ຄສອຊ-ສຄອ.ນວ ມອບເງິນຊູກຍູ້ວຽກງານຕ້ານໂຄວິດໃຫ້ ນວ 400 ລ້ານກວ່າກີບ

    ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະພາການຄ້າ – ອຸດສາຫະກໍາ ນະຄອນຫຼວງວຽງຈັນ (ສຄອ.ນວ) ເຫັນໄດ້ຄວາມສໍາຄັນໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ດັ່ງນັ້ນ ຈຶ່ງໄດ້ປຶກສາຫາລືກັນໃນຄະນະບໍລິຫານງານ ຄະນະທີ່ປຶກສາ ສະມາຊິກ ສຄອຊ ແລະ ສຄອ.ນວ ລະດົມທຶນຮອນຈໍານວນໜຶ່ງເພື່ອປະກອບສ່ວນຂອງພາກສ່ວນທຸລະກິດເຂົ້າໃນວຽກງານດັ່ງກ່າວ ພາຍໃຕ້ຄໍາຂັວນ “ຮ່ວມແບ່ງປັນນໍ້າໃຈ້ານໄພໂຄວິດ-19 ນວ” ເຊິ່ງລວມມີມູນຄ່າທັງໝົດ 425.184.000 ກີບ ໃນນີ້ ໂອນເຂົ້າບັນຊີໂຄງການ ປັນນໍ້າໃຈເພື່ອຜູ້ປະຈັນບານຕ້ານໂຄວິດ-19 ຈໍານວນ 51.300.000 ກີບ ແລະ ມອບໃຫ້ຫ້ອງວ່າການນະຄອນຫຼວງວຽງຈັນໂດຍກົງຈໍານວນ 353.884.900 ກີບ ພ້ອມດ້ວຍອຸປະກອນການແພດ ມູນຄ່າ 20.000.000 ກີບ. 

    ພິທີມອບ-ຮັບເງິນ ແລະ ອຸປະກອນການແພດດັ່ງກ່າວ ຈັດຂຶ້ນວັນທີ 27 ກັນຍາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍການມອບຂອງທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ພ້ອມຄະນະ ແລະ ຕາງໜ້າຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມພາກສ່ວນກ່ຽວຂ້ອງ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!