ຮ້ານຂາຍເຄື່ອງຍ່ອຍຢູ່ແຂວງເຊກອງ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19

    ຄືພວກເຮົາຫຼາຍຄົນຮູ້ນໍາກັນແລ້ວວ່າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ກໍຄືປັດຈຸບັນ ໄດ້ສົ່ງຜົນເຮັດໃຫ້ຫຼາຍໆກິດຈະການໄດ້ປິດໂຕລົງ ຫຼືຢຸດໃຫ້ບໍລິການຊົ່ວຄາວ ເຊັ່ນ: ຕະຫຼາດສົດ ຮ້ານອາຫານ ແລະ ຮ້ານຂາຍເຄື່ອງຍ່ອຍຕ່າງໆ ແລະ ສະຖາບັນຕ່າງໆເຊັ່ນ: ໂຮງຮຽນ ໄດ້ໂຈະການຮຽນ-ການສອນຊົ່ວຄາວ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໃນນີ້ ກິດຈະການຮ້ານຂາຍເຄື່ອງຍ່ອຍ “ ຮ້ານວັນນາ “ ທີ່ຕັ້ງຢູ່ບ້ານເພຍໃໝ່ ເມືອງລະມາມ ແຂວງເຊກອງ ກໍເປັນອີກໜຶ່ງຮ້ານທີ່ໄດ້ຮັບຜົນທົບບໍ່ໜ້ອຍ.

    ທ່ານ ນາງ ເອັນ ຜູ້ປະກອບການຮ້ານຂາຍເຄື່ອງຍ່ອຍ “ ຮ້ານວັນນາ “ ໄດ້ໃຫ້ສໍາພາດໃນວັນທີ 5 ຕຸລາ 2021 ວ່າ: ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ລາມອອກສູ່ວົງກວ້າງທັງພາຍໃນ ແລະຕ່າງປະເທດ ໂດຍສະເພາະກໍຄືແຂວງເຊກອງພວກເຮົາ ເຖິງວ່າມີຈໍານວນຜູ້ຕິດເຊື້ອບໍ່ຫຼາຍ ແຕ່ກໍໄດ້ສົ່ງຜົນກະທົບຫຼາຍໆດ້ານ ໂດຍສະເພາະ ໄດ້ເຮັດໃຫ້ບັນຍາກາດການສ້າງເສດຖະກິດ ການຊື້-ຂາຍ ມິດງຽບ ບໍ່ຄຶກຄື້ນຄືເມື່ອກ່ອນ ເປັນຕົ້ນ ຮ້ານຂອງຂ້າພະເຈົ້າໃນປີຜ່ານມາ ແຕ່ບໍ່ທັນມີການແຜ່ລະບາດຂອງພະຍາດໂຄວິດ-19 ມີລາຍຮັບຈາການຂາຍເຄື່ອງຍ່ອຍແຕ່ລະວັນ ປະມານ 9-10 ລ້ານກີບຕໍ່ວັນ ແຕ່ປັດຈຸບັນ ແມ່ນຂາຍບໍ່ດີ ຂາຍໄດ້ປະມານພຽງແຕ່ 4-5 ລ້ານກີບຕໍ່ວັນ ເຫັນວ່າຫຼຸດລື່ນກັນຫຼາຍພໍສົມຄວນ ເຊິ່ງສາເຫດຕົ້ນໆ ອາດເປັນຍ້ອນປະຊາຊົນມີຄວາມຢ້ານກົວ ບໍ່ກ້າອອກຈາກເຮືອນ ບໍ່ໄດ້ທໍາມາຄ້າຂາຍ (ມີກໍສ່ວນໜ້ອຍໜຶ່ງ) ເຮັດໃຫ້ບໍ່ມີເງິນຈັບຈ່າຍໃຊ້ສອຍ ເຮັດໃຫ້ເສດຖະກິດຝືດເຄືອງ.

# ຂ່າວ & ພາບ  ພຸດທະສອນ

error: Content is protected !!