ກໍາມະບານນະຄອນຫຼວງວຽງຈັນ ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ

    ວັນທີ 1 ພຶດສະພາ ເປັນວັນກໍາມະກອນສາກົນ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນສໍາລັບຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ກໍຄືຊົ້ນຊັ້ນກໍາມະກອນໃນປະເທດລາວ ທີ່ມີການຕິດພັນກັບສູນກາງສະຫະພັນກໍາມະບານລາວ ໂດຍສະເພາະແມ່ນສະຫະພັນກໍາມະບານນະຄອນຫຼວງວຽງຈັນ ຕະຫຼອດໄລຍະຜ່ານມາກໍຄືປັດຈຸບັນ ແມ່ນໄດ້ເອົາໃຈໃສ່ປະຕິບັດພາລະບົດບາດໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊົ້ນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວນະຄອນຫຼວງວຽງຈັນ.

    ທ່ານ ສົມບູນ ລິດສະໄໝ ຮອງປະທານສະຫະພັນກໍາມະບານນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ວັນກໍາມະກອນສາກົນ ວັນທີ 1 ພຶດສະພາ 2020 ໄດ້ໝູນວຽນມາອີກວາລະໜຶ່ງ ບັນຈົບຄົບຮອບ 134 ປີ (1/5/1886-1/5/2020) ໂດຍຕິດພັນກັບວັນດັ່ງກ່າວ ໄລຍະຜ່ານມາ ສະຫະພັນກໍາມະບານນະຄອນຫຼວງວຽງຈັນໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ບັນດານິຕິກໍາຕ່າງໆ ໂດຍສະເພາະກົດໝາຍກໍາມະບານ ແລະ ກົດໝາຍແຮງງານຢູ່ຕາມໂຮງຈັກ ໂຮງງານຕ່າງໆ ເພື່ອໃຫ້ຊົນຊັ້ນກໍາມະກອນໄດ້ຮັບຮູ້ເຖິງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນເອງ ພ້ອມນັ້ນ ກໍໄດ້ເຂົ້າຮ່ວມໃນການຄົ້ນຄວ້າ ໄກ່ເກ່ຍ ແລະແກ້ໄຂຂໍ້ຂັດແຍ່ງກ່ຽວກັບແຮງງານ.

    ໂດຍພາຍໃຕ້ການຊີ້ນໍາຂອງຄະນະສູນກາງສະຫະພັນກໍາມະບານລາວ ໄດ້ເຮັດໃຫ້ສະຫະພັນກໍາມະບານນະຄອນຫຼວງວຽງຈັນມີການເຕີບໃຫຍ່ຂະຫຍາຍຕົວດ້ານຈໍານວນພົນ ແລະ ຄຸນນະພາບໃນ 3 ຂົງເຂດ ເປັນຕົ້ນລັດບໍລິຫານ ລັດວິສາຫະກິດ ແລະ ຂົງເຂດວິສະຫະກິດເອກະຊົນ ສະແດງອອກໃນທົ່ວນະຄອຍຫຼວງວຽງຈັນມີ 9 ສະຫະພັນກໍາມະບານເມືອງ 10 ສະຫະພັນຂົງເຂດພະແນກການ 48 ຮາກຖານທີ່ຂຶ້ນກັບສະຫະພັນກໍາມະບານນະຄອນຫຼວງວຽງຈັນ ມີສະມາຊິກກໍາມະບານທັງໝົດ 13 ພັນກວ່າຄົນ ໄປພ້ອມກັນນັ້ນ ຫົວໜ່ວຍການຜະລິດມີການເຕີບໃຫຍ່ຂະຫຍາຍຕົວ ປັດຈຸບັນມີ 3 ພັນກວ່າແຫ່ງ ໃນນີ້ນັບທັງການປະກອບອາຊີບແບບຄອບຄົວຂຶ້ນໄປຫາຂະໜາດໃຫຍ່ ເຮັດໃຫ້ມີຈໍານວນກໍາມະກອນເພີ່ມຂຶ້ນ ເວົ້າສະເພາະແຮງງານໃນລະບົບມີເຖິງ 77 ພັນກວ່າຄົນ.

    ສໍາລັບແຜນການໃນຕໍ່ໜ້າ ພາຍຫຼັງທີ່ປະເທດເຮົາບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ແລະ ສາມາດຈັດກິດຈະກໍາຕ່າງໆໄດ້ ສະຫະພັນກໍາມະບານນະຄອນຫຼວງວຽງຈັນຈະໄດ້ສຸມໃສ່ການລົງເຜີຍເຜີຍບັນດານິຕິກໍາຕ່າງໆໃຫ້ຊົນຊັ້ນກໍາມະກອນຕາມໂຮງຈັກ ໂຮງງານ ພ້ອມນັ້ນ ກໍສຸມໃສ່ກະກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະຫະພັນກໍາມະບານນະຄອນຫຼວງວຽງຈັນ.

    ທ່ານ ສົມບູນ ລິດສະໄໝ ໃຫ້ຮູ້ຕື່ມອີກວ່າ: ໃນໂອກາດວັນກໍາມະກອນສາກົນນີ້ ໃນນາມຕາງໜ້າໃຫ້ຄະນະບໍລິຫານງານສະຫະພັນກໍາມະບານນະຄອນຫຼວງ ຕາງໜ້າໃຫ້ຊົນຊັ້ນຊາວຜູ້ອອກແຮງງານ ຂໍອວຍພອນການນໍາພັກ-ລັດ ຊາວຜູ້ອອກແຮງງານຕາມໂຮງຈັກ ໂຮງງານ ໃຫ້ມີສຸຂະພາບເຂັ້ມແຂງ ປະກອບສ່ວນເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພ້ອມກັນປະຕິບັດບາງມາດຕະການຕ່າງໆໃນການຕ້ານ ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດເຊື້ອພະຍາດໂຄວິດ-19 ທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ ເພື່ອໃຫ້ພົ້ນຈາກການຕິດເຊື້ອພະຍາດດັ່ງກ່າວ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!