ເມືອງຫາດຊາຍຟອງ ເປັນອີກໜຶ່ງເມືອງຢູ່ໃນນະຄອນຫຼວງວຽງຈັນ ທີ່ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ປັດຈຸບັນ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ເມືອງຫາດຊາຍຟອງ ໄດ້ພ້ອມກັນເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວນີ້ຢ່າງຮີບດ່ວນ ສະນັ້ນ ເພື່ອເປັນການ ປະກອບສ່ວນເຂົ້າໃນວຽກງານດັ່ງກ່າວນີ້ ໃນວັນທີ 27 ກັນຍາ 2021 ທີມງານຈວດລາຍເດີ້ ນະຄອນຫຼວງ ວຽງຈັນ ໄດ້ນຳວັດຖຸປັດໄຈຈຳນວນໜຶ່ງໄປມອບແກ່ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ ໄຂພະຍາດໂຄວິດ-19 ເຂດບ້ານນາລ້ອງ ເມືອງຫາດຊາຍຟອງ ຕາງໜ້າກ່າວມອບໂດຍທ່ານ ໜູພອນ ຄຳບຸນມາ ແລະ ກ່າວຮັບ ພ້ອມສະແດງຄວາມຂອບໃຈຂອງທ່ານ ພັນໂທ ສຸກສັນ ອຸ້ມພົມມະສັກ ຮອງຫົວໜ້າກຸ່ມ 7 ສິມມະໂນ ຕາງໜ້າຄະນະພັກ ຄະນະບັນຊາ ປກສ ເມືອງຫາດຊາຍຟອງ.

ສຳລັບເຄື່ອງທີ່ນຳໄປມອບໃຫ້ຄັ້ງນີ້ ປະກອບມີນ້ຳດື່ມ ກາເຟສຳເລັດຮູບ ແລະ ເຄື່ອງດື່ມຊູກຳລັງ.
# ຂ່າວ – ພາບ : ຊິລິການດາ