ໂຄງການກໍ່ສ້າງອຸມົງກຸລົງໂຄງການລົດໄຟລາວ-ຈີນ ໄດ້ເຈາະທະລຸແລ້ວ ໃນວັນທີ 29 ເມສາ 2020 ສຳເລັດກ່ອນແຜນການ 43 ມື້ ພາຍຫລັງດຳເນີນການກໍ່ສ້າງມາແຕ່ເດືອນມີນາ 2017 ອຸມົງດັ່ງກ່າວ ເປັນອຸມົງທີ່ມີຄວາມຍາວອັນດັບສາມຂອງໂຄງການລົດໄຟ ລາວ-ຈີນ ຍາວ 9.020 ແມັດ ຢູ່ບ້ານກຸລົງ ເມືອງນາໝໍ້ ແຂວງອຸດົມໄຊ.

ຜູ້ຮັບຜິດຊອບຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ບໍລິສັດໄດ້ຂະຫຍາຍທີມງານຮັບຜິດຊອບວຽກງານກໍ່ສ້າງ ແລະ ວຽກງານສະກັດກັ້ນ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ພາຍໃຕ້ເງື່ອນໄຂມາດຕະການປ້ອງກັນ ສະກັດກັ້ນ ແລະ ຄວບຄຸມເຊື້ອພະຍາດດັ່ງກ່າວ ເຊິ່ງບໍລິສັດໄດ້ສຸມໃສ່ເຮັດວຽກທັງເວັນທັງຄືນ ເພີ່ມທະວີຄຸນນະພາບຄວາມປອດໄພ ເຮັດໃຫ້ໂຄງການສາມາດດຳເນີນການເປັນປົກກະຕິ ແລະ ສຳເລັດຕາມແຜນການ.

ມາຮອດວັນທີ 27 ມີນາ ໂຄງການລົດໄຟລາວ-ຈີນ ໄດ້ເລີ່ມດຳເນີນການປູລາງລົດໄຟຢ່າງເປັນທາງການ ແລະ ເສັ້ນທາງລົດໄຟ ຈີນ-ລາວ ຢູ່ເບື້ອງຈີນ ແມ່ນໄດ້ເລີ່ມດຳເນີນການປູລາງໃນວັນທີ 7 ເມສາ ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ໂຄງການທາງລົດໄຟລາວ-ຈີນ ໃຫ້ສາມາດເປິດບໍລິການໄດ້ໃນ ປີ 2021 ໂຄງການທາງລົດໄຟລາວ-ຈີນ ເປັນເສັ້ນທາງເຊື່ອມຈອດຄຸນໝີງ ສປ ຈີນ ແລະ ນະຄອນຫລວງວຽງຈັນ ສປປ ລາວ ເປັນໂຄງການສັນຍາລັກແຫ່ງ “ໜຶ່ງແລວ ໜຶ່ງເສັ້ນທາງ” ມິດຕະພາບລາວ-ຈີນ.
ພາຍຫລັງການກໍ່ສ້າງສຳເລັດ ຈະເປັນແຮງຊ່ວຍໃນການເພີ່ມທະວີການພົວພັນລະຫວ່າງ ປະຊາຊົນສອງປະເທດ ລາວ-ຈີນ ຈີນ-ລາວ ແລະ ມີຄວາມໝາຍຄວາມສຳຄັນຕໍ່ນະໂຍບາຍ “ໜຶ່ງແລວ, ໜຶ່ງເສັ້ນທາງ” ແລະ ຍຸດທະສາດ “ການຫັນປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ມີທາງເຊື່ອມຈອດ”.