ພະສົງສາມະເນນ ຮ່ວມໃຈໃຫ້ບໍລິຈາກເລືອດໃນໄລຍະວິກິດ ໂຄວິດ-19

    ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ ເຮັດໃຫ້ສູນເລືອດໃນຂອບ ເຂດທົ່ວປະເທດ ພົບກັບວິກິດຂາດເລືອດສະໜອງໃຫ້ຄົນເຈັບທີ່ປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ດັ່ງນັ້ນ ທາງສູນເລືອດແຫ່ງຊາດ ອົງການກາແດງລາວ ຈຶ່ງອອກເຄື່ອນໄຫວລະດົມການບໍລິຈາກເລືອດ.

    ລະຫວ່າງວັນທີ 29-30 ກັນຍາ 2021 ຜ່ານມາ ພະສົງສາມະເນນ ວັດຈັນທະປ່າລານ ເມືອງສີສັດ ຕະນາກ ນະຄອນຫຼວງວຽງຈັນ (ນວ) ນຳໂດຍ ພະອາຈານ ພັນທອງ ໂພມີໄຊ ພ້ອມພະສົງສາມະເນນ ໃຫ້ການປະກອບສ່ວນບໍລິຈາກເລືອດ ຈຳນວນ 7 ອົງ.

    ສ່ວນວັດມິ່ງແກ້ວ ມຸງຄຸນ ໄຊຍະຣາມ (ວັດໂນນຂີ້ເຫຼັກ) ເມືອງສີໂຄດຕະບອງ ນຳໂດຍເຈົ້າອາທິການ ວັດດັ່ງກ່າວ ໄດ້ລະດົມພະສົງສາມະເນນ ແລະ ອອກຕົນຍາດຍົມ ໃຫ້ການປະກອບສ່ວນບໍລິຈາກເລືອດ ດ້ວຍຄຳຂວັນທີ່ວ່າ: ໃຫ້ເລືອດປຽບດັ່ງໃຫ້ຊີວິດ ເຊິ່ງມີພະສົງສາມະເນນ ແລະ ອອກຕົນຍາດຍົມ ໃຫ້ການ ປະກອບສ່ວນບໍລິຈາກເລືອດ ຈຳນວນ 10 ອົງ ແລະ 2 ທ່ານ ຂໍອະນຸໂມທະນາບຸນສາທຸນຳ !.

   # ຂ່າວ – ພາບ :  ບຸນມີ

error: Content is protected !!