ໃນລະຫວ່າງວັນທີ 24-28 ເມສາ 2020 ບໍລິສັດ ບຣາເທີ (Brother) ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ແກ່ສື່ມວນຊົນລາວຈຳນວນ 50 ຄົນ ເຖິງເຮືອນ ເພື່ອສົ່ງຄວາມຫ່ວງໄຍ ແລະ ກຳລັງໃຈໃຫ້ອ້າຍເອື້ອຍນ້ອງສື່ມວນຊົນທີ່ເຮັດວຽກຢູ່ເຮືອນ ຫຼື ປະຈຳການໃນໄລຍະເວລາສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID-19.

ສຳລັບບໍລິສັດ BROTHER COMMERCIAL (THAILAND) LTD ເປັນໜຶ່ງໃນບໍລິສັດ BROTHER ອິນດັສຕຣີ ລິມິເຕັດ ຈັດຕັ້ງໃນປະເທດໄທຫຼາຍກວ່າ 20 ປີ ເປັນຜູ້ນຳນະວັດຕະກຳຜະລິດຕະພັນເຄື່ອງພິມ ເຄື່ອງພິມເລເບວ ສະແກນເນີ ແລະ ຈັກຫຍິບເຄື່ອງ ດຳເນີນການພາຍໃຕ້ພັນທະກິດຫຼັກ ເພື່ອຕອບສະໜອງຄວາມຕ້ອງການທີ່ຫຼາຍຮູບແບບຂອງຜູ້ຊົມໃຊ້ ທັງໃນດ້ານການນຳສະເໜີຜະລິດຕະພັນທີ່ມີການພັດທະນານະວັດຕະກຳຕ່າງໆ ລວມເຖິງການສ້າງຄວາມເພິ່ງພໍໃຈຂອງຜູ້ຊົມໃຊ້ ຄວບຄຸມລູກຄ້າລະດັບອົງກອນ ຜູ້ປະກອບການ ແລະ ລູກຄ້າທົ່ວໄປ ຕະຫຼອດໄລຍະເວລາຫຼາຍກວ່າ 110 ປີ ທີ່ BROTHER ເລີ່ມດຳເນີນທຸລະກິດ ຈົນເຖິງປັດຈຸບັນ BROTHER ໄດ້ຂະຫຍາຍສຳນັກງານຄວບຄຸມ 43 ແຫ່ງ ໃນ 41 ປະເທດທົ່ວໂລກ ພ້ອມທັງພະນັກງານທີ່ມີຄວາມສາມາດຫຼາຍກວ່າ 36.000 ຄົນ.


