ວັນທີ 23 ກັນຍາ 2021 ເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີປະກາດຈັດຕັ້ງຄະນະພັກຮາກຖານສາທາລະນະສຸກເມືອງ ຢູ່ຫ້ອງວ່າການປົກຄອງເມືອງດັ່ງກ່າວ ໂດຍເປັນປະທານຂອງສະຫາຍ ສົມສີ ພົມມະຈັນ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງຫົງສາ ມີແຂກຖືກເຊີນເລຂາ-ຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນຂົງເຂດສາທາລະນະສຸກເມືອງເຂົ້າຮ່ວມ.

ສະຫາຍ ດຣ ສົມບູນ ທຳມະລັດ ກຳມະການພັກເມືອງ ເລຂາໜ່ວຍພັກຫ້ອງການສາທາລະນະສຸກເມືອງ ໄດ້ຂຶ້ນຜ່ານບົດລາຍງານການນຳພາ-ຊີ້ນຳຂອງໜ່ວຍພັກໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ເຊິ່ງໜ່ວຍພັກດັ່ງກ່າວກວມເອົາຫ້ອງການສາທາລະນະສຸກເມືອງ ແລະ ໂຮງໝໍຊຸມຊົນເມືອງ ປະກອບມີ ຄະນະໜ່ວຍພັກ 3 ສະຫາຍ ມີສະມາຊິກພັກ 40 ສະຫາຍ ຍິງ 21 ສະຫາຍ ໃນນີ້ ສະມາຊິກພັກສຳຮອງ 3 ສະຫາຍ ຍິງ 2 ສະຫາຍ ຕະຫຼອດໄລຍະຜ່ານມາ ຄະນະພັກໄດ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ ພະນັກງານ-ລັດຖະກອນຂອງຕົນຮັບຜິດຊອບ ໂດຍນຳເອົາແນວທາງຂອງພັກ ມະຕິ ຄຳສັ່ງ ແລະ ເອກະສານມູນເຊື້ອຕ່າງໆມາເຜີຍແຜ່ເຊື່ອມຊຶມໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບແນວທາງນະໂຍບາຍຕ່າງໆຂອງພັກ-ລັດ ພ້ອມນັ້ນ ຍັງໄດ້ນຳພາຈັດຕັ້ງຕາມ 5 ຫຼັກການ ແລະ 3 ທິດນຳ ໃນການກໍ່ສ້າງ ແລະ ປັບປຸງພັກ ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ ແລະ ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ ເພື່ອກໍ່ສ້າງໜ່ວຍພັກໃຫ້ເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ທັງຕິດພັນກັບວຽກງານວິຊາສະເພາະຕາມພາລະບົດບາດ ແລະ ຄວາມຮັບຜິດຊອບ ຕາມ 8 ແຜນງານ 42 ແຜນງານຍ່ອຍ ແລະ 97 ໂຄງການບຸລິມະສິດຂອງຂະແໜງສາທາລະນະສຸກວາງອອກ.
ໂອກາດນີ້ ສະຫາຍ ພົມມາ ພົມມະຫານ ກຳມະການປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງຫົງສາ ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານສາທາລະນະສຸກເມືອງ ແລະ ບົ່ງຕົວແຕ່ງຕັ້ງສະຫາຍ ດຣ ສົມບູນ ທຳມະລັດ ເປັນເລຂາຄະນະພັກຮາກຖານ ສະຫາຍ ດຣ ສົມພອນ ບຸດດາວົງ ເປັນຮອງເລຂາ ທັງເປັນປະທານກວດກາຄະນະພັກຮາກຖານ ສະຫາຍ ນາງ ຈັນທະລີ ຮົງນູ ເປັນຄະນະພັກຮາກຖານ ທັງເປັນຮອງປະທານກວດກາຄະນະພັກຮາກຖານ ສະຫາຍ ອິນແປງ ແສງໂສພາ ແລະ ສະຫາຍ ບຸນຄົງ ມະນີ ເປັນຄະນະພັກຮາກຖານ ຜ່ານມະຕິຕົກລົງ ວ່າດ້ວຍການສ້າງຕັ້ງໜ່ວຍພັກໃໝ່ຄື: ໜ່ວຍພັກຫ້ອງການສາທາລະນະສຸກເມືອງ ໜ່ວຍພັກໂຮງໝໍຊຸມຊົນເມືອງ ໜ່ວຍພັກໂຮງໝໍນ້ອຍບ້ານນາປຸງ ແລະ ໜ່ວຍພັກໂຮງໝໍນ້ອຍບ້ານຄົກແອກ ຂຶ້ນກັບຄະນະພັກຮາກຖານສາທາລະນະສຸກເມືອງ ຜ່ານມະຕິຕົກລົງບົ່ງຕົວແຕ່ງຕັ້ງເລຂາ ຮອງເລຂາ ແລະ ຄະນະໜ່ວຍພັກແຕ່ລະໜ່ວຍດັ່ງກ່າວ ພ້ອມທັງບັນຈຸຊັບຊ້ອນຄະນະພັກ-ສະມາຊິກພັກດຳເນີນຊີວິດແຕ່ລະໜ່ວຍພັກ ແລະ ຜ່ານມະຕິຕົກລົງວ່າດ້ວຍການຍຸບເລີກໜ່ວຍພັກ 4 ຄົກແອກ ທີ່ຂຶ້ນກັບຄະນະພັກຮາກຖານບ້ານຄົກແອກ ມາເປັນໜ່ວຍພັກໂຮງໝໍນ້ອຍບ້ານຄົກແອກ ຂຶ້ນກັບຄະນະພັກຮາກຖານສາທາລະນະສຸກເມືອງ.
.
# ຂ່າວ – ພາບ : ບຸນມີ