ອາເມຣິກາ ມອບອາຫານ ແລະ ຊຸດອະນາໄມ ໃຫ້ແກ່ສູນກັກກັນທີ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ

    ວັນທີ 28 ກັນຍາ 2021 ທີ່ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ສະຫະລັດອາເມຣິກາ ໄດ້ບໍລິຈາກອາຫານແຫ້ງ ແລະ ຊຸດອະນາໄມ ຈຳນວນມູນຄ່າຫຼາຍກວ່າ 100.000 ໂດລາສະຫະລັດ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ.

    ອາຫານແຫ້ງ ແລະ ຊຸດອະນາໄມ ໄດ້ຖືກສະໜັບສະໜູນໂດຍທຶນການຊ່ວຍເຫຼືອລ້າຂອງອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ຫຼື USAID ຜ່ານການຈັດຕັ້ງປະຕິບັດໂດຍອົງການຊ່ວຍເຫຼືອເດັກປະຈໍາ ສປປ ລາວ ຈະຖືກແຈກຢາຍໃຫ້ແກ່ສູນຈຳກັດບໍລິເວນໃນສອງແຂວງເປົ້າໝາຍ ກໍຄືແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ເພື່ອສະໜັບ ສະໜູນແຮງງານລາວທີ່ເດີນທາງກັບຄືນສູ່ປະເທດ.

    ໃນປັດຈຸບັນ ສປປ ລາວ ກຳລັງປະສົບກັບບັນຫາອັດຕາທີ່ສູງຂຶ້ນຂອງຜູ້ຈຳກັດບໍລິເວນທີ່ສູນຈຳກັດບໍລິເວນ ເຊິ່ງໃນຂະນະນີ້ ມີຢູ່ປະມານ 7.500 ຄົນ ສ່ວນໃຫຍ່ແມ່ນແຮງງານລາວທີ່ຖືກສົ່ງຕົວກັບຈາກປະເທດເພື່ອນບ້ານ ແລະ ໃນຈຳນວນນັ້ນເກືອບເຄິ່ງໜຶ່ງແມ່ນແມ່ຍິງ.

    ການຊ່ວຍເຫຼືອຈາກ USAID ຄັ້ງນີ້ ຈະຮັບປະກັນວ່າ ປະຊາຊົນທີ່ສູນຈໍາກັດບໍລິເວນ ຈະສາມາດເຂົ້າເຖິງສະບຽງອາຫານ ແລະ ການຮັກສາສຸຂານາໄມທີ່ຈຳເປັນ ໃນໄລຍະການກັກຕົວຂອງພວກເຂົາ ໃນການສະໜັບສະໜູນດັ່ງກ່າວ ແຕ່ລະຄົນແມ່ນຈະໄດ້ຮັບຊຸດບັນຈຸພັນທີ່ປະກອບໄປດ້ວຍ ໜ້າກາກອະນາໄມ ສະບູ ເຈວລ້າງມື ເຄື່ອງໃຊ້ສອຍທີ່ຈຳເປັນ ຜະ ລິດຕະພັນເຄື່ອງປຸງ ອາຫານກະປ໋ອງ ແລະ ນ້ຳດື່ມ.

    ທ່ານ ປອ. ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳ ສປປ ລາວ ຊົມເຊີຍລັດຖະບານ ສປປ ລາວ ຕໍ່ກັບຄວາມພະຍາຍາມໃນການຮັກສາຄວາມປອດໄພແກ່ປະຊາຊົນລາວ ໃຫ້ຫ່າງໄກຈາກພະຍາດໂຄວິດ-19 ແລະ ໄດ້ຍົກໃຫ້ເຫັນເຖິງການຂະຫຍາຍຕົວຂອງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ເຊິ່ງໃນປີນີ້ ກໍແມ່ນຄົບຮອບ 5 ປີ ສາຍພົວພັນດັ່ງກ່າວ ທ່ານ ປອ. ປີເຕີ ເຮມອນ ກ່າວວ່າ: ພວກເຮົາພູມໃຈທີ່ໄດ້ໃຫ້ການສະໜັບສະໜູນທີ່ທ່ວງທັນກັບຄວາມຮຽກຮ້ອງຕ້ອງການ ການສະໜັບສະໜູນຄັ້ງນີ້ ຈະຊ່ວຍສະໜອງອາຫານ ແລະ ຊຸດອານາໄມທີ່ຈຳເປັນສຳລັບແຮງງານລາວທີ່ກັບຄືນປະເທດໃນຊ່ວງໄລຍະເວລາທີ່ຫຍຸ້ງຍາກແບບນີ້. ສະຫະລັດອາເມຣິກາຈະສືບຕໍ່ ຮ່ວມມືກັບ ສປປ ລາວ ເພື່ອແກ້ໄຂຜົນກະທົບທີ່ເກີດຂຶ້ນຈາກການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ວ່າຈະເປັນຜົນກະທົບຕໍ່ສຸຂະພາບເສດຖະກິດ ຫຼື ການສຶກສາຂອງປະຊາຊົນ ທັງນີ້ກໍເພື່ອຊ່ວຍໃຫ້ ສປປ ລາວ ສາມາດຟື້ນໂຕໄດ້ດີຂຶ້ນກວ່າເກົ່າ ສິ້ນສຸດການແຜ່ລະບາດຂອງພະຍາດ ໂຄວິດ-19”. ການຊ່ວຍເຫຼືອນີ້ ແມ່ນໜຶ່ງໃນຫຼາຍໆຄວາມຊ່ວຍເຫຼືອຈາກສະຫະລັດອາເມຣິກາໃຫ້ແກ່ ສປປ ລາວ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ -19. ນັບແຕ່ເລີ່ມມີການລະບາດ ສະຫະລັດອາເມຣິກາໄດ້ໃຫ້ຄວາມຊ່ວຍເຫຼືອເປັນມູນຄ່າລວມປະມານ 10 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນລັດຖະບານລາວ ໃນການຕໍ່ສູ້ກັບພະຍາດດັ່ງກ່າວ ໃນເດືອນກໍລະກົດ ປີ 2021 ສະຫະລັດອາເມຣິກາໄດ້ບໍລິຈາກຢາວັກຊີນ Johnson & Johnson ຫຼາຍກວ່າໜຶ່ງລ້ານໂດສ ໃຫ້ແກ່ ສປປ ລາວ ເຊິ່ງມັນເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງທ່ານ ໄບເດັນ ປະທານາທິບໍດີແຫ່ງສະຫະລັດອາເມຣິກາ ໃນການທີ່ຈະຢຸດຢັ້ງການລະບາດຂອງພະຍາດດັ່ງກ່າວໃນທົ່ວໂລກ. ການຊ່ວຍເຫຼືອກ່ອນໜ້ານີ້ຈາກອົງການ USAID ໄດ້ສະໜັບສະໜູນ ສປປ ລາວ ໃນການຝຶກອົບຮົມພະນັກງານແຖວໜ້າ ແພດ ແລະ ໝໍ ທັງຍັງສະໜອງອຸປະກອນການແພດ ແລະ ຫ້ອງທົດລອງ ສົ່ງເສີມການເປີດໂຮງຮຽນຄືນໃໝ່ຢ່າງປອດໄພ ເພື່ອຊ່ວຍໃຫ້ເດັກນ້ອຍໃນທົ່ວ ສປປ ລາວ ໄດ້ສືບຕໍ່ການຮຽນຢ່າງປອດໄພ. ອົງການ USAID ຍັງເຮັດວຽກຮ່ວມກັນຢ່າງໃກ້ຊິດກັບລັດຖະບານລາວ ໂດຍຜ່ານຫຼາຍແຜນງານທີ່ໄດ້ອອກແບບມາເພື່ອປັບປຸງວຽກງານໂພຊະນາການ ນ້ຳ ແລະ ສຸຂະອານາໄມ ທັງຍັງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ, ສ້າງຄວາມເຂັ້ມແຂງໃຫ້ກົດໝາຍ ຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາ ແລະ ຕ້ານການຄ້າມະນຸດໃນປະເທດລາວ.

   # ຂ່າວ – ພາບ :  ໄຊບັນດິດ

 

error: Content is protected !!