ADB ຄາດຄະເນເສດຖະກິດ ສປປ ລາວ ຈະຂະຫຍາຍຕົວຊ້າລົງຢູ່ລະດັບ 2,3%

    ອີງຕາມບົດລາຍງານຈາກທະນາຄານພັດທະນາອາຊີ (ADB) ໄດ້ເຜີຍແຜ່ບົດລາຍງານໃນວັນທີ 22 ກັນຍາ 2021 ໂດຍລະບຸວ່າ ການຟື້ນຕົວຂອງເສດຖະກິດ ສປປ ລາວ ໄດ້ຊັກຊ້າລົງ ເນື່ອງຈາກຄື້ນທີ່ສອງຂອງການລະບາດພະຍາດໂຄວິດ-19 ທີ່ໄດ້ນຳໄປສູ່ການປິດປະເທດ ແລະ ເຮັດໃຫ້ການໃຊ້ຈ່າຍຫຼຸດລົງ. 

    ອີງຕາມບົດລາຍງານເສດຖະກິດ ການຄາດຄະເນການພັດທະນາຂອງອາຊີປະຈຳປີ 2021 ສະບັບປັບປຸງ ເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວໃນອັດຕາ 2,3% ໃນປີ 2021 ເມື່ອທຽບໃສ່ 4,0% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາທີ່ຜ່ານມາ ການຟື້ນຕົວຂອງເສດຖະກິດໃນທົ່ວໂລກ ຄາດວ່າຈະກະຕຸ້ນການເຕີບໂຕພາຍໃນປະເທດໃນປີ 2022 ເຖິງແມ່ນວ່າຈະຕໍ່າກວ່າທີ່ ADB ໄດ້ຄາດຄະເນໄວ້ກ່ອນໜ້ານີ້. 

    ທ່ານ ນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: “ບັນດານະໂຍບາຍໃນການຫຼຸດຜ່ອນການລະບາດພະຍາດໂຄວິດ-19 ໄດ້ເຮັດໃຫ້ການຜະລິດຂອງຂະແໜງອຸດສະຫະກຳຫຼຸດລົງ ແລະ ສ້າງຜົນກະທົບຢ່າງໜັກໜ່ວງໃຫ້ແກ່ການເຕີບໂຕຂອງຂະແໜງການຄ້າຂາຍຍ່ອຍ ການຂົນສົ່ງ ແລະ ການບໍລິການທ່ອງທ່ຽວ”. 

    ທ່ານຍັງກ່າວອີກວ່າ: “ການຫຼຸດລົງຂອງກິດຈະກໍາທາງດ້ານເສດຖະກິດ ໄດ້ເພີ່ມຈຳນວນຄົນວ່າງງານຂຶ້ນ ແລະ ຫຼຸດລາຍໄດ້ຂອງຄົວເຮືອນລົງ ໂດຍສະເພາະແມ່ນບັນດາແມ່ຍິງ ແລະ ຜູ້ທີ່ມີການສຶກສາບໍ່ສູງ ການຟື້ນຕົວໄວຈາກການລະບາດພະຍາດ ແມ່ນຂຶ້ນກັບນະໂຍບາຍທີ່ຈະໃຫ້ການສະໜັບສະໜູນແກ່ບັນດາທຸລະກິດ ແລະ ຄົວເຮືອນ ເພື່ອປັບຕົວເຂົ້າກັບ “ການດໍາລົງຊີວິດປົກກະຕິແບບໃໝ່”. 

    ບົດລາຍງານຂອງ ADB ຍັງລະບຸວ່າ: ດ້ວຍຄວາມຕ້ອງການຢູ່ພາຍໃນປະເທດທີ່ຫຼຸດລົງ ໂດຍສະເລ່ຍໃນໄລຍະ 7 ເດືອນທໍາອິດຂອງປີນີ້ ອັດຕາເງິນເຟີ້ຢູ່ໃນລະດັບ 3,1% ຄ່າຂອງສະກຸນເງິນກີບໄດ້ຫຼຸດລົງ ເມື່ອທຽບກັບຄ່າສະກຸນເງິນຕາຕ່າງປະເທດ ດ້ວຍຄວາມແຕກໂຕນຂອງອັດຕາແລກປ່ຽນລະຫວ່າງທາງການ ແລະ ທົ່ວໄປ ສໍາລັບເງິນກີບກັບເງິນໂດລາແມ່ນຫຼາຍກວ່າ 20% ໃນໄລຍະເດືອນກໍລະກົດທີ່ຜ່ານມາ ເຊິ່ງສະທ້ອນໃຫ້ເຫັນເຖິງການຂາດແຄນເງິນຕາຕ່າງປະເທດຢູ່ພາຍໃນ ຫຼັງຈາກມີການຊໍາລະໜີ້ສິນຕ່າງປະເທດຂອງລັດຈຳນວນຫຼາຍ. ການເກັບລາຍຮັບຍັງບໍ່ທັນກັບຄືນສູ່ລະດັບກ່ອນເກີດການແຜ່ລະບາດພະຍາດ ຊຶ່ງເຮັດໃຫ້ການເງິນພາກລັດຍັງຄົງຖືກຈໍາກັດ. 

    ບົດລາຍງານໄດ້ລະບຸວ່າ: ການຟື້ນຕົວທາງດ້ານເສດຖະກິດຂອງປະເທດ ຈະໄດ້ຮັບການສະໜັບສະໜູນຈາກການອອກໃບອະນຸຍາດຂຸດຄົ້ນບໍ່ແຮ່ໃໝ່ ແລະ ລາຍຮັບຈາກການສົ່ງອອກກະແສໄຟຟ້າ ພ້ອມທັງການເປີດນໍາໃຊ້ທາງລົດໄຟເຊື່ອມຈອດລະຫວ່າງ ສປປ ລາວ ແລະ ສາທາລະນະລັດປະຊາຊົນ ຈີນ ຕາມແຜນທີ່ໄດ້ວາງໄວ້ ໂດຍຄາດວ່າ ອຸນຫະພູມທີ່ອຸ່ນຂຶ້ນ ແລະ ຝົນຕົກຖືກຕ້ອງຕາມລະດູການເກັບກ່ຽວຜົນຜະລິດເຂົ້າ ແລະ ພືດຜັກຕ່າງໆ ແມ່ນຄາດວ່າຈະບໍ່ມີຜົນກະທົບ. 

    ແນວໃດກໍຕາມ ສິ່ງທ້າທາຍຍັງຄົງມີຢູ່ ດັ່ງທີ່ໄດ້ລະບຸໄວ້ໃນບົດລາຍງານການຄາດຄະເນການພັດທະນາຂອງອາຊີປະຈຳປີ 2021 ສະບັບເດືອນເມສາທີ່ຜ່ານມາ ບັນດາມາດຕະການໃໝ່ ເພື່ອຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ແລະ ຄວາມຄືບໜ້າຂອງການສັກຢາວັກຊິນຈະສົ່ງຜົນໃຫ້ເສດຖະກິດຂອງປະເທດມີການຂະຫຍາຍຕົວ ມາດຕະການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດມະຫາພາກ ແລະ ປັບປຸງບັນຍາກາດສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ຍັງຄົງມີຄວາມຈໍາເປັນຕໍ່ການຟື້ນໂຕຂອງເສດຖະກິດ ແລະ ສະຫວັດດີການຂອງຄົວເຮືອນ. ADB ມີຄວາມມຸ່ງໝັ້ນທີ່ຈະບັນລຸໃຫ້ພາກພື້ນອາຊີປາຊີຟິກມີຄວາມຈະເລີນຮຸ່ງເຮືອງທົ່ວເຖິງ ພ້ອມຮັບການປ່ຽນແປງ ແລະ ຍືນຍົງໄປພ້ອມໆກັບການຮັກສາຄວາມພະຍາຍາມຂອງຕົນໃນການລຶບລ້າງຄວາມທຸກຍາກ.

 [ເນື້ອໃນ: ເອດີບີ, ພາບ: LaoVietBank]

error: Content is protected !!