19 ວັນຜ່ານພົ້ນ ຄົນລາວບໍ່ມີໃຜຕິດເຊື້ອໂຄວິດ-19 ເພີ່ມ ຍອດສະສົມຍັງຄົງເດີມທີ່ 19 ກໍລະນີ

ວັນ​ທີ 1 ພຶດ­ສະ­ພາ 2020 ທີ່​ສູນ​ປະ­ຕິ­ບັດ​ງານ​ຄະ­ນະ​ສະ­ເພາະ​ກິດ ຄວບ​ຄຸມ­ພະ​ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ທ່ານ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ຜູ້​ປະ­ຈຳ­ການ​ຄະ­ນະ​ສະ­ເພາະ​ກິດ ໃຫ້​ຮູ້​ວ່າ: ສະ­ພາບ​ການ​ເຝົ້າ​ລະ­ວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງ​ແລງ​ຂອງ​ວັນ​ທີ 30 ເມ­ສາ 2020 ມີ​ຈຳ­ນວນ​ຜູ້​ເດີນ­ທາງ​ເຂົ້າ​ມາ​ມີ​ທັງ​ໝົດ 2.097 ຄົນ ຈຸດ​ຜ່ານ​ດ່ານ​ລາວ-ໄທ 1.289 ຄົນ ໃນ​ນັ້ນ ມີ­ແຮງ​ງານ​ກັບ​ມາ​ແຕ່​ໄທ​ຜ່ານ​ດ່ານ​ຊ່ອງ​ເມັກ ແຂວງ​ຈຳ­ປາ​ສັກ 8 ຄົນ ເຫຼືອ​ນັ້ນ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ຈຸດ​ຜ່ານ​ດ່ານ​ລາວ-ຈີນ ທັງ​ໝົດ 195 ຄົນ ທັງ​ໝົດ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ຈຸດ​ຜ່ານ​ດ່ານ​ລາວ-ຫວຽດ ທັງ​ໝົດ 613 ຄົນ ທັງ​ໝົດ​ແມ່ນ​ຜູ້​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ຈຳ­ນວນ​ຜູ້​ເດີນ­ທາງ​ຜ່ານ​ສະ­ໜາມ​ບິນ​ສາ­ກົນ​ວັດ​ໄຕ 00 ຄົນ ເຊິ່ງ​ໃນ​ທຸກ​ດ່ານ​ແມ່ນ​ໄດ້​ກວດ​ວັດ​ອຸນ­ຫະ­ພູມ​ຮ່າງ­ກາຍ ແລະ ບໍ່​ມີ​ຄົນ​ເປັນ­ໄຂ້ ສຳ­ລັບ​ແຮງ​ງານ​ລາວ​ຈຳ­ນວນ 8 ຄົນ​ທີ່​ເຂົ້າ​ມາ​ໃໝ່ ຜ່ານ​ດ່ານ​ຊ່ອງ​ເມັກ ແຂວງ​ຈຳ­ປາ​ສັກ​ນັ້ນ ແມ່ນ​ມີ​ຖິ່ນ​ຖານ​ຢູ່​ແຂວງ​ສະ­ຫວັນ​ນະ​ເຂດ 2 ຄົນ ແລະ ຈຳ­ປາ​ສັກ 6 ຄົນ ເຊິ່ງ​ໄດ້​ນຳ​ສົ່ງ​ໄປ​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ​ຂອງ​ແຂວງ​ຈົນ​ຄົບ​ກຳ­ນົດ 14 ວັນ.

ນອກ​ນີ້ ໃນ​ວັນ​ທີ 30 ເມ­ສາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ 94 ຄົນ ໃນ​ນັ້ນ ຜູ້​ມີ​ອາ­ການ​ສົງ­ໄສ​ມາ​ກວດ​ຢູ່​ໂຮງ­ໝໍ 79 ຄົນ ເກັບ​ຕົວ­ຢ່າງ​ຜູ້​ຕິດ­ເຊື້ອ​ທີ່​ນອນ​ປິ່ນ­ປົວ​ຢູ່​ໂຮງ­ໝໍ​ມາ​ກວດ­ຄືນ 11 ຄົນ ແລະ ແຮງ​ງານ​ລາວ​ທີ່​ກັບ​ມາ​ຈາກ​ປະ­ເທດ​ໄທ 4 ຄົນ ໃນ​ຈຳ­ນວນ​ຜູ້​ມີ​ອາ­ການ​ສົງ­ໄສ 79 ຄົນ ລາຍ​ລະ­ອຽດ​ດັ່ງ​ລຸ່ມ​ນີ້: ນະ­ຄອນ­ຫຼວງ​ວຽງ​ຈັນ 2 ຄົນ ບໍ​ລິ​ຄຳ​ໄຊ 1 ຄົນ ໄຊ​ຍະ​ບູ​ລີ 50 ຄົນ (ຊ່າງ​ແປງ​ໄຟ­ຟ້າ​ຄົນ​ໄທ​ທີ່​ເຂົ້າ​ມາ) ໂຮງ­ໝໍ​ມິດ­ຕະ­ພາບ 26 ຄົນ ແພດ​ໝໍ​ທີ່​ສຳ­ເລັດ​ໄລ­ຍະ​ການ​ເຮັດ​ວຽກ​ປິ່ນ­ປົວ​ຄົນ​ເຈັບ COVID-19 ຜົນ​ກວດ​ທັງ​ໝົດ 94 ຄົນ ບໍ່​ພົບ​ເຊື້ອ ໝາຍ​ຄວາມ​ວ່າ​ໃນ​ວັນ​ທີ 30 ເມ­ສາ 2020 ບໍ່​ມີ​ກໍ­ລະ­ນີ​ໃໝ່.

ນັບ​ແຕ່​ເດືອນ​ມັງ­ກອນ ຮອດ​ວັນ​ທີ 30 ເມ­ສາ 2020 ໄດ້​ເກັບ​ຕົວ­ຢ່າງ​ມາ​ກວດ​ທັງ​ໝົດ ມີ 2.021 ຕົວ­ຢ່າງ ກວດ​ພົບ​ເຊື້ອ​ສະ​ສົມ 19 ຄົນ (19 ມື້​ແລ້ວ​ທີ່​ບໍ່​ມີ​ຜູ້​ຕິດ­ເຊື້ອ​ເພີ່ມ). ສ່ວນ​ການ​ຕິດ­ຕາມ​ຢູ່​ສະ­ຖານ­ທີ່​ຈຳ­ກັດ​ບໍ­ລິ­ເວນ​ຂອງ​ແຂວງ ແລະ ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ເຮືອນ ສຳ­ລັບ​ຜູ້​ເດີນ­ທາງ​ມາ​ຈາກ​ຕ່າງ­ປະ­ເທດ ມາ​ຮອດ​ວັນ​ທີ 30 ເມ­ສາ 2020 ທົ່ວ​ປະ­ເທດ​ຍັງ​ມີ​ສູນ​ຈຳ­ກັດ​ບໍ­ລິ­ເວນ​ທັງ​ໝົດ 175 ສູນ ມີ​ຜູ້​ຈຳ­ກັດ​ບໍ­ລິ­ເວນ​ຢູ່​ສູນ 617 ຄົນ ຈຳ­ກັດ​ບໍ­ລິ­ເວນ​ຢູ່​ເຮືອນ 424 ຄົນ ເກັບ​ຕົວ­ຢ່າງ​ມາ​ກວດ​ວິ­ເຄາະ​ຫາ​ເຊື້ອ 568 ຄົນ ທັງ​ໝົດ​ບໍ່​ພົບ​ເຊື້ອ ແລະ ການ​ຕິດ­ຕາມ​ປີ່ນ​ປົວ​ຄົນ​ເຈັບ​ຢູ່​ໂຮງ­ໝໍ ປັດ­ຈຸ­ບັນ ມີ​ຜູ້​ຕິດ­ເຊື້ອ​ນອນ​ຕິດ­ຕາມ​ປິ່ນ­ປົວ​ຢູ່​ໂຮງ­ໝໍ​ແຕ່ 11 ຄົນ (ຢູ່​ໂຮງ­ໝໍ​ມິດ­ຕະ­ພາບ) ມີ​ອາ­ການ​ເບົາ­ບາງ ຍັງ​ຕິດ­ຕາມ​ເພື່ອ​ກວດ​ວິ­ເຄາະ​ຢັ້ງ­ຢືນ​ການ​ບໍ່​ພົບ​ເຊື້ອ ຈຶ່ງ​ໃຫ້​ອອກ​ໂຮງ­ໝໍ ສ່ວນ​ຢູ່​ໂຮງ­ໝໍ​ແຂວງ​ຫຼວງ​ພະ​ບາງ ໄດ້​ໃຫ້​ອອກ​ໂຮງ­ໝໍ​ໝົດ​ແລ້ວ ແລະ ໄປ​ຕິດ­ຕາມ​ຢູ່​ເຮືອນ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!