ທ້າຍອາທິດທີ່ຜ່ານມາ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມຊຸກຍູ້ໂຄງການຟາມລ້ຽງງົວ ແລະ ຟາມລ້ຽງໝູເປັນສີນຄ້າ ຂອງບໍລິສັດ ບຸນທະວິໄຊ ກໍ່ສ້າງ ສ້ອມແປງເຄຫາສະຖານ ຂົວ-ທາງ ແລະ ຊົນລະປະທານ.

ທ່ານ ເຫຼັກ ສຸກສັນ ອຳນວຍການບໍລິສັດ ໄດ້ໃຫ້ກຽດຕ້ອນຮັບ ແລະ ລາຍງານສະພາບຂອງໂຄງການ ດັ່ງກ່າວ ເຊິ່ງຟາມລ້ຽງງົວແມ່ນຕັ້ງຢູ່ເຂດບ້ານພູນັ່ງເກົ່າ ເມືອງບຸນເໜືອ ແຂວງຜົ້ງສາລີ ລົງທຶນດ້ວຍ ເອກະຊົນ 100% ມູນຄ່າການລົງທຶນ 48 ຕື້ກວ່າກີບ ແລະ ມີເນື້ອທີ່ສໍາປະທານດີນລັດຈໍານວນ 97 ເຮັກ ຕາ ປັດຈຸບັນ ບໍລິສັດກຳລັງທະລຸເສັ້ນທາງອ້ອມຂອບເຂດດີນທີ່ທາງບໍລິສັດສໍາປະທານໃນຈໍານວນ 97 ເຮັກຕາ ໄລຍະທາງປະມານ 3 ກິໂລແມັດ ປັບສະຖານທີ່ສໍາລັບຕັ້ງຄອກລ້ຽງສັດ ຫ້ອງການ ບ່ອນເກັບມ້ຽນຫຍ້າໝັກ-ຫຍ້າແຫ້ງ ບ່ອນເກັບມ້ຽນອາຫານສັດ ແລະ ພື້ນທີ່ສໍາລັບກໍ່ສ້າງອ່າງເກັບນໍ້າ ຈັດຕັ້ງປະຕິບັດໄດ້ 60% ໄຖພື້ນທີ່ສໍາລັບປູກຫຍ້າເນື້ອທີ່ 15 ເຮັກຕາ ແລະ ໄດ້ປູກຫຍ້າລູຊີ ຫຍ້າເນເປີຍ ແລະ ຫຍ້າຫວານ ມາຮອດປັດຈຸບັນໜ້າວຽກດັ່ງກ່າວ ແມ່ນສາມາດຈັດຕັ້ງປະຕິບັດໄດ້ 80%.

ສຳລັບຟາມລ້ຽງໝູ ແມ່ນຕັ້ງຢູ່ເຂດບ້ານເດີ່ນກິລາ ເມືອງບຸນເໜືອ ລົງທຶນດ້ວຍເອກະຊົນ 100% ມູນຄ່າການລົງທຶນ 13 ຕື້ກວ່າກີບ ມີເນື້ອທີ່ທັງໝົດ 22.470 ຕາແມັດ ເນື້ອທີ່ທີ່ນໍາໃຊ້ເຂົ້າໃນໂຄງການແມ່ນເປັນພື້ນທີ່ສ່ວນບຸກຄົນ (ທີ່ເປັນກໍາມະສິດຂອງເຈົ້າຂອງກິດຈະການເອງ 100%) ປັດຈຸບັນ ທາງບໍລິສັດໄດ້ ຈັດຕັ້ງປະຕິບັດສຳເລັດແມ່ນທະລຸເປີດກ້ວາງເສັ້ນທາງ ວາງທໍ່ ເສັ້ນທາງເຂົ້າເຖິງຟາມໄລຍະ 6,5 ກິໂລ ແມັດ ປັບສະຖານທີ່ຕັ້ງຫ້ອງການ ຄອກສັດ ແລະ ສາງເກັບມ້ຽນອາຫານ ແລະ ເຮືອນພັກພະນັກງານ ສຳລັບວຽກທີ່ຈະສືບຕໍ່ຈັດຕັ້ງປະຕິບັດຕໍ່ໜ້າ ແມ່ນກໍ່ສ້າງສາງເກັບມ້ຽນອາຫານໃຫ້ສໍາເລັດ ສືບຕໍ່ກໍ່ສ້າງບັນດາຄອກລ້ຽງໝູ 6 ຫຼັງໃຫ້ສໍາເລັດ ສືບຕໍ່ກໍ່ສ້າງລະບົບນໍ້າໃຊ້ໃນຟາມ ກໍ່ສ້າງໄຟຟ້າທີ່ຈະນໍາໃຊ້ເຂົ້າໃນຟາມ ລ້ອມຮົ້ວອ້ອມຟາມຄວາມຍາວ ແລະ ກໍ່ສ້າງເຮືອນສໍາລັບເກັບນໍ້າເຊື້ອ ຄາດວ່າຕົ້ນປີ 2022 ໃຫ້ໄດ້ນໍາເຂົ້າມາລ້ຽງໃນຟາມ ແລະ ໃຫ້ໄດ້ຈໍາໜ່າຍຊີ້ນໝູໃນຕະຫຼາດເມືອງບຸນເໜືອໃນກາງປີ 2022.

# ຂ່າວ – ພາບ : ຊິລິການດາ