ກວດພົບຜູ້ຕິດເຊືື້ອໂຄວິດ-19 ໃໝ່ 484 ຄົນ ໃນນັ້ນ ຊຸມຊົນ 468 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 6 ຕຸລາ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ການການຕິດເຊືື້ອພະຍາດໂຄວິດ-19 ໃນວັນທີ 5 ຕຸລາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ ທັງໝົດ 4.874 ຕົວຢ່າງ  ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 484 ຄົນ (ຊຸມຊົນ = 468 ຄົນ ແລະ ຕິດເຊື້ອນໍາເຂົ້າ 16 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊືື້ອໃໝ່ໃນຊຸມຊົນ ທັງໝົດມີ 468 ມີລາຍລະອຽດດັ່ງນີ້:

    ນະຄອນຫຼວງວຽງຈັນ 206 ຄົນ: ເມືອງຈັນທະບູລີ ມີ 8 ບ້ານ ເມືອງສີໂຄດຕະບອງ ມີ 12 ບ້ານ ເມືອງໄຊເສດຖາ ມີ 6 ບ້ານ ເມືອງສີສັດຕະນາກມີ 8 ບ້ານ ເມືອງນາຊາຍທອງ ມີ 8 ບ້ານ ເມືອງໄຊທານີ ມີ 14 ບ້ານ ແລະ ເມືອງຫາດຊາຍຟອງ ມີ 7 ບ້ານ.

     ແຂວງຫຼວງພະບາງ 96 ຄົນ: ເມືອງນໍ້າບາກ ມີ 30 ຄົນ ເມືອງງອຍ ມີ 57 ຄົນ ນະຄອນຫຼວງພະບາງ ມີ 4 ຄົນ ເມືອງຊຽງເງິນ ມີ 4 ຄົນ ເມືອງນານ ມີ 1 ຄົນ.

    ແຂວງບໍ່ແກ້ວ 78 ຄົນ: ເມືອງຫ້ວາຍຊາຍ 8 ຄົນ ແລະ ກຳມະກອນກໍ່ສ້າງສະໜາມບິນ ເຂດເສດຖະກິດພິເສດ 70 ຄົນ ເຊິ່ງແມ່ນຄົນມຽນມາທັງໝົດ.

    ແຂວງສະຫວັນນະເຂດ 58 ຄົນ: ນະຄອນໄກສອນ ມີ 46 ຄົນ ເມືອງອຸທຸມພອນ ມີ 10 ຄົນ ເມືອງອາດສະພັງທອງ ມີ 1 ຄົນ.

    ແຂວງວຽງຈັນ 17 ຄົນ: ເມືອງວັງວຽງ ມີ 11 ຄົນ ເມືອງວຽງຄໍາ ມີ 3 ຄົນ ເມືອງແກ້ວອຸດົມ ມີ 3 ຄົນ.

    ແຂວງຈໍາປາສັກ 7 ຄົນ: ນະຄອນປາກເຊ ມີ 03 ຄົນ ເມືອງບາຈຽງຈະເລີນສຸກ ມີ 2 ຄົນ ເມືອງໂພນທອງ ມີ 1 ຄົນ ເມືອງປະທຸມພອນ ມີ 1 ຄົນ.

    ແຂວງຄໍາມ່ວນ 4 ຄົນ: ບ້ານ ໂພນສູງ: 2 ຄົນ ແລະ ບ້ານ ລໍາມະລາດ: 2 ຄົນ.

    ແຂວງຊຽງຂວາງ 2 ຄົນ: ເຊິ່ງໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານຫໍສິມ ສໍາລັບຜູ້ຕິດເຊືື້ອໃນຊຸມຊົນເຫຼົ່ານີີ້ ແມ່ນທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

    ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີຈໍານວນ 16 ຄົນ ຄື: 7 ຄົນ ຈາກສະຫວັນນະເຂດ ນະຄອນຫຼວງວຽງຈັນ 7 ຄົນ ແລະ ແຂວງບໍ່ແກ້ວ 2 ຄົນ ເຊິ່ງທັງໝົດນັ້ນ ແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

    ມາຮອດວັນທີ 5 ຕຸລານີ້ ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປັດຈຸບັນ ແມ່ນ 26.462 ຄົນ ເສຍຊີວິດສະສົມ 23 (1 ໃໝ່) ປິ່ນປົວດີ ແລະ ກັບບ້ານ ມີ 284 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6.558 ຄົນ. ສຳລັບຄົນເຈັບ 1 ຄົນ ເສຍຊີວິດ ເປັນເພດຊາຍ ອາຍຸ 74 ປີ ບ້ານໜອງຈັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີປະຫວັດພະຍາດປະຈຳໂຕ ແລະ ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຜູ້ກ່ຽວເຂົ້າມານອນປິ່ນປົວຢູ່ໂຮງເສດຖາທິຣາດ ໃນວັນທີ 20 ກັນຍາ 2021 (ຄອບຄົວຕິດເຊື້ອໝົດທຸກຄົນ) ວັນທີ 21 ກັນຍາ 2021 ມີອາການໄອ ຈຶ່ງໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19 ຜູ້ກ່ຽວນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ 15 ມື້ ຈົນມາຮອດວັນທີ 5 ຕຸລາ 2021 ເວລາ 15:00 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.

# ຂ່າວ & ພາບ :  ສີພອນ ຈັນທະດາລາ

error: Content is protected !!