ສອງບໍລິສັດມອບເຄື່ອງຊ່ວຍເຫຼືອລັດຖະບານ ຕ້ານພະຍາດໂຄວິດ-19

ວັນ​ທີ 1 ພຶດ­ສະ­ພາ 2020 ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ມີ 2 ບໍ­ລິ­ສັດ​ມອບ​ເຄື່ອງ​ຊ່ວຍ­ເຫຼືອ​ໃຫ້​ແກ່​ລັດ­ຖະ­ບານ ເພື່ອ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ວຽກ​ງານ​ຕ້ານ ແລະ ສະ­ກັດ​ກັ້ນ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ຕາງ­ໜ້າ​ຮັບ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ມີ​ບັນ­ດາ​ຄະ­ນະ​ສະ­ເພາະ​ກິດ​ຄວບ​ຄຸມ​ໂຄ​ວິດ-19 ເຂົ້າ​ຮ່ວມ.

ພາກ­ສ່ວນ​ທີ່​ມອບ​ຄັ້ງ​ນີ້​ປະ­ກອບ​ມີ ກຸ່ມ​ບໍ­ລິ­ສັດ ດີ​ເອ​ຊ​ເຄ ຈຳ­ກັດ (ບໍ­ລິ­ສັດ ນ້ຳ​ຜາ​ໃຫຍ່​ຮາຍ​ໂດຣ​ພາວ​ເວີ) ມອບ​ເງິນ 100.000.000 ກີບ ໂດຍ​ການ​ມອບ​ຂອງ​ທ່ານ ໄຊ​ຍະ​ສິດ ຊະ­ນະ​ແກ້ວ ອຳ­ນວຍ​ການ​ກຸ່ມ​ບໍ­ລິ­ສັດ ດີ​ເອ​ຊ​ເຄ ຈຳ­ກັດ ແລະ ບໍ­ລິ­ສັດ ເອັສ​ທີ​ກຣຸບ ແລະ ທະ­ນາ­ຄານ​ເອັສ​ທີ ຈຳ­ກັດ ມອບ​ກ້ອງ​ຈັບ​ອຸນ­ຫະ­ພູມ ຈຳ­ນວນ 5 ຊຸດ ມູນ​ຄ່າ 650.000.000 ກີບ ໂດຍ​ການ​ມອບ​ຂອງ​ທ່ານ ຈິ​ຣັດ​ຊະ​ຍຸດ ອຳ​ຍົງ ຜູ້­ອຳ­ນວຍ­ການ​ໃຫຍ່ ກຸ່ມ​ບໍ­ລິ­ສັດ ເອັສ​ທີກຣຸບ ແລະ ທະ­ນາ­ຄານເອັສ​ທີ ຈຳ­ກັດ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!