ບໍລິສັດຜາແດງ ອິນດັສຕຣີ ປະເທດລາວ ຈໍາກັດ ມອບເງິນຊ່ວຍເຫຼືອໃຫ້ກະຊວງປ້ອງກັນປະເທດ

    ພິທີມອບ-ຮັບເງິນຊ່ວຍເຫຼືອຈາກບໍລິສັດຜາແດງ ອິນດັສຕຣີ ປະເທດລາວ ຈໍາກັດ ມູນຄ່າ 600 ລ້ານກີບ ເພື່ອປະກອບສ່ວນໃນວຽກງານສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດ ຈັດຂຶ້ນວັນທີ 29 ກັນຍາ 2021 ຢູ່ກະຊວງປ້ອງກັນປະເທດ ເຊິ່ງມອບໂດຍທ່ານ ຕິ່ງໂດໂກ້ ປະທານບໍລິສັດຜາແດງ ອິນດັສຕຣີ ປະເທດລາວ ຈໍາກັດ ແລະ ຮັບໂດຍທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມີທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ ໂມດ ເອນິ ບິນ ອັບຕັ້ນ ເອກອັກຄະລັດຖະທູດມາເລເຊຍ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້!ຮ່ວມ.

    ໂອກາດນີ້ ທ່ານ ພົນຕີ ວົງຄໍາ ພົມມະກອນ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍບໍລິສັດຜາແດງ ອິນດັສຕຣີ ປະເທດລາວ ຈໍາກັດ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອຕາມເຈດຕະນາລົມ ແລະ ຄວາມສາ ມາດຂອງຕົນ ໃນການສະໜັບສະໜູນວຽກງານປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເຊິ່ງການປະກອບສ່ວນດັ່ງກ່າວ ໄດ້ສະແດງເຖິງຄວາມເສຍ ສະຫຼະ ຄວາມເປັນຫ່ວງເປັນໄຍ ຄວາມສາມັກຄີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງໃຫ້ພັກ-ລັດ ແລະ ປວງຊົນລາວທັງຊາດ ໂດຍສະເພາະພະນັກງານແພດໝໍ ແລະ ເຈົ້າໜ້າທີ່ທຸກພາກສ່ວນ ທີ່ພວມປະຕິບັດໜ້າທີ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວປະເທດ ພ້ອມທັງຢືນຢັນຈະນໍາໃຊ້ເງິນດັ່ງກ່າວ ໃຫ້ຖືກັຈຸດປະສົງ-ເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.

   

error: Content is protected !!