ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 134 ປີຢ່າງສຸດໃຈ !

    ເຖິງວ່າໃນໄລຍະທີ່ຜ່ານມາ ພວກເຮົາຈະປະສົບກັບໄພພິບັດໃນການລະບາດຂອງເຊື້ອໄວຣັສ COVID-19 ຊຶ່ງແມ່ນໄວຣັສສາຍພັນໃໝ່ທີ່ໄດ້ຂະຫຍາຍຕົວໄວ ມີຄວາມເປັນອັນຕະລາຍຮ້າຍແຮງ ແລະ ທຳລາຍຊີວິດມວນມະນຸດ ສົ່ງຜົນກະທົບຕໍ່ລະບົບເສດຖະກິດ-ສັງຄົມຢູ່ບັນດາປະເທດໃນທົ່ວໂລກ ໃນລະດັບທີ່ໜັກໜ່ວງກໍຕາມ. ແຕ່ໃນວັນທີ 1 ພຶດສະພາທີ່ຜ່ານມາ ຊົນ​ຊັ້ນ​ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍບໍ່ໄດ້ຫຼົງລືມ ແລະ ໄດ້ພ້ອມກັບຊົນ​ຊັ້ນ​ກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ພ້ອມກັນຈັດຕັ້ງລະນຶກເຖິງວັນກຳມະກອນສາກົນ ຄົບຮອບ 134 ປີ ( 1.5.1886 – 1.5.2020) . 

    ດັ່ງທີ່ພວກເຮົາໄດ້ຮັບຮູ້ແລ້ວວ່າ: ນັບແຕ່ທ້າຍສະຕະວັດທີ 18 ຫາຕົ້ນສະຕະວັດທີ 19 ການພັດທະນາດ້ານອຸດສາຫະກຳຢູ່ໃນບັນດາປະເທດທຶນນິຍົມໄດ້ຂະຫຍາຍຕົວດ້ວຍຈັງຫວະ ແລະ ລະດັບທີ່ໄວວາ ອັນໄດ້ເຮັດໃຫ້ຖັນແຖວກຳມະກອນໄດ້ເພີ່ມຈຳນວນຂຶ້ນຢ່າງໄວວາເຊັ່ນດຽວກັນ ຊຶ່ງຢູ່ພາຍໃຕ້ແອກປົກຄອງຂອງພວກນາທຶນ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ຖືກພວກເຂົານຳໃຊ້ແຮງງານພາຍໃຕ້ເງື່ອນໄຂຂອງການອອກແຮງງານຢູ່ໃນໂຮງຈັກໂຮງງານ ແລະ ພື້ນຖານການຜະລິດໜັກໜາສາຫັດ, ຫຍຸ້ງຍາກລຳບາກ ມີຄວາມສ່ຽງຕໍ່ສຸຂະພາບ ຄວາມປອດໄພຂອງຊີວິດ ແລະ ດ້ວຍຄ່າແຮງງານທີ່ຕໍ່າ.

    ດ້ວຍການທົນຕໍ່ສະພາບດັ່ງກ່າວ ດ້ວຍເງື່ອນໄຂ ປັດໄຈ ແວດລ້ອມອື່ນໆນັ້ນ ໄດ້ພາໄປເຖິງກໍ່ໃຫ້ເກີດຂະບວນການລຸກຂຶ້ນຕໍ່ສູ້ຂອງຊົນຊັ້ນກຳມະກອນຈາກລະດັບຕໍ່າໄປຫາລະດັບທີ່ນັບມື້ນັບສູງ ກວ້າງຂວາງ ແລະ ຮຸນແຮງຂຶ້ນ ໂດຍສະເພາະແມ່ນຂະບວນລຸກຮື້ຂຶ້ນຕໍ່ສູ້ຂອງຊາວກຳມະກອນ ແລະ ຜູ້ອອກແຮງງານເພື່ອທວງເອົາສິດທິ ແລະ ຜົນປະໂຫຍດໃນການແກ້ໄຂບັນດາຫາຕ່າງໆຈາກພວກນາຍທຶນ ເປັນຕົ້ນແມ່ນ : ການເພິ່ມເງິນເດືອນ ການຫຼຸດຜ່ອນຊົ່ວໂມງເຮັດວຽກ ຄວາມເອົາໃຈໃສ່ດ້ານສະຫວັດດິການ ແລະ ດ້ານອື່ນໆ.

    ໃນວັນທີ 1 ພຶດສະພາ 1886 ຢູ່ບັນດາໂຮງຈັກ ໂຮງງານ ຂອງເມືອງຊິກາໂກ ແລະ ໃນຕົວເມືອງທີ່ສຳຄັນຂອງສະຫະລັດອາເມຣິກາ 5.000 ກວ່າແຫ່ງ ໄດ້ກາຍເປັນຈຸດເລີ່ມຂອງການຕໍ່ສູ້ທີ່ມີລະດັບຂະຫຍາຍຕົວ ເມື່ອຊາວກຳມະກອນ ແລະ ຜູ້ອອກແງງານເກືອບ 4 ແສນຄົນ ໄດ້ລຸກຂຶ້ນຕໍ່ສູ້ກັບພວກນາຍທຶນ ເພື່ອທວງເອົາສິດທິໃນດ້ານຕ່າງໆ ແລະ  ບັງຄັບໃຫ້ພວກນາຍທຶນຕ້ອງຮັບຮອງ ແລະ ປະຕິບັດຕໍ່ຊົນຊັ້ນກຳມະກອນຄື: ກຳມະກອນເຮັດວຽກບໍ່ເກີນກວ່າ 8 ຊົ່ວໂມງຕໍ່ມື້ ໃຫ້ມີເວລາເພື່ອພັກຜ່ອນ 8 ຊົ່ວໂມງ ແລະ ອີກ 8 ຊົ່ວໂມງເພື່ອການສຶກສາ ຄົ້ນຄວ້າ ຮໍ່າຮຽນ.

    ພາຍໃຕ້ການນຳພາຂອງອົງການກຳມະບານ ແລະ ສະຫະພັນແຮງງານທີ່ຖືກສ້າງຕັ້ງຂຶ້ນ ກະແສຟອງ​ ແລະ ນໍ້າໃຈແຫ່ງການຕໍ່ສູ້ຂອງຊົນຊັ້ນກຳມະກອນໃນວັນທີ 1 ພຶດສະພາ 1886  ໄດ້ປຸກຂະບວນການຕໍ່ສູ້ຂອງຊາວກຳມະກອນຢູ່ໃນປະເທດຕ່າງໆຢ່າງກວ້າງຂວາງ ຟົດ​ຟື້ນ ສືບເນື່ອງເລີ້ອຍມາ ​ແລະ ໄດ້ກາຍມາເປັນມູນເຊື້ອ ເປັນສັນຍາລັກ ແລະ ເປັນສຽງລະຄັງທອງ ເພື່ອປ່າວເຕືອນຂະບວນການລຸກຂຶ້ນຕໍ່ສູ້ຂອງຊົນຊັ້ນກຳມະກອນ ເພື່ອທວງເອົາສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈົນມາຮອດປັດຈຸບັນ.

    ສຳລັບຢູ່ລາວ ເລີ່ມແຕ່ມີການນຳພາຂອງພັກກອມມູນິດອິນດູຈີນ ແລະ ການນຳພາໂດຍກົງຂອງຄະນະພັກແຄວ້ນລາວເປັນຕົ້ນມາ ໜໍ່ແໜງຂອງການຕໍ່ສູ້ ແລະ ຕໍ່ມາໄດ້ກາຍເປັນຂະບວນການຕໍ່ສູ້ຂອງຊາວກຳມະກອນຢູ່ໂຮງຈັກ ໂຮງງານຫຼາຍບ່ອນກໍໄດ້ເລີ່ມກໍ່ຕົວ ແລະ ຂະຫຍາຍຕົວເລື້ອຍໆມາ ພາຍຫຼັງທີ່ພັກເຮົາໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1955 ພັກເຮົາກໍໄດ້ສືບຕໍ່ຊີ້ນຳ-ນຳພາຂອບວນການຕໍ່ສູ້ຂອງຊາວກຳມະກອນລາວ ຕິດພັນກັບການນຳພາຕໍ່ສູ້ປະຕິວັດ ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບໃໝ່ຂອງຈັກກະພັດອາເມຣິກາ.

    ພາຍໃຕ້ການນຳພາຂອງພັກ ຊົນຊັ້ນກຳມະກອນລາວ ເຖິງວ່າຍັງອ່ອນນ້ອຍ ແຕ່ກໍໄດ້ຄວາມ ເອົາໃຈໃສ່ປຸກລະດົມ ສຶກສາອົບຮົມ ແລະ ສາມາດເສີມຂະຫຍາຍກຳລັງແຮງຂອງຕົນ ປະກອບສ່ວນເຂົ້າໃນສະໜາມຮົບ ການອອກແຮງງານຜະລິດ ແລະ ຮ່ວມກັບປະຊາຊົນລາວບັນດາເຜົ່າ ປົກປັກຮັກສາ ແລະ ພັດທະນາເຂດປົດປ່ອຍໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ ບົນພື້ນຖານໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ ຄວາມດຸໝັ່ນຂະຫຍັນພຽນ ນໍ້າໃຈຕໍ່ສູ້ອັນພິລາດອາດຫານ ແລະຄວາມເປັນເຈົ້າປະເທດຊາດ ເປັນເຈົ້າສັງຄົມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເພື່ອກ້າວຂຶ້ນ. ພິເສດ ອົງການຈັດຕັ້ງສະຫະພັນກຳມະບານລາວແຕ່ລະຂັ້ນ ແລະ ຂະບວນການເຄື່ອນໄຫວໃນທຸກດ້ານຂອງຖັນແຖວກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າກໍໄດ້ຮັບການກໍ່ສ້າງ ປັບປຸງ ແລະ ເຄື່ອນໄຫວຢ່າງມີຊີວິດຊີວາ, ອັນໄດ້ນຳເອົາສິດ ແລະ ຜົນປະໂຫຍດຕົວຈິງມາໃຫ້ແກ່ຜູ້ອອກແຮງງານ ແລະ ປະເທດຊາດ. 

    ແຕ່ເຖີງແນວໃດກໍຕາມ ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການເພື່ອພັດທະນາຕົນເອງໃຫ້ກ້າວຂຶ້ນ ກໍຄືການສືບຕໍ່ອຸທິດຕົນເປັນກຳລັງແຮງໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດເພື່ອກ້າວຂຶ້ນໃນໄລຍະໃໝ່ນັ້ນ ເຫັນວ່າການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນກຳມະບານ ຄຸນນະພາບຂອງຂະບວນການກຳມະກອນ ແລະ ຜູ້ອອກແຮງງານຍັງມີຫຼາຍດ້ານທີ່ເປັນຂໍ້ຈຳກັດ ຄຸນນະພາບ ແລະ ລັກສະນະຕໍ່ເນື່ອງຂອງຂະບວນການແຂ່ງຂັນໃນບາງໄລຍະ ບາງບ່ອນຍັງບໍ່ທັນສູງ ແລະ ໜັກແໜ້ນ, ຈຳນວນໜຶ່ງຍັງຖືເບົາການພັດທະນາຕົນເອງ ຈຳນວນໜຶ່ງບໍ່ທັນຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ແລະ ອື່ນໆ..

    ການປະຕິບັດກົດໝາຍປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານຍັງບໍ່ທັນສັກສິດ ບັນດາຫົວໜ່ວຍການຜະລິດ ຫົວໜ່ວຍທຸລະກິດ ໂຮງຈັກໂຮງງານຈຳນວນບໍ່ໜ້ອຍ ຍັງຖືເບົາຄວາມເອົາໃຈໃສ່ຕໍ່ຜູ້ອອກແຮງງານ ການຮັບປະກັນສິດທິ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານຍັງບໍ່ເຕັມສ່ວນ ແລະ ມີປະກົດການຫຍໍ້ທໍ້ດ້ານອື່ນໆ..  

    ໃນປັດຈຸບັນ ພວກເຮົາພວມພ້ອມກັບທົ່ວພັກ ທົ່ວປວງຊົນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ສຳລັບຖັນແຖວກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍແມ່ນພວມສຸມໃສ່ແຂ່ງຂັນກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງສະຫະພັນກຳມະບານລາວ ບົນພື້ນຖານການຈັດຕັ້ງປະຕິບັດພາຍໃຕ້ຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກຳມະບານລາວຕິດພັນກັບຂະບວນການ “ຮັກຊາດ ແລະ ພັດທະນາ”   

    ສະຫະພັນກໍາມະບານແຕ່ລະຂັ້ນ ຊຶ່ງແມ່ນອົງການຈັດຕັ້ງມະຫາຊົນຂອງພັກ ແລະ ແມ່ນພາກສ່ວນໜຶ່ງທີ່ສໍາຄັນໃນລະບົບການເມືອງໃນລະບອບປະຊາທິປະໄຕປະຊາຊົນ ຕ້ອງໄດ້ສືບຕໍ່ຕັ້ງໜ້າປັບປຸງຕົນເອງນັບທັງການຈັດຕັ້ງ ແລະ ການເຄື່ອນໄຫວໃຫ້ໜັກແໜ້ນ ຖືກຕ້ອງ ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃໝ່. ບັນດາຫົວໜ່ວຍທຸລະກີດ ການຜະລິດ ໂຮງຈັກ ໂຮງງານ ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂບັນດາຈຸດທີ່ເປັນຂໍ້ຄົງຄ້າງ ເປັນຕົ້ນແມ່ນການສ້າງ ການປັບປຸງ ການເອົາໃຈໃສ່ຕໍ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຈັດຕັ້ງກຳມະບານຕິດພັນກັບການພັດທະນາຄຸນນະພາບຂອງຊົນຊັ້ນກຳມະກອນ ຜູ້ອອກແຮງງານ ເອົາໃຈໃສ່ປະຕິບັດບັນດາກົດໝາຍ ແລະ ລະບຽບການຕ່າງໆເພື່ອປົກປ້ອງ ຮັບປະກັນໃຫ້ແກ່ການປະຕິບັດສິດທິ ແລະ ຜົນປະໂຫຍດທີ່ຖືກຕ້ອງ ເປັນທຳຂອງຊາວກຳມະກອນ ແລະ ຊາວຜູ້ອອກແຮງງານ. 

    ຄະນະພັກທຸກຂັ້ນ  ຈະຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະ ເພີ່ມທະວີການນຳພາຂອງຕົນ ຕໍ່ອົງການກໍາມະບານໃຫ້ແຂງງແຮງ ແລະ ໜັກແໜ້ນກວ່າເກົ່າ ໂດຍສະເພາະຕ້ອງສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ເສີມຂະຫຍາຍບົດບາດ ແລະ ຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕາມທີ່ໄດ້ກໍານົດໄວ້ຢູ່ໃນກົດໝາຍຢ່າງເຕັມສ່ວນ ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມໃນການຕິດຕາມ ກວດກາການກໍ່ສ້າງພັກ ແລະ ປັບປຸງລັດໃຫ້ເຂັ້ມແຂງ ອອກແຮງສຶກສາອົບຮົມສະມາຊິກ ກໍາມະບານ ເພື່ອເຊີດຊູຈິດໃຈຮັກຊາດ ເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນ ຕື່ນຕົວເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກ້າວຂຶ້ນສູ່ຄວາມຍືນຍົງ ສູ່ຈຸດໝາຍສັງຄົມນິຍົມຢ່າງຕັ້ງໜ້າ. 

ນໍ້າໃຈ ວັນກຳມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 134 ປີ ໝັ້ນຍືນ !       

error: Content is protected !!