ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ (UNFPA) ໄດ້ມອບຊຸດອຸປະກອນປ້ອງກັນພະຍາດ COVID-19 ໃຫ້ກັບກະຊວງສາທາລະນະສຸກ ໃນວັນທີ 29 ເມສາ 2020 ທີ່ກະຊວງສາທາລະນະ ມອບໂດຍທ່ານນາງ ມາຣຽມຄານ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນປະຈຳລາວ ຮັບໂດຍທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາທາລະນະສຸກ.

ອົງການອະນາໄມໂລກ ແລະ ອົງການສາກົນເພື່ອການເຄື່ອນຍ້າຍແຮງງານ (IOM) ທີ່ມີມູນຄ່າຫຼາຍກວ່າ 88.000 ໂດລາສະຫະລັດ ຫຼືປະມານ 788 ລ້ານກວ່າກີບ ເພື່ອໃຫ້ການສະໜັບສະໜູນ: 1. ແພດຜະດຸງຄັນ ແລະ ຜູ້ໃຫ້ບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ສຸນບໍລິການແມ່ ແລະ ເດັກ 2. ສະຫະພັນແມ່ຍິງລາວ 3. ສູນໄວໜຸ່ມນະຄອນຫຼວງວຽງຈັນ ແລະ 4. ສູນກາງຊາວໜຸ່ມ ປປ ລາວ ເຊິ່ງທຸກຄົນເປັນພະນັກງານແນວໜ້າທີ່ໃຫ້ການບໍລິການດ້ານສຸຂະພາບແມ່ຍິງ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ຫຼືການຮັບປະກັນການສະໜັບສະໜູນດ້ານຈິດໃຈ ໂດຍສະເພາະແມ່ນຈະເນັ້ນໜັກໃສ່ການແກ້ໄຂຄວາມຕ້ອງການຂອງແມ່ຍິງ ແລະ ເດັກຍິງທີ່ປະເຊີນກັບຄວາມບໍ່ສະເໝີພາບ ການຈຳແນກ ຄວາມຮຸນແຮງ ແລະ ການລ່ວງລະເມີດທາງເພດໃນເວລາເກີດວິກິດການ.
ເຄື່ອງດັ່ງກ່າວ ປະກອບດ້ວຍເຄື່ອງປ້ອງກັນ 190 ຊູດ ສຳລັບພະນັກງານແພດ ແລະ ຜະດຸງຄັນເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອ ຖົງມື 700 ກ່ອງໃນຈຳນວນ 50 ຄູ່ ປະເພດຂອງໜ້າກາກສຳລັບການຜ່າຕັດປະເພດ IIR 700 ກ່ອງ ໃນຈຳນວນ 50 ໜ່ວຍ ໜ້າກາກ N95.
# ຂ່າວ & ພາບ: ເພັດສະໝອນ