ແຂວງເຊກອງ ເປັນເຈົ້າການມີສ່ວນຮ່ວມໃນການປະຕິບັດລັດຖະທໍາມະນູນຢ່າງແຂງແຮງ

       ເນື່ອງໃນໂອກາດສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ໃນນາມສ່ວນຕົວ ກໍຄືຄະນະບໍລິຫານງານພັກແຂວງ ໄດ້ເຄື່ອນໄຫວນໍາພາ-ຊີ້ນໍາທຸກຂົງເຂດວຽກງານ ແລະການເຄື່ອນໄຫວດໍາລົງຊີວິດ ເວລາໃດກໍຖືເອົາລັດຖະທໍາມະນູນ ແລະ ກົດໝາຍເປັນພື້ນຖານບ່ອນອີງຫຼັກ ເພື່ອແນໃສ່ເຮັດໃຫ້ວຽກງານທີ່ຕົນຮັບຜິດຊອບຊີ້ນໍາ ໄດ້ຮັບການຈັດຕັ້ງປະຕິບັດບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

    ໃນນີ້ ໃນແງ່ການເຄົາລົບຈັດຕັ້ງປະຕິບັດ ການສ້າງ ແລະ ເຜີຍແຜ່ລັດຖະທໍາມະນູນ ແລະ ກົດໝາຍ ໄດ້ເອົາໃຈໃສ່ຢ່າງແຂງແຮງໃນດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາສອງກໍາລັງປະກອບອາວຸດ ຕັ້ງໜ້າຝຶກຊ້ອມກໍາລັງກຽມພ້ອມສູ້ຮົບຕະຫຼອດເວລາ ເຄື່ອນໄຫວເກັບສະພາບການເຄື່ອນໄຫວຂອງບຸກຄົນ ນິຕິບຸກຄົນ ທີ່ຫວັງມ້າງເພທໍາລາຍຄວາມສະຫງົບສຸກຂອງທ້ອງຖິ່ນໃຫ້ໄດ້ຢ່າງທົ່ວເຖິງ ແລະ ແກ້ໄຂໃຫ້ທັນການ ພິເສດໃຫ້ສອງກໍາລັງຕ້ອງສຸມໃສ່ສ້າງໃຫ້ໄດ້ບ້ານປ້ອງກັນຄວາມສະຫງົບດີ ບ້ານກອງຫຼອນເຂັ້ມແຂງ ກໍຄືບ້ານປອດຄະດີ ບ້ານປອດຢາເສບຕິດ ແລະ ບ້ານມີຄວາມສະຫງົບຮອບດ້ານ ສໍາລັບທະຫານຊາຍແດນ ຕ້ອງເປັນເຈົ້າການປົກປັກຮັກສາເຂດນໍ້າແດນດິນຂອງ ສປປ ລາວ ກໍຄືແຂວງເຊກອງໃຫ້ມີຄວາມສະຫງົບຕະຫຼອດເວລາ ໂດຍຖືເອົາລັດຖະທໍາມະນູນ ກົດໝາຍຕ່າງໆທີ່ກ່ຽວຂ້ອງເປັນພື້ນຖານບ່ອນອີງ ແລະ ປະກອບສ່ວນໃນການພັດທະນາ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລຽບຕາມຊາຍແດນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ ພ້ອມທັງນໍາພາ-ຊີ້ນໍາໃຫ້ອົງການຈັດຕັ້ງລັດທຸກຂັ້ນ ຕ້ອງພ້ອມກັນຄຸ້ມຄອງເສດຖະກິດ-ວັດທະນະທໍາສັງຄົມ ດ້ວຍລະບຽບກົດໝາຍຢ່າງເຂັ້ມງວດ ຫ້າມເຈົ້າໜ້າທີ່ລັດທຸກຂະແໜງການ ທຸກຄົນ ໃຊ້ສິດ ໃຊ້ອໍານາດ ນອກລະບຽບກົດໝາຍໃນການບໍລິການ ການຄຸ້ມຄອງຫົວໜ່ວຍທຸລະກິດຢ່າງເດັດຂາດ ສໍາລັບການສ້າງກົດໝາຍ ແຕ່ປີ 2021-2025 ໄດ້ກໍານົດແຜນສູ້ຊົນສ້າງກົດໝາຍໃຫ້ໄດ້ 10 ສະບັບ ຢ່າງໜ້ອຍກວມເອົາ 3 ຂົງເຂດ ມອບໃຫ້ພະແນກຍຸຕິທໍາ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງຮາກຖານ ເພື່ອໃຫ້ປະ ຊາຊົນຮັບຮູ້ ພ້ອມກັນເຄົາລົບ ແລະ ປະຕິບັດກົດໝາຍຢ່າງເອກະພາບ.

   ທ່ານ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: ຢາກຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ວັດທະນະທໍາ-ສັງຄົມ ໃຫ້ມີປະສິດທິຜົນ ແລະ ເຂັ້ມງວດນັ້ນ ຕ້ອງເລັງໃສ່ບາງບັນຫາຄື: ຄວນຖືເອົາການໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງ ສ້າງນິຕິກໍາໃຕ້ກົດໝາຍໃຫ້ໄດ້ຫຼາຍ ກວມລວມທຸກຂົງເຂດວຽກງານ ນໍາພາ-ຊີ້ນໍາທຸກອົງການຈັດຕັ້ງພັກ ລັດ ກໍາລັງປະກອບອາວຸດ ແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ສະຫະພັນນັກຮົບເກົ່າ ພະນັກງານນໍາພາ ຄຸ້ມຄອງ ທຸກຂັ້ນ ຕ້ອງເປັນເຈົ້າການນໍາໃນການເຄົາລົບ ແລະ ປະຕິບັດກົດໝາຍ ແກ້ໄຂເດັດຂາດຕໍ່ເຈົ້າໜ້າທີ່ລັດທີ່ລະເມີດລະບຽບກົດໝາຍ ປັບປຸງອົງການຕຸລາການ ອົງການສືບສວນ-ສອບສວນ ເພີ່ມທະວີບົດບາດຂອງອົງການນິຕິບັນຍັດ (ສະພາປະຊາຊົນແຂວງ) ໃນການກວດກາໃຫ້ໜັກແໜ້ນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

   # ຂ່າວ – ພາບ :  ຊິລິການດາ

error: Content is protected !!