຳກັດ ແລະ ຄະນະສະເພາະກິດຂອງເມືອງຫົງສາ ສາມາດປະຕິບັດງານ ແລະ ດຳເນີນການຕາມມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ຮ່ວມກັນໄດ້ຢ່າງເຂັ້ມແຂງ ເຕັມກຳລັງຄວາມສາມາດ ແລະ ເພື່ອໃຫ້ມາດຕະການຕ່າງໆມີຜົນສຳເລັດ ແລະ ເປັນໄປຕາມທີ່ລັດຖະບານແຫ່ງ ສປປ ລາວ ກຳນົດ.
