ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ຈັດພິທີປະກາດການຈັດຕັ້ງ ແລະ ປະກາດຊັ້ນໃຫ້ນາຍທະຫານ ວັນທີ 28 ກັນຍາ 2021 ຢູ່ກອງບັນຊາການດັ່ງກ່າວ ໂດຍເປັນປະທານຂອງສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະບໍລິຫານງານພັກ ນວ ເລຂາອົງຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານ ນວ ມີສະຫາຍ ພັນເອກ ບຸນວານ ພົມມະວົງ ຮອງເລຂາອົງຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານ ນວ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພັນໂທ ບຸນຖົມ ໄຊສັງທອງ ຄະນະພັກ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານ ນວ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 4377/ກປທ ລົງວັນທີ 22 ກັນ ຍາ 2021 ວ່າດ້ວຍການແຕ່ງຕັ້ງຂັ້ນຮອງຫົວໜ້າຫ້ອງ ຂອງກອງບັນຊາການທະຫານ ນວ 2 ສະຫາຍ ຄື: ແຕ່ງຕັ້ງສະຫາຍ ພັນໂທ ສົມເພັດ ສຸລິວົງ ເປັນຮອງຫົວໜ້າຫ້ອງເສນາທິການ ແຕ່ງຕັ້ງສະຫາຍ ພັນໂທ ສົມ ພູວັນ ເປັນຮອງຫົວໜ້າຫ້ອງເຕັກນິກ ພ້ອມນີ້ຍັງໄດ້ແຕ່ງຕັ້ງຂັ້ນຫົວໜ້າພະແນກ ຮອງພະແນກ ກົມກອງ 13 ສະຫາຍ ຄື: ແຕ່ງຕັ້ງສະຫາຍ ພັນໂທ ສິງແກ້ວ ພົງເພັງເພັດ ເປັນຫົວໜ້າພະແນກການທະຫານທ້ອງຖິ່ນ ສະຫາຍ ພັນຕີ ແດງ ກົມມະດີ ເປັນຫົວໜ້າພະແນກກຳລັງພົນ ສະຫາຍ ພັນຕີ ພອນໃສ ເລືອງຄໍາມາ ເປັນຫົວໜ້າພະແນກຈັດຕັ້ງພັກ ສະຫາຍ ພັນຕີ ແສງ ພົມມະວົງ ເປັນຫົວໜ້າພະແນກບໍລິຫານຫ້ອງການເມືອງ ສະຫາຍ ພັນຕີ ບຸນເອກ ທໍາມະວົງ ເປັນຫົວໜ້າພະແນກຄຸ້ມຄອງອາວຸດ-ລູກກະສູນ ສະຫາຍ ພັນຕີ ສົມພອນ ບຸດດາວົງ ເປັນຫົວໜ້າພະແນກໄອຍະການ ສະຫາຍ ພັນຕີ ສິນທະລາ ບຸດດາລາເຮືອງ ເປັນຮອງຫົວໜ້າພະແນກການທະຫານທ້ອງຖິ່ນ ສະຫາຍ ພັນຕີ ຂັນທະລີ ບຸນສະຫວັນ ເປັນຮອງຫົວໜ້າພະແນກຈັດຕັ້ງພັກ ສະຫາຍ ພັນຕີ ສັນຕິ ພິມມະທອງ ເປັນຮອງຫົວໜ້າພະແນກກຳລັງພົນສະຫາຍ ພັນຕີ ສາຍຄໍາ ວົງແສງພັນ ເປັນຮອງຫົວໜ້າພະແນກພົວພັນຕ່າງປະເທດ ສະຫາຍ ຮ້ອຍໂທ ຊັດໄຊ ມີໄຊ ເປັນຮອງຫົວໜ້າພະແນກຂົນສົ່ງ ສະຫາຍ ພັນຕີ ບຸນອ່ອງ ແກ້ວວິໄລພອນ ເປັນຫົວໜ້າການເມືອງກອງພັນນ້ອຍຕີພິເສດ 415 ສະຫາຍ ຮ້ອຍເອກ ຄໍາເຫຼັກ ວົງໄຊ ເປັນຮອງຫົວໜ້າການເມືອງ ຫົວໜ້າພະແນກການເມືອງກອງບັນຊາການທະຫານເມືອງປາກງື່ມ ນອກນີ້ຍັງໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານຊັ້ນພັນຕີ ເປັນພັນໂທ 10 ສະຫາຍ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊົນລາວ (ສະບັບປັບປຸງ) ພາກທີ II ໝວດ III ມາດຕາ 22 ມາດຕາ 23 ວ່າດ້ວຍວ່າການເລື່ອນຊັ້ນໃຫ້ນາຍທະຫານ ເພື່ອເຮັດສຳເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ຮັບການມອບໝາຍໜ້າທີ່ ແລະ ປະກາດຊັ້ນໃຫ້ຢ່າງສົມກຽດ.

ໂອກາດນີ້ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ພ້ອມກັນສືບຕໍ່ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມ ພັດທະນາຕົນເອງໃນທຸກດ້ານ ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ເຮັດສຳເລັດໜ້າທີ່ ແລະ ຕັ້ງໜ້າຊອກຮູ້ຮໍ່າຮຽນນໍາໝູ່ຄະນະການຈັດຕັ້ງ ມີແບບແຜນວິທີເຮັດວຽກໃນການນຳພາ-ບັນຊາ ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໂດຍເຮັດວຽກເປັນໝູ່ຄະນະ ມີຄວາມເສຍສະຫຼະສູງຕໍ່ໜ້າທີ່ ແລະ ເປັນແບບຢ່າງແກ່ນາຍ ແລະ ພົນທະຫານ ເພື່ອພ້ອມກັນສຸມໃສ່ເຮັດສຳເລັດທຸກໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
# ຂ່າວ – ພາບ : ສະບາໄພ