ເຄື່ອນໄຫວໂຄສະນາຄວາມຮູ້ກ່ຽວກັບການປ້ອງກັນພະຍາດໂຄວິດ-19 ຢູ່ເມືອງງອຍ ແລະເມືອງນ້ຳບາກ

    ທ່ານ ຈັນສະໝອນ ທິບພາວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ວໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ພ້ອມດ້ວຍທີມງານສື່ມວນຊົນ ລົງໂຄສະນາໃຫ້ສຸຂະສຶກສາກ່ຽວກັບການປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງງອຍ ແລະ ເມືອງນ້ຳບາກ ວັນທີ 26-27 ກັນຍາ 2021 ເພື່ອແນໃສ່ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ຊຸມຊົນໃຫ້ທັນສະພາບການ ແລະ ຕັດວົງຈອນການລະບາດບໍ່ໃຫ້ໄປສູ່ວົງກວ້າງຢ່າງຮີບດ່ວນ.

    ການລົງໂຄສະນາໃຫ້ສຸຂະສຶກສາຄັ້ງນີ້ ໄດ້ເຜີຍແຜ່ຄໍາສັ່ງເລກທີ 15 ຂອງທ່ານນາຍຍົກລັດຖະມົນຕີ ແລະຄໍາສັ່ງເລກທີ 01 ຂອງທ່ານເຈົ້າແຂວງຫຼວງພະບາງ ກ່ຽວກັບການເພີ່ມທະວີປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງແຈ້ງການຂອງຫ້ອງວ່າການສໍານັກງານນາຍຍົກລັດຖະມົນຕີ ແລະ ແຈ້ງການກ່ຽວຂ້ອງ ສະປອດໂຄສະນາ ສາລະໜ້າຮູ້ກ່ຽວກັບໄພອັນຕະລາຍຂອງພະຍາດໂຄວິດ-19 ແລະ ມາດຕະການປ້ອງກັນຕົນເອງ ປ້ອງກັນຄອບຄົວ-ສັງຄົມ ໃນນີ້ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ຢູ່ບັນດາບ້ານ ແລະ ສູນກັກກັນ ເພື່ອໃຫ້ປະຊາຊົນບັນດາເຜົ່າຊາວເມືອງງອຍ ແລະ ເມືອງນໍ້າບາກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງຕໍ່ຜົນຮ້າຍຂອງພະຍາດໂຄວິດ- 19 ເຮັດໃຫ້ເຂົາເຈົ້າມີສະຕິລະວັງຕົວ ແລະ ບໍ່ແຕກຕື່ນເກີນໄປ ທັງມີສະຕິປ້ອງກັນຕົວເອງ ແລະ ສັງຄົມ ຕາມມາດຕະການຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ວໄຂການແຜ່ລະບາດຂອງພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ ປຸກລະດົມໃຫ້ບຸກຄົນໃນກຸ່ມສ່ຽງທີ່ໄດ້ສໍາຜັດໃກ້ຊິດກັບຜູ້ຕິດ ເຊື້ອ ຮີບຮ້ອນມາລາຍງານຕົວຕໍ່ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ວໄຂການແຜ່ລະ ບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ເພື່ອນໍາສົ່ງເຂົ້າສູນກັກກັນ ແລະ ເກັບຕົວຢ່າງກວດຫາເຊື້ອໃຫ້ທັນການ ເພື່ອຕັດວົງຈອນບໍ່ໃຫ້ມີການແຜ່ເຊື້ອສູ່ຄົນອື່ນ ແລະ ຊຸມຊົນ.

    ເມືອງງອຍ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍວັນເພີ່ມຂຶ້ນທຸກວັນ ນັບແຕ່ກວດພົບກໍລະນີຕິດເຊື້ອ ວັນທີ 22 ກັນຍາ 2021 ມາຮອດວັນທີ 27 ກັນຍາ 2021 ມີຜູ້ຕິດເຊື້ອສະສົມ 73 ຄົນ ສ່ວນຢູ່ເມືອງນ້ຳບາກ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ວັນທີ 27 ກັນຍາ 2021 ຈຳນວນ 14 ຄົນ ຈຶ່ງຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າຊາວເມືອງງອຍ ແລະ ເມືອງນ້ຳບາກ ເປັນເຈົ້າປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ມີການແຜ່ຂະຫຍາຍເປັນວົງກວ້າງ ແນ່ໃສເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ ທະຫານ ຕຳຫຼວດ ຕະຫຼອດເຖິງປະຊາຊົນບັນດາເຜົ່າ ມີຄວາມປອດໄພ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ຕົນເອງ ແລະ ສັງຄົມ.

   # ຂ່າວ – ພາບ :  ສະບາໄພ

error: Content is protected !!