ມະຕິກອງປະຊຸມປຶກສາຫາລື ກ່ຽວກັບແຜນການເປີດຮຽນຄືນໃໝ່ ຂອງຂະແໜງການສຶກສາ ແລະ ກີລາ

ທ່ານ ສົມ​ພອນ ສອນ​ດາ­ລາ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ກ່າວ​ວ່າ: ຈາກ​ຜົນ​ສະ­ຫຼຸບ​ຂອງ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ໃນ​ເບື້ອງ​ຕົ້ນ ເຊິ່ງ​ເປັນ​ທີ່​ຮັບ​ຮູ້​ວ່າ​ຈະ​ເປີດ​ການ​ຮຽນ-ການ​ສອນ​ຄືນ­ໃໝ່ ໃນ​ວັນ​ທີ 11 ພຶດ­ສະ­ພາ 2020 ຖ້າ​ຫາກ​ສະ­ຖາ­ນະ​ການ​ແຜ່​ລະ­ບາດ​ໂຄ​ວິດ-19 ເບົາ­ບາງ​ລົງ ດ້ວຍ​ເຫດ​ນັ້ນ ທາງ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໄດ້​ຈັດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ກັນ ແລະ ເປັນ​ເອ­ກະ​ພາບ​ກັນ ໃນ​ການ​ເລື່ອນ​ວັນ​ເປີດ​ການ​ຮຽນ-ການ​ສອນ​ຄືນ­ໃໝ່ ຂອງ​ຂະ­ແໜງ­ການ​ສຶກ​ສາ-ກີ­ລາ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເຊິ່ງ​ທາງ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ກໍ​ຈະ​ໄດ້​ອອກ​ແຈ້ງ​ການ​ໃຫ້​ກັບ​ຂະ­ແໜງ­ການ​ສຶກ​ສາ-ກີ­ລາ ທົ່ວ ນວ ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ມະ­ຕິ​ຂອງ​ກອງ​ປະ­ຊຸມ​ດັ່ງ­ກ່າວ.

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ແຜນ­ການ​ເປີດ​ຮຽນ​ຄືນ­ໃໝ່​ຂອງ​ຂະ­ແໜງ­ການ​ສຶກ​ສາ ແລະ ກີ­ລາ ຄັ້ງ​ວັນ​ທີ 27 ເມ­ສາ 2020 ທີ່​ຫ້ອງ​ປະ­ຊຸມ 425 ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບຸນ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ພ້ອມ​ດ້ວຍ​ທ່ານ​ຮອງ​ລັດ­ຖະ­ມົນ­ຕີ ຮັກ­ສາ​ການ ຫົວ­ໜ້າ​ຫ້ອງ­ການ​ກະ­ຊວງ ຫົວ­ໜ້າ​ກົມ ວ່າ­ການ​ຫົວ­ໜ້າ​ກົມ ຣອງ​ຫົວ­ໜ້າ​ກົມ ຫົວ­ໜ້າ​ຫ້ອງ­ການ ຜູ້­ອຳ­ນວຍ­ການ ແລະ ຮອງ​ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ ປະ­ທານ​ສະ­ມາ­ຄົມ​ການ​ສຶກ​ສາ​ພາກ​ເອ­ກະ​ຊົນ ບັນ­ດາ​ຫົວ­ຫນ້າ​ພະ​ແນກ ແລະ ວິ­ຊາ​ການ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ເຫັນ​ດີ​ວ່າ: ການ​ເປີດ​ສະ­ຖານ​ການ​ສຶກ​ສາ​ຄືນ­ໃໝ່ ຕ້ອງ​ໄດ້​ອີງ­ໃສ່​ການ​ປະ​ເມີນ​ຜົນ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ແຫ່ງ​ຊາດ​ເພື່ອ​ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ແລະ ການ​ອະ­ນຸ­ຍາດ​ຂອງ​ລັດ­ຖະ­ບານ​ກ່ຽວ​ກັບ​ບັນ­ຫາ​ດັ່ງ­ກ່າວ​ເປັນ​ວາ­ລະ​ລະ­ດັບ​ຊາດ ແລະ ຈະ​ມີ​ຜົນ​ກະ­ທົບ​ກັບ​ຫຼາຍ​ພາກ­ສ່ວນ ສະ­ນັ້ນ ກອງ​ປະ­ຊຸມ​ໄດ້​ຄົ້ນ­ຄວ້າ​ປຶກ­ສາ​ຫາ­ລື​ເປັນ​ເອ­ກະ​ພາບ​ຂອງ​ຂະ­ແຫນງ­ການ​ສຶກ​ສາ ແລະ ກີ­ລາ ເພື່ອ​ສະ­ເໝີ​ໃຫ້​ຄະ­ນະ​ສະ­ເພາະ​ກິດ ກໍ​ຄື​ລັດ­ຖະ­ບານ​ພິ­ຈາ­ລະ­ນາ​ໃນ​ການ​ຊີ້​ນຳ​ການ​ອະ­ນຸ­ມັດ ໃຫ້​ເປີດ​ການ​ຮຽນ-ການ​ສອນ​ຂະ­ແໜງ​ສຶກ​ສາ ແລະ ກີ­ລາ ອາດ​ຈະ​ໄດ້​ເປີດ​ຮຽນ​ໃນ​ສາຍ​ສາ­ມັນ​ສຶກ​ສາ ສ້າງ​ຄູ ອາ­ຊີ­ວະ​ສຶກ​ສາ ການ​ສຶກ​ສາ​ຊັ້ນ​ສູງ ໃນ​ວັນ​ທີ 18 ພຶດ­ສະ­ພາ 2020 ສຳ­ລັບ​ນັກ­ຮຽນ​ປີ​ສຸດ​ທ້າຍ ໝາຍ​ເຖິງ ປ5 ມ4 ມ7 ແລະ ປີ​ສຸດ​ທ້າຍ​ຂອງ​ບັນ­ດາ​ວິ­ທະ­ຍາ­ໄລ ແລະ ມະ­ຫາ­ວິ­ທະ­ຍາ­ໄລ ຈົນ​ເຖິງ​ກາງ​ເດືອນ​ກໍ­ລະ­ກົດ ສຳ­ລັບ​ຫ້ອງ​ອື່ນໆ​ນອກ­ຈາກ​ປີ​ສຸດ​ທ້າຍ​ນັ້ນ ແມ່ນ​ຈະ​ເລີ່ມ​ຮຽນ​ໃນ​ວັນ​ທີ 2 ມິ­ຖຸ­ນາ 2020 ເປັນ­ຕົ້ນ​ໄປ​ຈົນ​ເຖິງ​ທ້າຍ​ເດືອນ​ກໍ­ລະ­ກົດ 2020.

ສຳ­ລັບ​ການ​ສຶກ​ສາ­ກ່ອນ​ໄວ​ຮຽນ ຈະ​ໄດ້​ໂຈະ​ການ​ຮຽນ-ການ​ສອນ​ຕະ­ຫຼອດ​ສົກ­ຮຽນ​ນີ້ ສຳ­ລັບ​ກີ­ລາ​ກາງ ແຈ້ງ ແລະ ກີ­ລາ​ໃນ​ຮົ່ມ ໃຫ້​ປະ­ຕິ­ບັດ​ຕາມ​ເງື່ອນ­ໄຂ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 (COvi0 9) ໃຫ້​ສະ­ຖານ​ການ​ສຶກ​ສາ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ​ທີ່​ມີ​ເງື່ອນ­ໄຂ​ຈັດ­ການ​ຮຽນ-ການ​ສອນ​ທາງ­ໄກ ແລະ ແບບ​ອອນ​ລາຍ ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ຮຽນ-ການ​ສອນ​ໄປ​ຈົນ​ໝົດ​ຫຼັກ­ສູດ​ຂອງ​ຕົນ ໃຫ້​ສະ­ຖານ​ການ​ສຶກ​ສາ​ສືບ­ຕໍ່​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ແຫ່ງ​ຊາດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຊັ່ນ: ຮັກ­ສາ​ໄລ­ຍະ​ຫ່າງ​ທາງ​ສັງ­ຄົມ ຈັດ​ໃຫ້​ມີ​ບ່ອນ​ລ້າງ​ມື ມີ​ຜ້າ​ອັດ​ປາກ-ດັງ ເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ​ຂອງ​ນັກ­ຮຽນ-ນັກ​ສຶກ​ສາ ຄູ-ອາ­ຈານ ແລະ ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ ແລະ ກີ­ລາ.

ການ​ສະ­ເໜີ​ຂອງ​ສະ­ມາ­ຄົມ​ການ​ສຶກ​ສາ​ພາກ​ເອ­ກະ​ຊົນ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ເຫັນ​ໄດ້​ສະ­ພາບ​ຄວາມ​ຫຍຸ້ງ­ຍາກ​ຂອງ​ພໍ່​ແມ່​ຜູ້​ປົກ­ຄອງ ຄູ-ອາ­ຈານ ແລະ ຜູ້​ປະ­ກອບ​ການ​ສະ­ຖານ​ການ​ສຶກ​ສາ​ພາກ​ເອ­ກະ​ຊົນ ຈຶ່ງ​ໄດ້​ອອກ​ແຈ້ງ​ການ​ສະ­ບັບ​ເລກ​ທີ 1186/ຫກ ລົງ​ວັນ​ທີ 24 ເມ­ສາ 2020 ວ່າ​ດ້ວຍ​ການ​ຈ່າຍ​ເງິນ­ເດືອນ​ຄູ​ອາ­ຈານ ພະ­ນັກ­ງານ ແລະ ການ​ຈ່າຍ​ພັນ­ທະ​ຄ່າ​ຮຽນ​ຂອງ​ສະ​ຖາ​ບັນ​ການ​ສຶກ​ສາ​ພາກ​ເອ­ກະ​ຊົນ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຜ່ານ​ການ​ລາຍ​ງານ​ຂອງ​ສະ­ມາ­ຄົມ​ການ​ສຶກ​ສາ​ພາກ​ເອ­ກະ​ຊົນ ເຫັນ​ວ່າ​ສະ­ຖານ​ການ​ສຶກ​ສາ​ພາກ​ເອ­ກະ ຊົນ​ມີ​ຫຼາຍ​ລະ­ດັບ ແລະ ໄດ້​ຮັບ​ຜົນ​ກະ­ທົບ​ທີ່​ແຕກ​ຕ່າງ​ກັນ ດັ່ງ­ນັ້ນ ກອງ​ປະ­ຊຸມ​ຈຶ່ງ​ເຫັນ​ດີ​ມອບ​ໃຫ້​ສະ­ມາ­ຄົມ​ການ​ສຶກ​ສາ​ພາກ​ເອ­ກະ​ຊົນ​ປຶກ­ສາ​ຫາ­ລື​ກັບ​ບັນ­ດາ​ຜູ້​ປະ­ກອບ​ການ​ເພື່ອ​ປະ­ສານ​ສົມ­ທົບ​ກັບ​ພໍ່​ແມ່​ຜູ້​ປົກ­ຄອງ ແລະ ຄູ​ອາ­ຈານ​ເພື່ອ​ຊອກ​ຫາ​ທາງ​ອອກ​ທີ່​ເໝາະ​ສົມ​ຮ່ວມ​ກັນ​ຕາມ​ແຕ່​ລະ​ກໍ­ລະ­ນີ.

# ຂ່າວ & ພາບ: ບຸນ​ມີ

error: Content is protected !!