ຫວ່າງບໍ່ດົນຜ່ານມານີ ຢູ່ທີ່ສະໂມສອນເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ມີພິທີປະກາດແຕ່ງຕັ້ງພະນັກງານນໍາພາຂັ້ນສູງຂອງເມືອງຂຶ້ນ ເປັນປະທານຂອງທ່ານ ລຳທອງ ຂອບສີລາວົງ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ທ່ານ ແສງທອງ ວັງແກ້ວມະນີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊພູທອງ ມີການຈັດຕັ້ງຂັ້ນແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ ພ້ອມບັນດາທ່ານຄະນະປະຈໍາພັກເມືອງ ກໍາມະການພັກເມືອງ ຫົວໜ້າຫ້ອງການ-ການຈັດຕັ້ງ ພັກ-ລັດ ອ້ອມຂ້າງເມືອງໄຊພູທອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 1519 / ຄປພຂ.ສຂ ລົງວັນທີ 22 ກັນຍາ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຮອງເລຂາພັກເມືອງ ກໍາມະການປະຈໍາພັກເມືອງ ກໍາມະການພັກເມືອງໄຊພູທອງທີ່ຫວ່າງ ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ II ມາດຕາທີ 9 ວ່າດ້ວຍຫຼັກການຈັດຕັ້ງຂອງພັກ ເຫັນດີບົ່ງຕົວແຕ່ງຕັ້ງສະຫາຍ ເກີດມີ ຈັນທິລາດ ກໍາມະການພັກເມືອງ ເປັນຮອງເລຂາພັກເມືອງໄຊພູທອງ ສະຫາຍ ທອງມີ ເນົາສະຫວາດ ກຳມະການພັກເມືອງ ເປັນກຳມະການປະຈຳພັກເມືອງ,ສະຫາຍ ນາງແກ້ວວິຈິດ ວົງໂພສີ ກຳມະການພັກເມືອງ ເປັນກຳມະການປະຈຳພັກເມືອງສະຫາຍ ຕິກ ບຸດສະດີ ເລຂາໜ່ວຍພັກ ເປັນກຳມະການພັກເມືອງ ສະຫາຍ ນາລີ ພັນທະວົງ ຮອງເລຂາໜ່ວຍພັກ ເປັນກຳມະການພັກເມືອງ ແລະ ສະຫາຍ ນາງ ບົວຄໍາ ພົມໂສພາ ສະມາຊິກພັກສົມບູນ ເປັນກໍາມະການພັກເມືອງ.

ດັ່ງນັ້ນ ອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ເລກທີ 1592/ຈຂ.ສຂ ລົງວັນທີ 22 ກັນຍາ 2021 ວ່າດ້ວຍການແຕ່ງຕັ້ງພະນັກງານ ມາດຕາ 1 ຕົກລົງແຕ່ງຕັ້ງສະຫາຍ ພົມມາ ສົງວິໄລ ເປັນຮອງເຈົ້າເມືອງໄຊພູທອງ ຊີ້ນໍາຂົງເຂດວັດທະນະທຳ-ສັງຄົມເມືອງໄຊພູທອງ ຕອນທ້າຍ ສະຫາຍ ລຳທອງ ຂອບສີລາວົງ ກໍໄດ້ມີຄໍາເຫັນໂອ້ລົມ ແລກປ່ຽນ ຕໍ່ທີ່ປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງການບົ່ງຕົວແຕ່ງຕັ້ງຄັ້ງນີ້ ເປັນການແຕ່ງຕັ້ງເພີ່ມຕຳແໜ່ງຄະນະປະຈໍາ ແລະ ກຳມະການພັກເມືອງທີ່ຫວ່າງ ຍ້ອນມີການສັບຊ້ອນຍົກຍ້າຍບາງສະຫາຍໄປຮັບໜ້າທີ່ໃໝ່ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ພ້ອມນັ້ນ ສະຫາຍຍັງໄດ້ເນັ້ນໜັກຕໍ່ບັນດາພາກສ່ວນທີ່ເຂົ້າຮ່ວມໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິ XI ຂອງພັກ ມະຕິ IXຂອງແຂວງ ແລະ ມະຕິ V ຂອງເມືອງ ເຂົ້າໃນຂະແໜງການຕ່າງໆ ໂດຍສະເພາະຕໍ່ບັນຫາໃໝ່ທີ່ເປັນວາລະແຫ່ງຊາດ ເປັນຕົ້ນຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01 ລົງວັນ ທີ 26 ກໍລະ ກົດ 2021 ກ່ຽວກັບການເພີ່ມທະວີການຊີ້ນໍາໆພາຂອງຄະນະພັກທຸກຂັ້ນອອກ ເພື່ອນໍາເອົາເນຶ້ອຈິດໃຈເອກະສານດັ່ງກ່າວໄປຈັດຕັ້ງປະຕິບັດຕາມພາລະບົດບາດ ໜ້າທີ່ ທີ່ຕົນຮັບຜິດຊອບໃຫ້ມີຜົນສໍາເລັດສູງສຸດ ເປັນພະນັກງານນໍາພາ ຕ້ອງເປັນແບບຢ່າງທີ່ດີໃຫ້ມະຫາຊົນທຸກຊັ້ນຄົນໃນສັງຄົມຮູ້ແນວທາງ ຮູ້ວາງແຜນ ຮູ້ນໍາພາ ຮູ້ຈັດຕັ້ງປະຕິບັດແລກປ່ຽນຖອນຖອດບົດຮຽນ ແລະ ຮູ້ເສຍສະຫຼະ ເພື່ອນໍາພາປະເທດຊາດບ້ານເມືອງພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

# ຂ່າວ – ພາບ : ພັນທະມິດ ວົງສຸທິ