ມູນນິທິເຮືອນເດັກ ສ້າງຂຶ້ນເພື່ອຊ່ວຍເຫຼືອການສຶກສາ ແລະ ວັດທະນະທຳ

    ມູນ​ນິ­ທິ​ເຮືອນ​ເດັກ ໄດ້​ຮັບ​ການ​ອະ­ນຸ­ມັດ​ຢ່າງ​ເປັນ​ທາງ​ການ ຈາກ​ກະ­ຊວງ​ພາຍ​ໃນ ວັນ​ທີ 8 ມັງ­ກອນ 2019 ຄວາມ​ຄິດ​ລິ​ເລີ່ມ​ໃນ​ການ​ສ້າງ​ມູນ​ນິ­ທິ​ຂອງ​ຄະ­ນະ​ປະ­ທານ ແມ່ນ​ເພື່ອ​ຢາກ​ສືບ­ຕໍ່​ໃນ​ການ​ພັດ­ທະ­ນາ​ເດັກ​ທາງ​ດ້ານ​ການ​ສຶກ​ສາ ແລະ ວັດ­ທະ­ນະ­ທຳ​ທີ່​ສະ­ຫະ­ພັນ​ແຮງ​ງານ JICHIRO ຂອງ​ປະ­ເທດ​ຍີ່­ປຸ່ນ ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ພາຍ​ໃຕ້​ໂຄງ­ການ ເຮືອນ​ເດັກ ເພື່ອ​ວັດ­ທະ­ນະ­ທຳ ແລະ ການ​ສຶກ​ສາ ເຊິ່ງ​ໄດ້​ຮ່ວມ​ວຽກ​ນຳ​ໃນ​ເວ­ລາ​ນັ້ນ ແມ່ນ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກະ­ຊວງ​ຖະ­ແຫຼງ​ຂ່າວ ແລະ ວັດ­ທະ­ນະ­ທຳ ໃນ​ປີ 1996-2010.

    ເພື່ອ​ເປັນ​ການ​ສືບ­ຕໍ່​ໃນ​ການ​ພັດ­ທະ­ນາ​ເດັກ​ທາງ​ດ້ານ​ການ​ສຶກ​ສາ ແລະ ວັດ­ທະ­ນະ­ທຳ ຈາກ​ຮູບ​ແບບ​ໂຄງ­ການ​ຮ່ວມ​ມື​ກັບ​ພາກ​ລັດ ທີ່​ມີ​ຜົນ­ສຳ­ເລັດ​ສູງ​ໃນ​ໄລ­ຍະ​ຜ່ານ​ມາ ການ­ຈັດ­ຕັ້ງ​ມູນ​ນິ­ທິ​ໃນ​ສະ­ພາບ​ການ ແລະ ເງື່ອນ­ໄຂ​ໃໝ່​ຈະ​ສາ­ມາດ​ເສີມ​ສ້າງ​ທ່າ­ແຮງ ໃນ​ການ​ເຮັດ​ວຽກ​ຮ່ວມ​ກັນ ໃນ​ຮູບ​ແບບ​ໃໝ່​ຂອງ​ການ​ພັດ­ທະ­ນາ​ເດັກ ແລະ ການ​ຊ່ວຍ­ເຫຼືອ​ສັງ­ຄົມ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ໃນ​ປັດ­ຈຸ­ບັນ ແລະ ສາ­ມາດ​ເສີມ​ຂະ­ຫຍາຍ​ການ​ຊ່ວຍ­ເຫຼືອ​ໃຫ້​ເປັນ​ລະ­ບົບ ເປົ້າ​ໝາຍ ແລະ ຮູບ​ແບບ​ການ​ພັດ­ທະ­ນາ​ການ​ສຶກ​ສາ ແລະ ວັດ­ທະ­ນະ­ທຳ​ຂອງ​ມູນ​ນິ­ທິ ແມ່ນ​ຄວາມ​ມຸ້ງ​ໝັ້ນ​ໃນ​ການ​ນຳ​ເອົາ​ນະ­ໂຍ­ບາຍ ແຜນ­ການ​ພັດ­ທະ­ນາ​ຂອງ​ລັດ­ຖະ­ບານ​ທາງ​ດ້ານ​ການ​ສຶກ​ສາ ວັດ­ທະ­ນະ­ທຳ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ທີ່​ມີ​ແຜນ​ຢ່າງ​ຄົບ​ຖ້ວນ ແຕ່​ນີ້​ຮອດ​ປີ 2030 ເປັນ​ຫຼັກ.

    ສຳ­ລັບ​ຜູ້​ໃຫ້​ທຶນ​ຫຼັກ​ແກ່​ມູນ​ນິ­ທິ ແມ່ນ​ອົງ­ການ​ຊ່ວຍ­ເຫຼືອ​ອະ­ນາ­ຄົດ​ເດັກ­ນ້ອຍ ຍີ່­ປຸ່ນ-ລາວ (NPO) ນຳ​ໂດຍ ທ່ານ Taka shi SHIR AISHI ມູນ​ນິ­ທິ​ເຮືອນ​ເດັກ​ກໍ​ໄດ້​ມີ​ແຜນ­ທີ່​ຈະ​ສ້າງ​ຄວາມ​ຍືນ​ຍົງ​ໃຫ້​ແກ່​ມູນ​ນິ­ທິ​ເອງ ໜຶ່ງ​ໃນ​ແຜນ­ການ​ໄລ­ຍະ​ຍາວ​ທີ່​ຈະ​ສ້າງ​ຄວາມ​ຍືນ​ຍົງ​ໃຫ້​ແກ່​ມູນ​ນິ­ທິ​ໃນ​ຂະ­ແໜງ­ການ​ສຶກ​ສາ ແມ່ນ​ມູນ​ນິ­ທິ​ມີ​ຄວາມ​ມຸ້ງ​ໝັ້ນ​ໃນ​ການ​ສ້າງ​ສູນ​ລ້ຽງ​ເດັກ (ໂຮງ­ຮຽນ​ລ້ຽງ​ເດັກ) ທີ່​ສາ­ມາດ​ເປັນ​ຕົວ​ແບບ​ທີ່​ດີ ແລະ ເປັນ​ບ່ອນ​ຮຽນ​ຮູ້​ໃຫ້​ແກ່​ພໍ່​ແມ່ ຜູ້​ປົກ­ຄອງ​ໃນ​ການ​ລ້ຽງ​ດູ​ລູກ​ແຕ່​ຍັງ​ນ້ອຍ ແລະ ຈະ​ເປັນ​ໂຮງ­ຮຽນ​ລ້ຽງ​ເດັກ​ຕົວ​ແບບ​ໃຫ້​ແກ່​ບັນ­ດາ​ຄູ ແລະ ວິ­ຊາ​ການ​ຈາກ​ໂຮງ­ຮຽນ​ຕ່າງໆ​ທີ່​ລ້ຽງ​ເດັກ ສາ­ມາດ​ເຂົ້າ​ມາ​ສຶກ​ສາ ແລະ ຖອດ​ຖອນ​ບົດ­ຮຽນ​ໄດ້ ເຊິ່ງ​ສູນ​ດັ່ງ­ກ່າວ ຈະ​ເປັນ​ສູນ​ທີ່​ສາ­ມາດ​ລະ­ດົມ​ທຶນ​ໃຫ້​ມູນ​ນິ­ທິ ໃນ​ການ​ສ້າງ​ຄວາມ​ຍືນ​ຍົງ​ໃຫ້​ຕົນ​ເອງ​ໃນ​ອະ­ນາ­ຄົດ.

    ພິ­ທີ​ເປີດ​ມູນ​ນິ­ທິ​ເຮືອນ​ເດັກ​ຈັດ​ຂຶ້ນ​ວັນ​ທີ 26 ກໍ­ລະ­ກົດ 2019 ທີ່​ຮ້ານ​ອາ­ຫານ​ຄົວ​ລາວ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ​ນາງ ສຸ­ພາ​ພອນ ວິ­ຊາ​ປຣາ​ຄາ​ວາ​ມູ​ຣະ ປະ­ທານ​ມູນ​ນິ­ທິ​ເຮືອນ​ເດັກ ມີ​ຜູ້­ຕາງ­ໜ້າ​ຈາກ​ກະ­ຊວງ​ພາຍ​ໃນ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ກະ­ຊວງ​ການ​ຕ່າງ­ປະ­ເທດ ອົງ​ການ­ຈັດ­ຕັ້ງ​ຕ່າງ­ປະ­ເທດ ແລະ ມູນ​ນິ­ທິ​ສະ­ມາ­ຄົມ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ­ເຂດ​ດຽວ​ກັນ​ເຂົ້າ​ຮ່ວມ ເຊິ່ງ​ໃນ​ພິ­ທີ​ໄດ້​ມອບ​ໃບ​ຍ້ອງ­ຍໍ​ໃຫ້​ຜູ້​ສະ­ໜັບ­ສະ­ໜູນ ມອບ​ທຶນ​ການ​ສຶກ​ສາ​ໃຫ້​ນັກ­ຮຽນ​ຊັ້ນ​ປະ­ຖົມ ມັດ­ທະ­ຍົມ ແລະ ໂຮງ­ຮຽນ​ວິ­ຊາ​ຊີບ​ຜູ້​ທີ່​ຂາດ­ເຂີນ ໃນ​ສົກ­ຮຽນ 2019-2020 ຕື່ມ​ອີກ.

Leave a Reply

error: Content is protected !!