ຮອງນາຍົກ ເນັ້ນສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ ຄວມຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະແຕ່ວັນທີ 04-17 ພຶດສະພາ 2020

ພໍ່​ແມ່​ພີ່­ນ້ອງ​ຊາວ​ລາວ​ໃນ​ທົ່ວ​ປະ­ເທດ ທີ່​ເຄົາ­ລົບ​ຮັກ​ທັງ­ຫຼາຍ.

ໃນ​ນາມ​ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ ຂ້າ­ພະ­ເຈົ້າ​ຂໍ​ແຈ້ງ​ມາ​ຍັງ​ພໍ່​ແມ່​ພີ່­ນ້ອງ​ປະ­ຊາ­ຊົນ​ລາວ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ຜູ້​ປະ­ກອບ​ການ ຊາວ​ຕ່າງ​ດ້າວ ແລະ ຊາວ​ຕ່າງ­ປະ­ເທດ​ທີ່​ອາ­ໄສ​ຢູ່ ສປປ ລາວ ຊາບ​ທົ່ວ​ເຖິງ​ກັນ​ວ່າ: ພະ­ຍາດ​ອັກ­ເສບ​ປອດ​ສາຍ​ພັນ​ໃໝ່ “COVID-19” ຍັງ​ເປັນ​ໄພ​ຄຸກ​ຄາມ​ໃນ​ທຸກໆ​ປະ­ເທດ​ທົ່ວ​ໂລກ ແລະ ແຜ່​ລະ­ບາດ​ດ້ວຍ​ຈັງ­ຫວະ​ໄວ ແລະ ເພີ່ມ​ຄວາມ​ຮຸນ​ແຮງ​ຂຶ້ນ​ຊັກ­ໄຊ້. ມາ​ຮອດ​ມື້­ນີ້ COVID-19 ໄດ້​ຂ້າ​ຊີ­ວິດ​ຂອງ​ຄົນ​ໄປ​ແລ້ວ​ເປັນ​ແສນໆ ແລະ ຍັງ​ມີ​ຜູ້​ຕິດ­ເຊື້ອ​ຫລາຍ​ກວ່າ 3 ລ້ານ​ກວ່າ​ຄົນ ແລະ ກຳ​ຍັງ​ສືບ­ຕໍ່​ມີ​ຜູ້​ຕິດ­ເຊື້ອ ແລະ ເສຍ​ຊີ­ວິດ​ເປັນ​ແຕ່​ລະ​ວັນ ຊຶ່ງ​ຍັງ​ບໍ່​ຮູ້​ໄດ້​ວ່າ​ເວ­ລາ​ໃດ​ພວກ​ເຮົາ​ຈຶ່ງ​ຈະ​ສາ­ມາດ​ຢັບ​ຢັ້ງ ແລະ ຢຸດ­ຕິ​ມັນ​ໄດ້ ທັງ​ໄດ້​ມີ​ຜົນ​ກະ­ທົບ​ຢ່າງ​ໜັກ­ໜ່ວງ​ຕໍ່​ເສດ­ຖະ­ກິດ ແລະ ສັງ­ຄົມ ໃນ​ທົ່ວ​ໂລກ.

ສຳ­ລັບ​ຢູ່​ປະ­ເທດ​ເຮົາ ຜ່ານ​ໄລ­ຍະ​ເວ­ລາ 1 ເດືອນ​ກວ່າ ທີ່​ພວກ​ເຮົາ​ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 06/ນຍ ວັນ​ທີ 29 ມີ­ນາ 2020 ແລະ ບັນ­ດາ​ແຈ້ງ​ການ ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ ແລະ ຂອງ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຕ່າງໆ ພວກ​ເຮົາ​ສາ­ມາດ​ຄວບ​ຄຸມ ແລະ ຈຳ­ກັດ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ໄວ້​ໄດ້ ເລີ່ມ​ແຕ່​ວັນ​ທີ 12 ເມ­ສາ​ເປັນ­ຕົ້ນ​ມາ ບໍ່​ມີ​ຜູ້​ຕິດ­ເຊື້ອ​ໃໝ່​ເພີ່ມ​ຂຶ້ນ​ເປັນ​ເວ­ລາ 19 ມື້. ມາ​ຮອດ​ປັດ­ຈຸ­ບັນ ມີ​ຜູ້​ຕິດ­ເຊື້ອ​ສະ​ສົມ 19 ຄົນ ໃນ​ນີ້​ໄດ້​ຮັບ​ການ​ປິ່ນ­ປົວ​ຫາຍ​ດີ ອອກ​ໂຮງ­ໝໍ​ແລ້ວ 8 ຄົນ ສ່ວນ​ທີ່​ເຫຼືອ 11 ຄົນ​ທີ່​ກຳ­ລັງ​ປິ່ນ­ປົວ ກໍ​ຍັງ​ຢູ່​ໃນ​ຂັ້ນ​ອາ­ການ​ເບົາ­ບາງ. ເຫັນ​ວ່າ ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດCOVID-19 ຢູ່​ປະ­ເທດ​ເຮົາ​ໄດ້​ຜ່ອນ­ຄາຍ​ລົງ​ແດ່​ແລ້ວ ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ຕ່າງ­ປະ­ເທດ ກໍ​ໄດ້​ມີ​ຈຳ­ນວນ​ຫຼຸດ​ລົງ ສູນ​ຈຳ­ກັດ​ບໍ­ລິ­ເວນ​ໄດ້​ຮັບ​ການ​ປັບ­ປຸງ. ພ້ອມ​ນີ້ ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ປະ­ເທດ​ຕ່າງໆ ກໍ​ໄດ້​ຕີ​ລາ­ຄາ​ສູງ​ວ່າ ສປປ ລາວ ມີ​ມາດ​ຕະ­ການ​ປ້ອງ​ກັນ​ແຕ່​ຫົວ­ທີ​ໄດ້​ດີ ຈຶ່ງ​ສາ­ມາດ​ຄວບ​ຄຸມ​ການ​ລະ­ບາດ​ບໍ່​ໃຫ້​ຂະ­ຫຍາຍ​ອອກ​ສູ່​ວົງ​ກວ້າງ.

ຕາງ­ໜ້າ​ລັດ­ຖະ­ບານ​ແຫ່ງ ສປປ ລາວ ກໍ​ຄື​ຄະ­ນະ​ສະ­ເພາະ​ກິດ ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ ແລະ ຂອບ​ອົກ​ຂອບ­ໃຈ​ບັນ­ດາ​ຂະ­ແໜງ­ການ ອົງ­ການ ແລະ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ແຕ່​ລະ​ຂັ້ນ ພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ຊາວ​ຕ່າງ​ດ້າວ ຊາວ​ຕ່າງ­ປະ­ເທດ​ທຸກ​ຄົນ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ພາກ​ທຸ­ລະ​ກິດ ທີ່​ໄດ້​ໃຫ້­ການ​ຮ່ວມ​ມື​ເປັນ​ຢ່າງ​ດີ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ຕ່າງໆ ໃນ​ຄຳ​ສັ່ງ 06/ນຍ ແລະ ໃຫ້­ການ​ຊ່ວຍ­ເຫຼືອ ສະ­ໜັບ­ສະ­ໜູນ​ວຽກ​ງານ​ປ້ອງ​ກັນ ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ ຈຶ່ງ​ເຮັດ​ໃຫ້​ພວກ​ເຮົາ​ສາ­ມາດ​ຄວບ​ຄຸມ​ການ​ລະ­ບາດ​ຂອງ​ພະ­ຍາດ ແລະ ອັດ­ຕາ​ການ​ຕິດ­ເຊື້ອ​ຢູ່​ໃນ​ລະ­ດັບ​ຕ່ຳ​ກວ່າ​ໝູ່​ໃນ​ປະ­ເທດ​ອາ​ຊຽນ. ພ້ອມ​ນີ້ ສະ­ແດງ​ຄວາມ​ຊົມ­ເຊີຍ ແລະ ຂອບ­ໃຈ​ເປັນ​ຢ່າງ​ຍິ່ງ ຕໍ່​ບັນ­ດາ​ພະ­ນັກ­ງານ​ແພດ-ໝໍ ທີ່​ໄດ້​ສຸມ​ທຸກ​ກຳ­ລັງ​ແຮງ ປະ­ຕິ­ບັດ​ໜ້າ­ທີ່​ດ້ວຍ​ຄວາມ​ເສຍ­ສະ­ຫຼະ ແລະ ມີ​ຄວາມ​ຮັບ­ຜິດ­ຊອບ​ສູງ ໃນ​ການ​ຊ່ວຍ​ເບິ່ງ­ແຍງ ແລະ ປິ່ນ­ປົວ​ຄົນ​ເຈັບ ກໍ​ຄື​ການ​ປະ­ຕິ­ບັດ​ບັນ­ດາ​ວຽກ​ງານ​ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຢູ່ ສປປ ລາວ ໃຫ້​ໄດ້​ຮັບ​ຜົນ​ສູງ.

ພໍ່​ແມ່​ພີ່­ນ້ອງ​ທີ່​ຮັກ­ແພງ​ທັງ­ຫຼາຍ ເຖິງ​ແນວ­ໃດ​ກໍ​ຕາມ ພວກ​ເຮົາ​ກໍ​ບໍ່​ຄວນ​ນິ້ງ​ນອນ​ໃຈ​ຕໍ່​ຜົນ­ສຳ­ເລັດ ແລະ ການ​ຕີ​ລາ­ຄາ​ດັ່ງ­ກ່າວ ໃຫ້​ຖື​ວ່າ​ຜົນ­ສຳ­ເລັດ​ອັນ​ນັ້ນ​ເປັນ​ພຽງ​ຜົນ­ສຳ­ເລັດ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ ໃນ­ຕໍ່­ໜ້າ ພວກ​ເຮົາ​ຍັງ​ຈະ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເກີດ​ມີ​ການ​ລະ­ບາດ​ອີກ​ຮອບ​ໃໝ່ ແລະ ສິ່ງ​ທ້າ​ທາຍ​ຈຳ­ນວນ​ບໍ່​ໜ້ອຍ ຍ້ອນ​ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ​ມີ​ການ​ຜັນ​ແປ​ຢ່າງ​ສັບ­ສົນ ພ້ອມ​ກັນ​ນັ້ນ ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຍັງ​ຈະ​ສືບ­ຕໍ່​ມີ​ຜົນ​ກະ­ທົບ​ຢ່າງ​ໜັກ­ໜ່ວງ​ຕໍ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ຊິ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ກໍ​ຄື ຄວາມ​ໝັ້ນ­ຄົງ​ຂອງ​ຊາດ. ສະ­ນັ້ນ ເພື່ອ​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ ສະ­ກັດ​ກັ້ນ ແລະ ຄວບ​ຄຸມ ເພື່ອ​ຮັບ​ມື​ກັບ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ແລະ ເຮັດ​ໃຫ້​ມີ​ຜົນ​ກະ­ທົບ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ-ສັງ­ຄົມ​ໜ້ອຍ​ທີ່​ສຸດ ສ້າງ​ເງື່ອນ­ໄຂ​ໃຫ້​ຊຸມ​ຊົມ​ໄດ້​ກັບ​ມາ​ໃຊ້​ຊີ­ວິດ​ຕາມ​ປົກ­ກະ­ຕິ​ເທື່ອ​ລະ​ກ້າວ ເພື່ອ​ຮັບ­ປະ­ກັນ​ໃຫ້​ສັງ­ຄົມ​ມີ​ຄວາມ​ສະ­ຫງົບ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ຄວາມ​ປອດ​ໄພ ແລະ ປະ­ເທດ​ຊາດ​ມີ​ຄວາມ​ໝັ້ນ­ຄົງ ລັດ­ຖະ­ບານ​ຈຶ່ງ​ໄດ້​ຕົກ­ລົງ ແລະ ຊີ້​ນຳ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ຕ່າງ​ໃນ­ຕໍ່­ໜ້າ​ຄື​ດັ່ງ­ນີ້:

1. ໃຫ້​ບັນ­ດາ​ກະ­ຊວງ ອົງ­ການ​ທຽບ​ເທົ່າ​ກະ­ຊວງ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ພະ­ນັກ­ງານ​ລັດ­ຖະ­ກອນ ທະ­ຫານ ຕຳ­ຫລວດ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໃນ​ທົ່ວ​ປະ­ເທດ ສືບ­ຕໍ່​ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ​ໃນ​ການ​ຕິດ­ຕາມ ເຝົ້າ​ລະ­ວັງ​ໃນ​ການ​ປ້ອງ​ກັນ ຄວບ​ຄຸມ ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ດ້ວຍ​ຄວາມ​ເປັນ​ເຈົ້າ​ການ ໃຫ້​ຖື​ການ​ຊີ້​ນຳ-ນຳ­ພາ​ໃນ​ການ​ແກ້​ໄຂ​ວຽກ​ງານ​ດັ່ງ­ກ່າວ​ນີ້​ເປັນ​ວຽກ​ສຳ­ຄັນ ແລະ ເປັນ​ບູ​ລິ​ມະ​ສິດ​ກ່ອນ­ໝູ່​ໃນ​ໄລ­ຍະ​ນີ້ ປຽບ​ເໝືອນ​ການ​ຊີ້​ນຳ-ນຳ­ພາ​ໃນ​ສະ­ພາບ​ສົງ­ຄາມ.

2. ໃຫ້​ປະ­ຊາ­ຊົນ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ຜູ້​ປະ­ກອບ​ການ ຊາວ​ຕ່າງ​ດ້າວ ແລະ ຊາວ​ຕ່າງ­ປະ­ເທດ​ທີ່​ອາ­ໄສ​ຢູ່ ສປປ ລາວ ສືບ­ຕໍ່​ປະ­ຕິ­ບັດ​ເຂັ້ມ​ງວດ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ເປັນ­ຕົ້ນ​ແມ່ນ​ການ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ລ້າງ​ມື​ໃສ່​ສະ­ບູ ແລະ ນ້ຳ​ສະ­ອາດ ຫຼື​ເຈວ​ລ້າງ​ມື​ໃສ່​ຜ້າ​ອັດ​ປາກ-ດັງ ວັດ­ແທກ​ອຸນ­ຫະ­ພູມ ແລະ ອະ­ນາ­ໄມ​ສະ­ຖານ­ທີ່ ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ.

3. ໃຫ້​ຄະ­ນະ​ສະ­ເພາະ​ກິດ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ທຸກ​ຂັ້ນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ສືບ­ຕໍ່​ໂຄ­ສະ­ນາ​ເຜີຍ­ແຜ່​ໃຫ້​ປະ­ຊາ­ຊົນ​ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ ແລະ ທົ່ວ​ເຖິງ ກ່ຽວ​ກັບ​ຄວາມ​ອັນ­ຕະ­ລາຍ​ຂອງ​ພະ­ຍາດ​ດັ່ງ­ກ່າວ ແລະ ມາດ​ຕະ­ການ​ປ້ອງ​ກັນ ໂດຍ​ມີ​ວິ­ທີ​ແນະ­ນຳ​ຢ່າງ​ລະ­ອຽດ ໃນ​ຮູບ​ແບບ​ທີ່​ເຂົ້າ­ໃຈ​ງ່າຍ ເພື່ອ​ເຜີຍ­ແຜ່​ຜ່ານ​ສື່​ຕ່າງໆ. ພ້ອມ​ກັນ​ນັ້ນ ກໍ​ໃຫ້​ເອົາ­ໃຈ­ໃສ່​ວຽກ​ງານ​ໂຕ້​ຕອບ ແລະ ຕີ​ຖອຍ​ຂ່າວ​ລວງ, ຂ່າວ​ລື ຂ່າວ​ອະ­ກຸ­ສົນ ແລະ ຂ່າວ​ປັ່ນ​ປ່ວນ;

4. ເຫັນ​ດີ​ໃຫ້​ປະ­ຕິ­ບັດ​ມາດ​ຕະ­ການ​ຜ່ອນ­ຜັນ​ຈຳ­ນວນ​ໜື່ງ ເພື່ອ​ໃຫ້​ມີ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ-ສັງ­ຄົມ​ໜ້ອຍ​ທີ່​ສຸດ ສ້າງ​ເງື່ອນ­ໄຂ​ໃຫ້​ຊຸມ​ຊົມ​ໄດ້​ກັບ​ມາ​ໃຊ້​ຊີ­ວິດ​ຕາມ​ປົກ­ກະ­ຕິ​ເທື່ອ​ລະ​ກ້າວ ແຕ່​ໃຫ້​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ເປັນ­ຕົ້ນ​ແມ່ນ​ການ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ລ້າງ​ມື​ໃສ່​ສະ­ບູ ແລະ ນ້ຳ​ສະ­ອາດ ຫຼື​ເຈວ​ລ້າງ​ມື ໃສ່​ຜ້າ​ອັດ​ປາກ-ດັງ ວັດ­ແທກ​ອຸນ­ຫະ­ພູມ ແລະ ອະ­ນາ­ໄມ​ສະ­ຖານ­ທີ່​ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ ບັນ­ດາ​ມາດ​ຕະ­ການ​ທີ່​ຜ່ອນ­ຜັນ ມີ​ດັ່ງ­ນີ້:

4.1 ອະ­ນຸ­ຍາດ​ໃຫ້​ສຳ­ນັກ­ງານ​ອົງ­ການ​ຂອງ​ພັກ-ລັດ ສຳ­ນັກ­ງານ​ຂອງ​ບໍ­ລິ­ສັດ​ເປີດ​ດຳ­ເນີນ​ການ ໂດຍ​ໃຫ້​ພະ­ນັກ­ງານ​ລັດ­ຖະ­ກອນ​ໝູ­ນວຽນ​ມາ​ເຮັດ​ວຽກ​ເປັນ​ປົກ­ກະ­ຕິ ແຕ່​ຕ້ອງ​ໃຫ້​ຮັບ­ປະ­ກັນ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ຖ້າ​ຫາກ​ສຳ­ນັກ­ງານ​ອົງ­ການ​ໃດ​ມີ​ເງື່ອນ­ໄຂ​ເຮັດ​ວຽກ​ຜ່ານ​ລະ­ບົບ​ສື່­ສານ​ເອ​ເລັກ​ໂຕຣ​ນິກ ແລະ ເຄືອ​ຂ່າຍ​ອິນ​ເຕີ​ເນັດ ກໍ​ສາ­ມາດ​ສືບ­ຕໍ່​ຕາມ​ຄວາມ​ເໝາະ​ສົມ;

4.2 ອະ­ນຸ­ຍາດ​ໃຫ້​ປະ­ຊາ­ຊົນ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ຜູ້​ປະ­ກອບ​ການ ຊາວ​ຕ່າງ​ດ້າວ ແລະ ຊາວ​ຕ່າງ­ປະ­ເທດ​ທີ່​ອາ­ໄສ​ຢູ່ ສປປ ລາວ ສາ­ມາດ​ອອກ​ຈາກ​ເຮືອນ​ໄດ້ ແລະ ເດີນ­ທາງ​ພາຍ​ໃນ​ນະ­ຄອນ­ຫຼວງ ແລະ ແຂວງ​ຕາມ​ຄວາມ​ຈຳ­ເປັນ ແຕ່​ຕ້ອງ​ໃຫ້​ຮັບ­ປະ­ກັນ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ;

4.3 ອະ­ນຸ­ຍາດ​ໃຫ້​ມີ​ການ​ຝຶກ​ອົບ­ຮົມ ແລະ ການ​ປະ­ຊຸມ​ເປັນ​ທາງ​ການ​ພາຍ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ແຂວງ ແຕ່​ໃຫ້​ຈຳ­ກັດ​ຜູ້​ເຂົ້າ​ຮ່ວມ ໂດຍ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ມີ​ບ່ອນ​ລ້າງ​ມື​ດ້ວຍ​ນ້ຳ​ສະ­ອາດ ໃສ່​ສະ­ບູ ຫຼື​ເຈວ​ລ້າງ​ມື ໃສ່​ຜ້າ​ອັດ​ປາກ-ດັງ ວັດ­ແທກ​ອຸນ­ຫະ­ພູມ ແລະ ອະ­ນາ­ໄມ​ສະ­ຖານ­ທີ່ ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ;

4.4 ອະ­ນຸ­ຍາດ​ໃຫ້​ອອກ­ກຳ­ລັງ​ກາຍ ຫຼື​ຫຼິ້ນ​ກິ­ລາ​ກາງ­ແຈ້ງ​ທີ່​ບໍ່​ເປັນ​ທີມ​ເຊັ່ນ: ຍ່າງ​ອອກ­ກຳ­ລັງ​ກາຍ​ຂີ່​ລົດ­ຖີບ ເຕັ້ນ​ອາ​ໂຣ​ບິກ ຕີກ​໊ອຟ ແຕ່​ປະ­ຕິ­ບັດ​ໄລ­ຍະ​ຫ່າງ ແລະ ຮັບ­ປະ­ກັນ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ

4.5 ອະ­ນຸ­ຍາດ​ໃຫ້​ບັນ­ດາ​ຫ້າງ​ຮ້ານ​ຕ່າງໆ ເຊັ່ນ: ຮ້ານ​ອາ­ຫານ ຮ້ານ​ຂາຍ­ຂອງ​ກິນ​ສຸກ ຮ້ານ​ຂາຍ­ເຄື່ອງ​ຍ່ອຍ ຮ້ານ​ຕັດ​ຜົມ ຮ້ານ​ເສີມ​ສວຍ ຕະ­ຫຼາດ​ສົດ ສູນ​ການ​ຄ້າ ຮ້ານ​ຄ້າ­ຂາຍ​ຍົກ ຂາຍ­ຍ່ອຍ ຮ້ານ​ຊຸບ​ເປີ​ມາ​ເກັດ ຮ້ານ​ກາ­ເຟ ຮ້ານ​ສ້ອມ­ແປງ​ລົດ ຮ້ານ​ລ້າງ-ອັດ​ສີດ ໂຮງ ງານ​ນ້ຳ​ດື່ມ ແລະ ໂຮງ­ງານ​ນ້ຳ­ກ້ອນ ດຳ­ເນີນ​ກິດ­ຈະ­ການ​ໄດ້ ແຕ່​ຕ້ອງ​ປະ­ຕິ­ບັດ​ໄລ­ຍະ​ຫ່າງ ແລະ ຮັບ­ປະ­ກັນ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ;

4.6 ບັນ­ດາ​ໂຮງ­ງານ ໂຄງ­ການ​ລົງ­ທຶນ​ທີ່​ເປັນ​ກິດ­ຈະ­ການ​ຂະ­ໜາດ​ໃຫຍ່​ຂອງ​ພາກ​ທຸ­ລະ​ກິດ​ຕ່າງໆ ທີ່​ສາ­ມາດ​ປະ­ຕິ­ບັດ​ຖືກ­ຕ້ອງ​ຕາມ​ເງື່ອນ­ໄຂ ມາດ​ຕະ­ການ​ຕາມ​ຂໍ້​ແນະ­ນຳ​ເລກ​ທີ 031/ສພກ ແມ່ນ​ສາ­ມາດ​ເປີດ​ດຳ­ເນີນ​ກິດ­ຈະ­ການ​ໄດ້. ມອບ​ໃຫ້​ທັງ​ສອງ​ຄະ­ນະ​ສະ­ເພາະ​ກິດ​ຂັ້ນ​ສູນ​ກາງ ແຕ່ງ­ຕັ້ງ​ຄະ­ນະ​ວິ­ຊາ​ການ​ລົງ​ກວດ­ກາ ຢັ້ງ­ຢືນ ແລະ ເຮັດ​ບົດ​ບັນ­ທຶກ​ສຳ­ລັບ​ໂຄງ­ການ​ຂະ­ໜາດ​ໃຫຍ່​ທີ່​ນຳ​ໃຊ້​ແຮງ​ງານ​ຈຳ­ນວນ​ຫຼວງ­ຫຼາຍ ທີ່​ສູນ​ກາງ​ເປັນ​ຜູ້​ຄຸ້ມ​ຄອງ ສຳ­ລັບ​ຫົວ­ໜ່ວຍ​ທຸ­ລະ​ກິດ​ໃດ​ທີ່​ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ອະ­ນຸ­ຍາດ ແລະ ຄຸ້ມ​ຄອງ ກໍ​ມອບ​ໃຫ້​ຄະ­ນະ​ສະ­ເພາະ​ກິດ ຂັ້ນ​ແຂວງ ແລະ ນະ­ຄອນ­ຫລວງ​ເປັນ​ຜູ້​ຮັບ­ຜິດ­ຊອບ​ກວດ­ກາ ຢັ້ງ­ຢືນ ແລະ ອະ­ນຸ­ຍາດ

4.7 ໃຫ້​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກິ­ລາ ກະ­ຊວງ​ປ້ອງ​ກັນ​ຊາດ ແລະ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ກະ­ກຽມ​ເປີດ​ໂຮງ­ຮຽນ​ຄືນ ໃນ​ຊັ້ນ​ປະ­ຖົມ​ສຶກ​ສາ​ປີ​ທີ 5 ມັດ­ທະ­ຍົມ​ສຶກ​ສາ​ປີ​ທີ 4 ແລະ ປີ​ທີ 7 ແລະ ໂຮງ­ຮຽນ​ໃນ​ຂົງ­ເຂດ ປກສ ແລະ ປກຊ ເລີ່ມ​ແຕ່​ວັນ​ທີ 18 ພຶດ­ສະ­ພາ 2020 ໂດຍ​ຮັກ­ສາ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ມີ​ບ່ອນ​ລ້າງ​ມື​ດ້ວຍ​ນ້ຳ​ສະ­ອາດ ໃສ່​ສະ­ບູ ຫຼື​ເຈວ​ລ້າງ​ມື ໃສ່​ຜ້າ​ອັດ​ປາກ-ດັງ ວັດ­ແທກ​ອຸນ­ຫະ­ພູມ ແລະ ອະ­ນາ­ໄມ​ສະ­ຖານ­ທີ່​ຕາມ​ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ວາງ​ອອກ. ສ່ວນ​ຊັ້ນ​ຮຽນ​ມະ­ຫາ­ວິ­ທະ­ຍາ­ໄລ ແລະ ສະ­ຖານ​ບັນ​ການ​ສຶກ​ສາ​ລະ­ດັບ​ອື່ນໆ​ນອກ­ຈາກ​ທີ່​ກຳ­ນົດ​ໄວ້​ນີ້ ແມ່ນ​ໃຫ້​ສືບ­ຕໍ່​ປິດ​ຈົນ​ກວ່າ​ຈະ​ມີ​ແຈ້ງ​ການ​ເພີ່ມ​ຕື່ມ​ພາຍ­ຫລັງ.

4.8 ອະ­ນຸ­ຍາດ​ໃຫ້​ຊາວ​ຕ່າງ­ປະ­ເທດ​ທີ່​ໄດ້​ມາ​ເຮັດ​ວຽກ ອອກ­ແຮງ​ງານ ແລະ ສຶກ​ສາ​ຢູ່ ສປປ ລາວ ກັບ​ຄືນ​ປະ­ເທດ​ຕາມ​ຈຸດ­ປະ­ສົງ. ສຳ­ລັບ​ນັກ​ສຶກ​ສາ​ລາວ​ທີ່​ຕ້ອງ­ການ​ກັບ​ຄືນ​ໄປ​ຮຽນ​ຕໍ່ ຫຼື​ເຮັດ​ວຽກ​ຢູ່​ຕ່າງ­ປະ­ເທດ ແມ່ນ​ສາ­ມາດ​ເດີນ­ທາງ​ໄປ​ໄດ້ ຕາມ​ລະ­ບຽບ​ການ​ຂອງ​ປະ­ເທດ​ເຈົ້າ­ພາບ.

5. ເຫັນ​ດີ​ໃຫ້​ສືບ­ຕໍ່​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ບາງ​ມາດ​ຕະ­ການ​ທີ່​ໄດ້​ກຳ­ນົດ​ໃນ​ຄຳ​ສັ່ງ​ຂອງ​ນາ­ຍົກ​ລັດ​ຖະ ມົນ­ຕີ​ສະ­ບັບ​ເລກ​ທີ 06/ນຍ ລົງ​ວັນ​ທີ 29 ມີ­ນາ 2020 ຄື​ດັ່ງ­ນີ້:

5.1 ຫ້າມ​ບຸກ­ຄົນ​ເດີນ­ທາງ​ລະ­ຫວ່າງ​ແຂວງ​ຫາ​ແຂວງ ຍົກ­ເວັ້ນ​ກໍ­ລະ­ນີ​ຈຳ­ເປັນ ເປັນ­ຕົ້ນ: ການ​ໄປ​ເຮັດ​ວຽກ​ທາງ​ການ ນັກ­ຮຽນ ນັກ­ທຸ­ລະ­ກິດ ການ​ເຈັບ­ເປັນ ການ​ເສຍ​ຊີ­ວິດ ການ​ຂົນ­ສົ່ງ​ສິນ­ຄ້າ ການ​ນຳ​ສົ່ງ​ຄົນ​ເຈັບ ແມ່ນ​ສາ­ມາດ​ເດີນ­ທາງ​ໄດ້ ແຕ່​ຕ້ອງ​ມີ​ເອ­ກະ­ສານ​ຢັ້ງ­ຢືນ.

5.2   ປິດ​ບັນ­ດາ​ກິດ­ຈະ­ການ​ຮ້ານ​ບັນ­ເທີງ ຮ້ານ​ເຫຼົ້າ-ເບຍ ຮ້ານ​ກິນ​ດື່ມ ໂຮງ​ຮູບ­ເງົາ ຮ້ານ​ຄາ​ຣາ​ໂອ​ເກະ ຮ້ານ​ບໍ­ລິ­ການ​ນວດ-ສະ​ປາ​ທຸກ​ປະ­ເພດ ກາ​ຊິ​ໂນ, ຕະ­ຫຼາດ​ກາງ­ຄືນ ສະ­ຖານ­ທີ່​ອອກ­ກຳ­ລັງ​ກາຍ-ຫຼິ້ນ​ກິ­ລາ​ໃນ​ຮົ່ມ ກິ­ລາ​ກາງ­ແຈ້ງ​ເປັນ​ທີມ​ທີ່​ມີ​ການ​ໃກ້­ຊິດ​ກັນ ເຊັ່ນ: ກິ­ລາ​ບານ­ເຕະ ບານ­ບ້ວງ ບານ­ສົ່ງ ມາ­ລາ​ທອນ ຕີ­ມວຍ ຕີ­ໄກ່ ເປ​ຕັງ ແລະ ການ​ແຂ່ງ­ຂັນ​ກິ­ລາ​ທຸກ​ປະ­ເພດ​ທີ່​ມີ​ຜູ້​ຊົມ ແລະ ນັກ​ກິ­ລາ​ເຂົ້າ​ຮ່ວມ​ເກີນ 10 ຄົນ ແລະ ບໍ່​ສາ­ມາດ​ຮັກ­ສາ​ໄລ­ຍະ​ຫ່າງ​ເກີນ 1 ແມັດ​ໄດ້;

5.3   ຫ້າມ​ຈັດ​ກິດ­ຈະ­ກຳ​ຊຸມ­ນຸມ​ຊຸມ​ແຊວ ງານ​ສ້າງ­ສັນ ຫຼື​ການ​ເຕົ້າ­ໂຮມ​ຄົນ​ເປັນ​ຈຳ­ນວນ​ຫຼາຍ ກວ່າ 10 ຄົນ ແລະ ບໍ່​ສາ­ມາດ​ຮັກ­ສາ​ໄລ­ຍະ​ຫ່າງ​ເກີນ 1 ແມັດ​ໄດ້ ທີ່​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ;

5.4   ປິດ​ດ່ານ​ປະ­ເພ­ນີ ດ່ານ​ທ້ອງ​ຖີ່ນ ແລະ ດ່ານ​ສາ­ກົນ ສຳ­ລັບ​ການ​ເຂົ້າ​ອອກ​ຂອງ​ບຸກ­ຄົນ​ທົ່ວ​ໄປ, ເວັ້ນ​ເສຍ​ແຕ່​ຜູ້​ໄດ້​ຮັບ​ການ​ອະ­ນຸ­ຍາດ​ຈາກ​ຄະ­ນະ​ສະ­ເພາະ​ກິດ ແລະ ລົດ​ຂົນ­ສົ່ງ​ສິນ­ຄ້າ ເຂົ້າ-ອອກ

5.5   ໂຈະ​ການ​ອອກ​ວີ​ຊາ​ທຸກ​ປະ­ເພດ ໃຫ້​ບຸກ­ຄົນ​ທົ່ວ​ໄປ​ທີ່​ເດີນ­ທາງ​ມາ​ຈາກ​ປະ­ເທດ​ທີ່​ຍັງ​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຍົກ­ເວັ້ນ​ວີ​ຊາ​ສຳ­ລັບ​ຊ່ຽວ­ຊານ ວິ­ຊາ​ການ ແລະ ແຮງ​ງານ​ຕ່າງ­ປະ­ເທດ​ທີ່​ມີ​ຄວາມ​ຈຳ­ເປັນ​ເຂົ້າ​ມາ​ປະ­ຕິ­ບັດ​ວຽກ​ງານ​ຢູ່​ບັນ­ດາ​ໂຄງ­ການ​ທີ່​ສຳ­ຄັນ ແລະ ຈຳ­ເປັນ, ແຕ່​ຕ້ອງ​ປະ­ຕິ­ບັດ​ການ​ກວດ​ຫາ​ເຊື້ອ COVID-19 ແລະ ຈຳ­ກັດ​ບໍ­ລິ­ເວນ​ຕົວ​ເອງ 14 ວັນ ຢູ່​ຕາມ​ສູນ​ທີ່​ທາງ​ການ​ກຳ­ນົດ ຕາມ​ທີ່​ລະ­ບຸ​ໄວ້​ໃນ​ແຈ້ງ​ການ​ສະ­ບັບ​ເລກ​ທີ 507/ຫສນຍ ລົງ​ວັນ​ທີ 24 ເມ­ສາ 2020. ມອບ​ໃຫ້​ຄະ­ນະ​ສະ­ເພາະ​ກິດ ອອກ​ຄຳ​ແນະ­ນຳ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ​ໃຫ້​ລະ­ອຽດ ແລະ ຮັດ­ກຸມ.

ພໍ່​ແມ່​ພີ່­ນ້ອງ​ຊາວ​ລາວ​ທີ່​ຮັກ­ແພງ​ທັງ­ຫຼາຍ ມາດ​ຕະ­ການ​ຜ່ອນ­ຜັນ​ເຫຼົ່າ​ນີ້ ແມ່ນ​ມາດ​ຕະ­ການ​ຊົ່ວ­ຄາວ ເຊິ່ງ​ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ນັບ​ແຕ່​ວັນ​ທີ 04 ຫາ​ວັນ​ທີ 17 ພຶດ­ສະ­ພາ 2020, ຖ້າ​ມີ​ການ​ລາຍ​ງານ​ກໍ­ລະ­ນີ​ຜູ້​ຕິດ­ເຊື້ອ​ເກີດ​ຂຶ້ນ​ຢູ່​ໃນ​ແຂວງ​ໃດ​ແຂວງ​ໜຶ່ງ ແມ່ນ​ຈະ​ໄດ້​ຈຳ­ກັດ​ການ​ເຂົ້າ-ອອກ ແລະ ປະ­ຕິ­ບັດ​ຄືນ​ມາດ​ຕະ­ການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ​ສະ­ເພາະ​ແຂວງ​ນັ້ນໆ ເຊິ່ງ​ແມ່ນ​ຄະ­ນະ​ສະ­ເພາະ​ກິດ​ກ່ຽວ­ຂ້ອງ​ຈະ​ເປັນ​ຜູ້​ປະ­ກາດ​ແຈ້ງ​ການ ຖ້າ​ຫາກ​ເກີດ​ມີ​ຜູ້​ຕິດ­ເຊື້ອ​ເປັນ​ຈຸ້ມ ແຕ່ 2 ແຂວງ​ຂຶ້ນ​ໄປ ແມ່ນ​ຈະ​ໄດ້​ກັບ​ມາ​ປະ­ຕິ­ບັດ​ມາດ​ຕະ­ການ​ຕ່າງໆ ທີ່​ໄດ້​ກຳ­ນົດ​ໃນ​ຄຳ​ສັ່ງ​ເລກ​ທີ 06/ນຍ ຄືນ­ໃໝ່​ຢ່າງ​ເຂັ້ມ​ງວດ.

ໃນ​ນາມ​ຕາງ­ໜ້າ​ຄະ­ນະ​ສະ­ເພາະ​ກິດ ຂ້າ­ພະ­ເຈົ້າ​ຂໍ​ຮຽກ­ຮ້ອງ​ໃຫ້​ພົນ­ລະ­ເມືອງ​ລາວ​ທຸກ​ຄົນ​ພ້ອມ​ດ້ວຍ​ຊາວ​ຕ່າງ​ດ້າວ ຜູ້​ບໍ່​ມີ​ສັນ­ຊາດ ຊາວ​ຕ່າງ­ປະ­ເທດ​ທີ່​ດຳ­ລົງ​ຊີ­ວິດ ແລະ ທຳ​ມາ​ຫາ​ກິນ​ຢູ່ ສປປ ລາວ ຈົ່ງ​ພ້ອມ​ກັນ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ຢ່າງ​ເຂັ້ມ​ງວດ. ສຳ­ຄັນ​ທີ່​ສຸດ​ຕ້ອງ​ເວັ້ນ​ໄລ­ຍະ​ຫ່າງ​ລະ­ຫວ່າງ​ກັນ​ຢ່າງ​ໜ້ອຍ 1 ແມັດ​ໃສ່​ຜ້າ​ອັດ​ປາກ-ອັດ​ດັງ ໝັ່ນ​ລ້າງ​ມື​ດ້ວຍ​ນ້ຳ​ສະ­ອາດ ແລະ ສະ­ບູ ຫຼື​ນ້ຳ​ຢາ​ລ້າງ​ມື.

ຮຽກ­ຮ້ອງ​ມາ​ຍັງ​ທຸກ​ຄົນ ທຸກ​ພາກ­ສ່ວນ​ໃນ​ທົ່ວ​ປະ­ເທດ ໃຫ້​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ສາ­ມັກ­ຄີ​ກັນ​ຕໍ່­ສູ້​ຕ້ານ​ກັບ COVID-19 ແລະ ປະ­ຕິ­ບັດ​ຄຳ​ຂວັນ “ຮ່ວມ​ແຮງ​ຮ່ວມ​ໃຈ​ຕ້ານ COVID-19 ແມ່ນ​ພາ­ລະ­ກິດ​ຂອງ​ໝົດ​ທຸກ​ຄົນ”.

ທ້າຍ​ສຸດ​ນີ້ ຂໍ​ອວຍ­ພອນ​ໃຫ້​ພໍ່​ແມ່​ພີ່­ນ້ອງ​ຊາວ​ລາວ​ໃນ​ທົ່ວ​ປະ­ເທດ ຈົ່ງ​ມີ​ສຸ­ຂະ­ພາບ​ແຂງ­ແຮງ ປອດ​ໄພ​ຈາກ​ພະ­ຍາດ COVID-19.

error: Content is protected !!