ຂໍ້ປະຕິບັດເມື່ອຕ້ອງໄປຕະຫຼາດ

     ຕະຫຼາດຖືກ ເປັນອີກສະຖານທີ່ໜຶ່ງທີ່ມີຄວາມສ່ຽງສູງທີ່ອາດຈະຕິດເຊື້ອພະຍາດໂຄວິດ-19 ສະນັ້ນເມື່ອຈຳເປັນຕ້ອງໄປຊື້ເຄື່ອງອຸປະໂພກ-ບໍລິໂພກ ທຸກຄົນຕ້ອງໄດ້ເອົາໃຈໃສ່ທີ່ສຸດ ໃນມາດຕະການປ້ອງກັນຕົນເອງເພື່ອບໍ່ໃຫ້ຕິດເຊື້ອພະຍາດໂຄວິດ-19 ດ້ວຍການປະຕິບັດຕາມຂໍ້ປະຕິບັດ ເມື່ອຕ້ອງໄປຊື້ເຄື່ອງອຸປະໂພກ – ບໍລິໂພກຢ່າງເຄັ່ງຄັດຄື:

  • ສວມໃສ່ຜ້າປິດປາກ-ດັງ ກ່ອນອອກຈາກເຮືອນ
  • ຮັກສາໄລຍະຫ່າງ ລະຫວ່າງຜູ້ຂາຍເຄື່ອງ ແລະ ຜູ້ຊື້
  • ລ້າງມືດ້ວຍເຈວລ້າງມືຂ້າເຊື້ອ ກ່ອນ ແລະ ຫຼັງສຳຜັດເຄື່ອງ
  • ເມື່ອກັບຮອດເຮືອນ ກໍຕ້ອງອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ
  • ສ່ວນອາຫານທີ່ສາມາດລ້າງໄດ້ ກໍພະຍາຍາມລ້າງ ສ່ວນເຄື່ອງໃດທີ່ມີກັບຫຸ້ມຫໍ່ ກໍແມ່ນໃຊ້ນ້ຳຢາເຫຼົ້າ 70% ພົ່ນອະນາໄມຂ້າເຊື້ອ
error: Content is protected !!