ວັນທີ 28 ກັນຍາ 2021 ທີ່ກອງເລຂາອາຊຽນ ນະຄອນຫຼວງຈາກາກຕາ ປະເທດອິນໂດເນເຊຍ ທ່ານ ບໍວອນທັດ ດວງຈັກ ໄດ້ຍື່ນສານແຕ່ງຕັ້ງຕໍ່ທ່ານ ດາໂຕະ ລິມ ຈ໋ອກ ຮອຍ ເລຂາທິການໃຫຍ່ອາຊຽນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອາຊຽນ.

ໃນໂອກາດນີ້ ທ່ານ ດາໂຕະ ລິມ ຈ໋ອກ ຮອຍ ໄດ້ສະແດງຄວາມຍິນດີຮັບຕ້ອນ ແລະ ສະແດງຄວາມຊົມເຊີຍທ່ານ ບໍວອນທັດ ດວງຈັກ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈຳອາຊຽນ ແລະ ເຊື່ອໝັ້ນວ່າ ຈະສືບຕໍ່ປະຕິບັດໜ້າທີ່ຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ໄດ້ຮັບຜົນສໍາເລັດ ແລະ ເສີມຂະຫຍາຍບົດບາດຂອງອາຊຽນໃນເວທີສາກົນ. ພ້ອມນີ້ ທ່ານ ດາໂຕະ ຍັງໄດ້ ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດມາຍັງພະນະທ່ານປະທານປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ຈາກທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ມາຍັງທ່ານເລຂາທິການໃຫຍ່ອາຊຽນ. ພ້ອມດຽວກັນນັ້ນ ກໍຍັງໄດ້ຕີລາຄາສູງຕໍ່ບົດບາດຂອງອາຊຽນ ໃນຖານະເປັນອົງການລະຫວ່າງລັດຖະບານ ທີ່ມີຄວາມເຂັ້ມແຂງ ແລະ ມີເປົ້າໝາຍໃນການຮັກສາສັນຕິພາບ ສະຖຽນລະພາບ ແລະ ການຮ່ວມມືເພື່ອຄວາມສົມບູນພູນສຸກ, ການເຊື່ອມໂຍງເສດຖະກິດຂອງພາກພື້ນ ແລະ ສາກົນ ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ປັບປຸງສະພາບຊີວິດການເປັນຢູ່ຂອງປະຊາຊົນຂອງບັນດາປະເທດສະມາຊິກອາຊຽນ.

ສຸດທ້າຍ ທ່ານເອກອັກຄະລັດຖະທູດ ຍັງໄດ້ແຈ້ງຄວາມໝາຍໝັ້ນຂອງ ສປປ ລາວ ຕໍ່ການສົ່ງເສີມການຮ່ວມມືພາຍໃນອາຊຽນ ແລະ ລະຫວ່າງອາຊຽນ ກັບຄູ່ຮ່ວມມືພາຍນອກ ໂດຍສະເພາະ ການປະຕິບັດໜ້າທີ່ຂອງ ສປປ ລາວ ໃນການເປັນປະເທດປະສານງານການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ສໍາລັບປີ 2021-2024 ແລະ ປະເທດປະສານງານຂອງການພົວພັນຮ່ວມມືອາຊຽນ-ກຸ່ມພັນທະມິດປາຊີຟິກສໍໍາລັບປີ 2021. ທ່ານເອກອັກຄະລັດຖະທູດຍັງສະແເດງຄວາມກຽມພ້ອມຂອງຕົນ ໃນການຮັບໜ້າທີ່ ເປັນປະທານຄະນະກຳມະການຜູ້ຕາງໜ້າຖາວອນປະຈຳອາຊຽນ ທີ່ຈາກາກຕາ ໃນໂອກາດທີ່ ສປປ ລາວ ຈະຮັບໜ້າທີ່ເປັນປະທານອາຊຽນໃນປີ 2024 ແລະ ສະແດງຄວາມຫວັງວ່າ ກອງເລຂາອາຊຽນຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການປະຕິບັດໜ້າທີ່ດັ່ງກ່າວ.
ຈາກ:ກົມການຂ່າວກະຊວງການຕ່າງປະເທດ