ການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ປະເຊີນທ່າຖອຍຫຼັງ

    ການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໄດ້ຖືກຈໍາກັດຈາກບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນເດວຕ້າ ເປັນຜົນເຮັດໃຫ້ຄົວເຮືອນ ແລະ ວິສາຫະກິດ ສືບຕໍ່ປະເຊີນຄວາມຫຍຸ້ງຍາກ ເຊິ່ງໜ້າຈະເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດ ຊ້າລົງ ແລະ ເຮັດໃຫ້ບັນຫາຄວາມບໍ່ສະເໝີພາບໃນສັງຄົມ ເພີ່ມສູງຂຶ້ນ.

    ບົດລາຍງານເສດຖະກິດຂອງພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຂອງທະນາຄານໂລກ (WB) ກ່າວໃນວັນທີ 27 ກັນຍາ 2021 ຢູ່ວໍໍຊິງຕັນ ສ ອາເມຣິກາ ວ່າ: ກິດຈະກໍາເສດຖະກິດ ເລີ່ມມີທ່າຂະຫຍາຍຕົວຊ້າລົງ ໃນໄຕມາດທີ 2 ປີ 2021 ສ່ວນຕົວເລກຄາດຄະເນການຂະຫຍາຍຕົວດ້ານເສດຖະ ກິດຂອງຫຼາຍປະເທດໃນພາກພື້ນ ກໍຖືກດັດປັບຕົວເລກລົງ ເຖິງວ່າເສດຖະກິດຂອງ ສປ ຈີນ ຄາດຄະເນວ່າຈະຂະຫຍາຍຕົວລະດັບ 8,5% ແຕ່ເສດຖະກິດຂອງປະເທດອື່ນໆໃນພາກພື້ນ ຖືກຄາດຄະເນວ່າຈະຂະ ຫຍາຍຕົວພຽງ 2,5% ເຊິ່ງຕໍ່າກ່ວາຕົວເລກຄາດຄະເນ ໃນເດືອນເມສາ 2021 ເຖິງສອງຈຸດສ່ວນຮ້ອຍ  ອັດຕາການຈ້າງງານ ແລະ ການມີສ່ວນຮ່ວມໃນກໍາລັງແຮງງານກໍຫຼຸດລົງ ເຊິ່ງເຮັດໃຫ້ປະຊາກອນໃນພາກພື້ນ ປະມານ 24 ລ້ານຄົນ ບໍ່ສາມາດຫຼຸດພົ້ນຈາກຄວາມທຸກຍາກໄດ້ໃນປີ 2021.   

    ທ່ານ Manuela Ferro ຮອງປະທານ WB ຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກກ່າວວ່າ: ການຟື້ນຟູເສດຖະກິດຂອງບັນດາປະເທດກໍາລັງພັດທະນາໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ປະເຊີນໂຊກຊະຕາຖອຍຫຼັງ ເຖິງວ່າປີ 2020 ພາກພື້ນນີ້ ສາມາດຈໍາກັດບັນຫາການລະບາດຂອງພະຍາດໂຄວິດ-19 ຂະນະທີ່ພາກພື້ນອື່ນໆໃນໂລກພົບຄວາມຫຍຸ້ງຍາກ ແຕ່ກໍລະນີການຕິດເຊື້ອທີ່ເພີ່ມສູງຂຶ້ນໃນປີ 2021 ເຮັດໃຫ້ໂອກາດຂະຫຍາຍຕົວຂອງເສດຖະກິດພາກພື້ນນີ້ ຫຼຸດລົງ ແຕ່ພາກພື້ນນີ້ ເຄີຍຜ່ານພົ້ນວິກິດຕ່າງໆໃນໄລຍະຜ່ານມາໄດ້ຢ່າງເຂັ້ມແຂງ ດ້ວຍນະໂຍບາຍທີ່ຖືກຕ້ອງ ພາກພື້ນນີ້ ຈະສາມາດຟື້ນຕົວໄດ້ອີກຄັ້ງ.

    ຄວາມເສຍຫາຍທີ່ເກີດຈາກການເພີ່ມຂຶ້ນ ແລະ ການສືບຕໍ່ລະບາດຂອງພະຍາດໂຄວິດ-19 ມີຄວາມເປັນໄປໄດ້ສູງ ທີ່ຈະກະທົບຕໍ່ການຂະຫຍາຍຕົວດ້ານເສດຖະກິດ ແລະ ເຮັດໃຫ້ຄວາມບໍ່ສະເໝີພາບໃນສັງ ຄົມເພີ່ມສູງຂຶ້ນໃນໄລຍະຍາວ ຄວາມຫຼົ້ມລະລາຍຂອງບັນດາວິສາຫະກິດທີ່ສາມາດດໍາເນີນທຸລະກິດໄດ້ ຫາກບໍ່ປະເຊີນກັບສະພາບເງື່ອນໄຂປັດຈຸບັນ ເປັນຜົນເຮັດໃຫ້ເກີດການສູນເສຍຊັບສິນທີ່ມີຄຸນຄ່າ ສ່ວນວິສາຫະກິດທີ່ຢູ່ລອດ ກໍພາກັນເລື່ອນການລົງທຶນໃສ່ການຜະລິດ ວິສາຫະກິດຂະໜາດນ້ອຍ ແມ່ນພາກສ່ວນທີ່ຖືກກະທົບໜັກທີ່ສຸດ ຂະນະທີ່ວິສາຫະກິດຫຼາຍແຫ່ງປະເຊີນຄວາມຫຍຸ້ງຍາກ​ ວິສາຫະກິດຂະໜາດໃຫຍ່ ໜ້າຈະປະເຊີນກັບການຫຼຸດລົງຂອງຍອດຂາຍ ຫຼື ລາຍໄດ້ ແລະ ເປັນໄປໄດ້ສູງທີ່ເຂົາເຈົ້າຈະໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ.

    ຄອບຄົວຈໍານວນຫຼາຍຖືກກະທົບ ໂດຍສະເພາະຄອບຄົວທຸກຍາກ ເຊິ່ງເປັນໄປໄດ້ສູງທີ່ເຂົາເຈົ້າເຫຼົ່າ ນັ້ນ ຈະສູນເສຍລາຍໄດ້ ຖືກກະທົບຈາກບັນຫາການຂາດການຄໍ້າປະກັນສະບຽງອາຫານ ລູກ-ຫຼານບໍ່ໄດ້ຮຽນໜັງສື ແລະ ຕ້ອງຖືກບີບໃຫ້ຂາຍຊັບສິນທີ່ມີຈໍາກັດຂອງຕົນ ຜົນຕາມມາທີ່ຈະມີຕໍ່ບັນຫາການເພີ່ມຂຶ້ນຂອງການຂາດສານອາຫານທີ່ເຮັດໃຫ້ເດັກເຕ້ຍ ການຫຼຸດລົງຂອງທຶນມະນຸດ ແລະ ການສູນເສຍຊັບສິນການຜະລິດ ຈະກະທົບຕໍ່ຄວາມສາມາດສ້າງລາຍໄດ້ໃນອະນາຄົດຂອງບັນດາຄອບຄົວເຫຼົ່ານັ້ນ ຄວາມບໍ່ສະ ເໝີພາບທີ່ເພີ່ມສູງຂຶ້ນ ລະຫວ່າງວິສາຫະກິດຕ່າງໆຍັງຈະເຮັດໃຫ້ຄວາມບໍ່ສະເໝີພາບ ລະຫວ່າງຜູ້ອອກ ແຮງງານ ມີເພີ່ມສູງຂຶ້ນ.

    ທ່ານ Aaditya Mattoo ຫົວໜ້ານັກເສດຖະສາດ WB ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ກ່າວວ່າ: ການເລັ່ງສັກວັກຊີນ ແລະ ການກວດຫາເຊື້ອ ເພື່ອຄວບຄຸມການຕິດຕໍ່ຂອງພະຍາດໂຄວິດ-19 ຈະສາມາດຟື້ນຟູກິດຈະກໍາເສດຖະກິດໃຫ້ບັນດາປະເທດທີ່ກໍາລັງປະເຊີນຄວາມຫຍຸ້ງຍາກທາງເສດ ຖະກິດໄດ້ໄວສຸດພາຍໃນຫົກເດືອນຕົ້ນປີ ຂອງ ປີ 2022, ແລະ ສາມາດເຮັດໃຫ້ອັດຕາການຂະຫຍາຍຕົວຂອງເຂດຖະກິດ ເພີ່ມເປັນ 2 ທົບໄດ້ໃນປີ 2022 ແຕ່ໄລຍະຍາວມີພຽງແຕ່ການປະຕິຮູບລວງເລິກເທົ່ານັ້ນ ທີ່ຈະສາມາດປ້ອງກັນບໍ່ໃຫ້ເກີດສະພາບເສດຖະກິດຂະຫຍາຍຕົວຊ້າ ແລະ ບໍ່ໃຫ້ຄວາມສະເໝີພາບໃນສັງ ຄົມເພີ່ມຂຶ້ນ ເຊິ່ງເປັນຮູບການປະສົມປະສານການປະຕິຮູບແກ້ໄຂບັນຫາ 2 ສົ້ນ ທີ່ຍັງບໍ່ທັນປະກົດໃຫ້ເຫັນຢູ່ພາກພື້ນນີ້ ພາຍໃນສັດຕະວັດນີ້.

    ບົດລາຍງານສະບັບນີ້ ປະເມີນວ່າ: ປະເທດສ່ວນໃຫຍ່ໃນພາກພື້ນ ລວມທັງອິນໂດເນເຊຍ ແລະ ຟີລິບປິນ ຈະສາມາດສັກວັກຊີນ ເພື່ອເພີ່ມການປົກຄຸມກວມຫຼາຍກວ່າ 60% ຂອງປະຊາກອນໃນປະເທດໄດ້ ພາຍໃນ 6 ເດືອນຕົ້ນປີ 2022 ເຖິງວ່າອັດຕາປົກຄຸມຂອງການສັກວັກຊີນຈະບໍ່ລືບລ້າງບັນຫາການຕິດເຊື້ອ ແຕ່ຈະເຮັດໃຫ້ອັດຕາການຕາຍຈາກພະຍາດໂຄວິດ-19 ຫຼຸດລົງຢ່າງຫຼວງຫຼາຍ ຖືເປັນການຊ່ວຍໃຫ້ສາມາດກັບຄືນໄປດໍາເນີນກິດຈະກໍາເສດຖະກິດໄດ້ ແຕ່ພາກພື້ນນີ້ຕ້ອງເພີ່ມຄວາມພະຍາຍາມຢ່າງເອົາຈິງເອົາຈັງ 4 ດ້ານ ເພື່ອແກ້ໄຂພະຍາດໂຄວິດ-19 ໃນໄລຍະຍາວ ຄື: ແກ້ໄຂບັນຫາຄວາມລັງເລບໍ່ໄປສັກວັກຊີນ ແລະ ແກ້ທຸກຂໍ້ຈໍາກັດດ້ານຄວາມສາມາດກະຈາຍວັກຊີນໃຫ້ທົ່ວເຖິງ ເພື່ອປ້ອງກັນບໍ່ໃຫ້ເກີດສະພາບທີ່ບໍ່ສາ ມາດເພີ່ມຂອບເຂດການປົກຄຸມຂອງການສັກວັກຊີນໄດ້ ປັບປຸງການກວດຫາເຊື້ອ ການຕິດຕາມ ແລະ ການແຍກດ່ຽວ ເພື່ອຄວບຄຸມການຕິດເຊື້ອ ເພີ່ມການຜະລິດວັກຊີນພາຍໃນພາກພື້ນ ເພື່ອຫຼຸດຜ່ອນການເອື່ອຍອີງໃສ່ການນໍາເຂົ້າວັກຊີນຈາກພາກພື້ນອື່ນ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ໃຫ້ສາມາດຮັບມືກັບການສືບຕໍ່ຂອງພະຍາດດັ່ງກ່າວ ຈໍາເປັນຕ້ອງມີການຊ່ວຍເຫຼືອສາກົນ ເພື່ອສະໜັບສະໜູນຄວາມພະຍາຍາມພາຍໃນຂອງປະເທດ 4 ຂົງເຂດທີ່ໄດ້ກ່າວມານັ້ນ ເວົ້າສະເພາະການຊ່ວຍເຫຼືອສາ ກົນໃຫ້ບັນດາປະເທດ ທີ່ມີຄວາມສາມາດຈໍາກັດ.

    ນອກຈາກຄວາມພະຍາຍາມຈໍາກັດພະຍາດລະບາດໂຄວິດ-19 ແລ້ວ ຍັງຈໍາເປັນຕ້ອງມີຍຸດທະສາດຮອບດ້ານ ເພື່ອຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ແລະ ຮັບປະກັນວ່າເສດຖະກິດມີການຂະຫຍາຍ ຕົວ ເພື່ອຜົນປະໂຫຍດຂອງພົນລະເມືອງທຸກຄົນ ບົດລາຍງານສະບັບນີ້ໄດ້ລະບຸການເລັ່ງໝູນໃຊ້ເຕັກໂນໂລຊີ ໃນຖານະເປັນວິທີທາງແກ້ໄຂວິກິດດັ່ງກ່າວ ເຊິ່ງຈະເປັນການຊ່ວຍຊຸກຍູ້ຜະລິດຕະພາບ ເຮັດໃຫ້ທຸກຄົນເຂົ້າເຖິງການສຶກສາຮຽນຮູ້ ແລະ ຊ່ວຍຫັນປ່ຽນບັນດາການຈັດຕັ້ງຂອງລັດ ນອກນີ້ຍັງຈໍາເປັນຕ້ອງມີການປະຕິຮູບສົມທົບອື່ນໆປະກອບສ່ວນຊ່ວຍຍູ້ໜູນກັນໄປ ການຊ່ວຍວິສາຫະກິດໃຫ້ມີທັກສະຄວາມສາ ມາດໝູນໃຊ້ເຕັກໂນໂລຊີໃນການດໍາເນີນທຸລະກິດຂອງເຂົາເຈົ້າ ຕ້ອງໄປຄຽງຄູ່ກັບການເປີດກວ້າງນະໂຍ ບາຍດ້ານການຄ້າ ການລົງທຶນ ແລະ ການສົ່ງເສີມການແຂ່ງຂັນທີ່ຈະສ້າງຄວາມເຂັ້ມແຂງໃຫ້ແຮງຈູງໃຈສໍາລັບວິສາຫະກິດຕ່າງໆໃຫ້ພາກັນໝູນໃຊ້ເຕັກໂນໂລຊີໃໝ່ໆ ພ້ອມນີ້ການຈັດຕັ້ງປະຕິບັດການປະຕິຮູບທີ່ແກ່ຍາວມາດົນໃນຂະແໜງສຶກສາ ເພື່ອປັບປຸງຄຸນນະພາບການສອນ ແລະ ຄວາມສອດຄ່ອງຂອງຫຼັກສູດການຮຽນ-ການສອນ ຍັງຈະສາມາດຮັບປະກັນໃຫ້ຄົນໃນວົງກວ້າງສາມາດໄດ້ຮັບຜົນປະໂຫຍດຈາກເຕັກໂນໂລຊີໃໝ່ໆທີ່ຮັບໃຊ້ຂົງເຂດການຮຽນ-ການສອນ.

   # ຂ່າວ – ພາບ :  ສະບາໄພ

error: Content is protected !!