ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ

   ວັນທີ 4 ຕຸລາ 2021 ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ​​​ກະຊວງການຕ່າງປະ​ເທດ ໄດ້ນໍາພາຄະ​ນະ​ຜູ້​ແທນລາວ​ເຂົ້າຮ່ວມກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຄົ​ມ​ການ​ເມືອງ-ຄວາມໝັ້ນ​ຄົງ​ອາ​ຊຽນ ຄັ້ງ​ທີ 24 ກອງ​ປະ​ຊຸມ​ສະ​ພາ​ປະ​ສານ​ງານ​ອາ​ຊຽນ ຄັ້ງ​ທີ 30 ແລະ ກອງປະຊຸມ​​ລັດຖະມົນຕີຕ່າງປະເທດອາຊຽນແບບທາງໄກ ໂດຍການເປັນປະທານຂອງ ບຣູໄນ ດາຣູຊາລາມ ໃນຖານະປະທານອາຊຽນ ປີ 2021. ຈຸດປະສົງຂອງ 3 ກອງປະຊຸມດັ່ງກ່າວ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືຂອງອາຊຽນໃນໄລຍະຜ່ານມາ ແລະ ເພື່ອກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ຕຸລາ 2021 ແບບທາງໄກ.

   ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 24 ໄດ້ຮັບຊາບຄວາມຄືບໜ້າວຽກງານຂອງຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ຜົນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ພ້ອມທັງໄດ້ຊຸກຍູ້ຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ເພີ່ມຄວາມເປັນເຈົ້າການ ແລະ ນໍາພາການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ. 

   ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 30 ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດການເປັນປະທານອາຊຽນ ປີ 2021 ຂອງບຣູໄນ ດາຣູຊາລາມ ພ້ອມທັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອປ້ອງກັນ ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນວຽກອາຊຽນເພື່ອການຟື້ນຟູຮອບດ້ານ ການຈັດຊື້ຢາວັກຊິນສໍາລັບປະຊາຊົນອາຊຽນ ໂດຍນໍາໃຊ້ກອງທຶນເພື່ອການຮັບມືໂຄວິດ-19 ຂອງອາຊຽນ ການຄັດເລືອກປະເທດເຈົ້າພາບຂອງສູນອາຊຽນ ເພື່ອແກ້ໄຂເຫດສຸກເສີນດ້ານສາທາລະນະສຸກ ແລະ ພະຍາດລະບາດ ການເປີດແລວເດີນທາງອາຊຽນ ຄັງແຮອຸປະກອນການແພດສໍາລັບເຫດສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ. ພ້ອມກັນນັ້ນ ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບັນດາເອະສານ ເປັນຕົ້ນແມ່ນຮ່າງຖະແຫຼງການ ບັນດາ ເສຣິ ເບກາວັນ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ເພື່ອຮັບມືກັບໄພພິບັດ ແລະ ພາວະສຸກເສີນ ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ ແລະ ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຮ່ວມມືເສດຖະກິດສີຟ້າ ແລະ ໄດ້ຮັບຊາບບັນດາບົດລາຍງານທີ່ກ່ຽວຂ້ອງ ເພື່ອນໍາສະເໜີໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ພິຈາລະນາຮັບຮອງ ແລະ ຮັບຊາບ.

   ໃນວັນດຽວກັນ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຊຶ່ງກອງປະຊຸມກໍໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນຂະບວນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາບູລິມະສິດຂອງການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ປີ 2021. ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືຂອງອາຊຽນກັບຄູ່ຮ່ວມມືພາຍນອກ ໂດຍຢໍ້າຄືນບົດບາດຄວາມເປັນແກນກາງ ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ນຳພາ. ບັນດາລັດຖະມົນຕີຕ່າງປະເທດອາຊຽນຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະຄວາມພະຍາຍາມໃນການຮັບມື ແລະ ແກ້ໄຂຜົນກະ ທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ໃນພາກພື້ນ.

error: Content is protected !!