ແຂວງຄໍາມ່ວນ ສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດປ້ອງກັນການແຜ່ລະບາດພະຍາດໂຄວິດ-19

    ໃນວັນທີ 27 ກັນຍາ 2021 ຢູ່ທີ່ຫ້ອງວ່າການແຂວງຄໍາມ່ວນ ຄະນະພັກ​ ອໍານາດການປົກຄອງແຂວງ ແລະ ຄະນະສະເພາະກິດເພື່ອປ້ອງກັນ​ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ໄດ້ພ້ອມກັນສຶກສາຫາລືເພື່ອປະເມີນຄືນຄໍາສັ່ງເລກທີ 08/ຈຂຄມ ລົງວັນທີ 14 ກັນຍາ 2021 ທີ່ຜ່ານມາ ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຄໍາມ່ວນ ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ທ່ານ ບຸນມີ ພິມມະສອນ ຫົວໜ້າຄະນະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ມີບັນດາທ່ານໃນຄະນະຕະຫຼອດເຖິງຜູ້ຊ່ຽວຊານແພດໝໍເຂົ້າຮ່ວມ .

    ທ່ານນາງ ພາສຸກ ຄໍາມະນີທອງ ຫົວໜ້າກອງເລຂາຄະນະສະເພາະກິດ ໄດ້ລາຍງານສະພາບການແຜ່ລະບາດ ການປ້ອງກັນ ຄວບຄຸມ ແລະ ການແກ້ໄຂໃນແຕ່ລະໄລຍະພາຍໃນແຂວງວ່າ : ເລີ່ມແຕ່ວັນທີ 1 ມັງກອນ 2021 ມາຮອດວັນທີ 26 ກັນຍາ 2021 ທົ່ວແຂວງຄໍາມ່ວນມີຈໍານວນຜູ້ຕິດເຊື້ອທັງໝົດ 2.192 ກໍລະນີ ເຊິ່ງໃນນີ້ ໄດ້ຮັບການປິ່ນປົວຫາຍດີແລ້ວ 1.444 ກໍລະນີ ແລະ ກໍາລັງສືບຕໍ່ປິ່ນປົວຢູ່ 747 ກໍລະນີ ເສຍຊີວິດສະສົມ 1 ກໍລະນີ ທົ່ວແຂວງການນໍາເຂົ້າເຊື້ອພະຍາດຈາກຕ່າງປະເທດ ແລະ ຊຸມຊົນນັບແຕ່ວັນທີ 14- 25 ກັນຍາ 2021 ມີຜູ້ຕິດເຊື້ອທັງໝົດ 549 ກໍລະນີ ໃນນັ້ນ ຕິດເຊື້ອຈາກຊຸມຊົນ 496 ກໍລະນີ ກໍລະນີຢູ່ບໍລິສັດ ເກືອກາລີ ລາວຄາຍຢວນ ທົ່ວບໍລິສັດມີພະນັກງານກໍາມະກອນທັງໝົດ 1.102 ຄົນ ໄດ້ເກັບຕົວຢ່າງທັງໝົດ 881 ກໍລະນີ ກວດພົບເຊື້ອ 235 ກໍລະນີ ໃນນັ້ນ ມີຄົນລາວ 167 ກໍລະນີ ແລະ ຄົນຈີນ 68 ກໍລະນີ ມາຮອດປັດຈຸບັນ ຍັງລໍຖ້າຜົນກວດຈໍານວນ 582 ກໍລະນີທັງໝົດແມ່ນເອົາເຂົ້າປິ່ນປົວໃນສູນຂັ້ນແຂວງ.

    ທ່ານ ນາງ ພາສຸກ ຄໍາມະນີທອງ ໄດ້ກ່າວຕື່ມວ່າ : ສໍາລັບການສັກຢາວັກຊິນປ້ອງກັນມາຮອດວັນທີ 25 ກັນຍາຜ່ານມາ ທົ່ວແຂວງສັກໄດ້ເຂັມທີ 1 ໄດ້ຈໍານວນ 175.193 ຄົນ ເຂັມທີ 2 ສັກໄດ້ຈໍານວນ 112.890 ຄົນ ທຽບໃສ່ປະຊາກອນເປົ້າໝາຍສັກໄດ້ເຂັມທີ 1 ກວມເອົາ 63,7 % ແລະ ເຂັມທີ 2 ກວມເອົາ 41 % ຜ່ານການປະເມີນຄວາມສ່ຽງຜ່ານມາ ເຫັນວ່າລະດັບການລະບາດແມ່ນຢູ່ໃນລະດັບ 3 ຍັງມີການແຜ່ລະບາດຢູ່ໃນຊຸມຊົນເປັນວົງກວ້າງ ອັດຕາການຕິດເຊື້ອໃນຊຸມຊົນເລີ່ມແຕ່ວັນທີ 31 ສິງຫາ – 13 ກັນຍາ 2021 ຜ່ານມາແມ່ນຢູ່ໃນລະດັບ 17 % ເຊິ່ງຜ່ານການປະເມີນຄືນ ດັ່ງນັ້ນ ທາງແຂວງຈະໄດ້ອອກຄໍາສັ່ງຂອງທ່ານເຈົ້າແຂວງເພື່ອສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດເພື່ອຫຼຸດຜ່ອນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວໃຫ້ຫຼຸດລົງ ແລະ ອອກບາງມາດຕະການທີ່ໄດ້ຮັບການຜ່ອນຜັນ ສ່ວນວ່າລາຍລະອຽດຂອງຄໍາສັ່ງ ທາງສື່ມວນຊົນຂອງແຂວງຈະໄດ້ນໍາມາເຜີຍແຜ່ອອກສູ່ສັງຄົມໄດ້ຮັບຮູ້ໃນໂອກາດຕໍ່ໄປ.​

   # ຂ່າວ – ພາບ :  ສີພອນ

error: Content is protected !!