ຜູ້ຕິດເຊື້ອພະຍາດໂຄວິດ¬19 ຢູ່ເມືອງລ້ອງແຈ້ງ ໄດ້ຮັບການປິ່ນປົວດີ

  ກໍລະນີຜູ້ຕິດເຊື້ອພະຍາດໂຄວິດ¬19 ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ຮັບການປິ່ນປົວດີ ແລະ ກັບຄືນສູ່ອ້ອມອົກຂອງຄອບຄົວ ໃນວັນທີ 24 ກັນຍາ 2021 ຜ່ານມາ ພາຍຫຼັງທີ່ໄດ້ຮັບການປິ່ນປົວເປັນເວລາ 21 ວັນ ທີ່ໂຮງໝໍນ້ອຍຫຼວງພັນໄຊ ບ້ານນໍ້າຜາໃຫຍ່ ເມືອງລ້ອງແຈ້ງ ໂດຍມີທ່ານ ຢິນ ບ່າວວົງໄຊ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ທັງເປັນຜູ້ຕາງໜ້າໃຫ້ຄະນະສະເພາະກິດຂັ້ນແຂວງ ແລະ ທ່ານ ເຍ່ຍຊາງ ລ່ອງປາວຈັ້ງ ຮອງເລຂາພັກເມືອງ ຫົວໜ້າຄະນະສະເພາະກິດເມືອງລ້ອງແຈ້ງ ພ້ອມດ້ວຍພະນັກງານແພດໝໍ ແລະ ອຳນາດການປົກຄອງບ້ານພັນໄຊ ເຂົ້າຮ່ວມເປັນສັກຂີພິຍານ.

   ສຳລັບຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ນອນປິ່ນປົວຢູ່ໂຮງໝໍນ້ອຍຫຼວງພັນໄຊ ຊື່ນາງ ພິນ ເບີ່ງພັນ ອາຍຸ 18 ອາຊີບ ແຮງງານລາວມາຈາກປະເທດໄທ ເປັນປະຊາຊົນຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ທັງເປັນກໍລະນີທໍາອິດທີ່ຕິດເຊື້ອໂຄວິດ-19 ຢູ່ຊຸມຊົນຂອງແຂວງຕື່ມອີກ ຜູ້ກ່ຽວໄດ້ເດີນທາງມາຈາກສູນຈຳກັດບໍລິເວນຂອງແຂວງສະຫວັນນະເຂດ ແລະ ມີປະຫວັດການເດີນທາງອອກຈາກປະເທດໄທເຂົ້າມາລາວໃນວັນທີ 20 ກໍລະກົດ 2021 ມາຈໍາກັດບໍລິເວນຢູ່ສູນກັກກັນແຂວງສະຫວັນນະເຂດ ເຖິງວັນທີ 17 ສິງຫາ 2021 ນັບເປັນເວລາ 27 ວັນ ເຊິ່ງສູນຈຳກັດບໍລິເວນ ໄດ້ເກັບຕົວຢ່າງສົ່ງກວດ 1 ຄັ້ງ ແຕ່ກໍ່ອອກເປັນລົບ ຈາກນັ້ນ ໃນວັນທີ 18 ສິງຫາ 2021 ຜູ້ກ່ຽວໄດ້ເດີນທາງອອກຈາກສູນຈໍາກັດບໍລິເວນແຂວງສະຫວັນນະເຂດ ແລ້ວກັບເຂົ້າສູ່ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນວັນທີ 19 ສິງຫາ 2021 ຈົນມາຮອດວັນທີ 1 ກັນຍາ 2021  ຈຶ່ງໄດ້ເກັບຕົວຢ່າງສົ່ງໃຫ້ພະແນກສາທາລະນະສຸກແຂວງ ເພື່ອສົ່ງຕໍ່ຫາສູນວິເຄາະລະບາດວິທະຍາສູນກາງ ເພື່ອກວດຫາເຊື້ອໂຄວິດ-19 ມາເຖິງວັນທີ 3 ກັນຍາ 2021 ທາງສູນວິເຄາະລະບາດວິທະຍາຈຶ່ງໄດ້ແຈ້ງຜົນອອກມາເປັນບວກ.

  ດັ່ງນັ້ນ ວັນທີ 4 ຫາ 17 ກັນຍາ 2021 ຈຶ່ງໄດ້ຮັບເຂົ້າປິ່ນປົວຢູ່ສູນປິ່ນປົວທີ່ໂຮງໝໍນ້ອຍຫຼວງພັນໄຊ ຕະຫຼອດໄລຍະການປິ່ນປົວ ທາງພະນັກງານແພດໝໍຕ່າງກໍໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເຂົ້າໃນການປິ່ນປົວດ້ວຍຄວາມຮັບຜິດຊອບສູງ ເຊິ່ງເຕັມໄປດ້ວຍນໍ້າໃຈເສຍສະຫຼະອັນສູງສົ່ງ ແລະ ໃຫ້ຄວາມໃກ້ຊິດຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີດັ່ງກ່າວຕະຫຼອດເວລາ ສະນັ້ນ ມາຮອດວັນທີ 24 ກັນຍາ 2021 ຜູ້ກ່ຽວໄດ້ຮັບການປິ່ນປົ່ວດີ ແລະ  ໄດ້ກັບສູ່ອ້ອມກອດຂອງພໍ່ແມ່ ແລະ ຄອບຄົວ ດ້ວຍຄວາມອົບອຸ່ນ.

   # ຂ່າວ – ພາບ :  ຊິລິການດາ

error: Content is protected !!