ມອບເງິນເຂົ້າໂຄງການປັນນໍ້າໃຈ ເພື່ອຜູ້ປະຈັນບານຕ້ານການລະບາດພະຍາດໂຄວິດ-19

    ວັນທີ 27 ກັນຍາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ຄະນະບໍລິຫານງານສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ໄດ້ມອບເງິນສົດ 8.400.000 ກີບ ໃນນີ້ຂອງຫ້ອງວ່າການນະຄອນຫຼວງວຽງຈັນ 1 ລ້ານກີບ ແລະ ຄະນະສະຫະພັນແມ່ຍິງສ່ວນນະຄອນຫຼວງວຽງຈັນ 7.400.000 ກີບ ເພື່ອປະກອບເຂົ້າໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານຕ້ານການລະບາດພະຍາດໂຄວິດ-19 ໂດຍການມອບຂອງທ່ານນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ພ້ອມຄະນະ ແລະ ຕາງໜ້າຮັບຂອງທ່ານ ດາວເພັດ ອາລຸນ ປະທານສະຫະພັນກໍາມະບານນະຄອນຫຼວງວຽງຈັນ ມີທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!