ທະຫານ ນວ ປະກາດພະນັກງານ 13 ສະຫາຍ ເຂົ້າຮັບເບ້ຍບຳນານ

    ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດຕັ້ງພິທີປະກາດພະນັກງານພາຍໃນກົມກອງຂອງຕົນພັກການຮັບເບ້ຍບຳນານ ວັນທີ 24 ກັນຍາ 2021 ໂດຍມີທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ນວ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ຈາກອົງການ 5 ຫ້ອງ ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ພັນໂທ ເຂັມເພັດ ຫັນທະວົງ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານ ນວ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູ່ກອງບັນຊາການທະຫານ ນວ ພັກການ ເພື່ອກຽມຮັບເບ້ຍບຳນານ ໂດຍອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ພາກທີ III ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບເບ້ຍບຳນານຂອງນາຍທະຫານ ອີງຕາມໜັງສືສະເໜີຂອງກອງບັນຊາການທະຫານ ນວ ແລະ ອີງຕາມການຄົ້ນຄວ້ານຳສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດຈຶ່ງໄດ້ຕົກລົງເຫັນດີອະນຸມັດໃຫ້ພະນັກງານທີ່ປະຈຳຢູ່ກອງບັນຊາການທະຫານ ນວ 13 ສະຫາຍພັກການເພື່ອກຽມຮັບເບ້ຍບໍານານເປັນທາງການ.

    ໂອກາດນີ້ ສະຫາຍ ທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ກໍໄດ້ຕີລາຄາສູງຕໍ່ຜົນງານໃນການປະກອບສ່ວນສໍາຄັນໃນໄລຍະຜ່ານມາ ຂອງບັນດາພະນັກງານ 13 ສະຫາຍທີ່ໄດ້ອະນຸມັດພັກການ ເພື່ອກຽມຮັບເບ້ຍບໍານານໃນຄັ້ງນີ້ ເປັນຕົ້ນການປະກອບສ່ວນໃນໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໄດ້ພ້ອມກັນສຸມໃສ່ໃນການປົກປັກຮັກສາປະເທດຊາດຢ່າງຕັ້ງໜ້າ ດ້ວຍຜົນສຳເລັດ ແລະ ມີຄວາມສະຫງົບປອດໄພເລື້ອຍໆມາ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ 13 ສະຫາຍທີ່ໄດ້ຮັບນະໂຍບາຍພັກການບຳນານຈາກຂັ້ນເທິງແລ້ວ ຕ້ອງພ້ອມກັນເປັນແບບຢ່າງອັນທີ່ດີໃຫ້ພະນັກງານ-ນັກຮົບຮຸ່ນສືບທອດ ເພື່ອເຮັດໃຫ້ເຂົາເຈົ້າກາຍເປັນຜູ້ທີ່ມີຜົນງານໃນການປະກອບເຮັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍຜົນສຳເລັດສູງ ພ້ອມທັງສືບຕໍ່ເປັນເຈົ້າການໃນການປະກອບສ່ວນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນບ້ານທີ່ຕົນຢູ່ໃນປັດຈຸບັນໃຫ້ມີຄວາມປອດໄພ.

   # ຂ່າວ – ພາບ :  ສະບາໄພ

error: Content is protected !!