ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນຂົງເຂດຊາວໜຸ່ມ-ເຍົາວະຊົນ ໄດ້ຈັດຂຶ້ນໃນວັນທີ 30 ເມສາ 2020 ໂດຍຜ່ານລະບົບອອນລາຍ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບັນດິດ ສ.ຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນບົດບັນທຶກດັ່ງກ່າວ ໄດ້ມີຈຸດປະສົງເພື່ອກຳນົດຂອບເຂດການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີຂອງທັງສອງຝ່າຍ ເພື່ອພັດທະນາຊາວໜຸ່ມ-ເຍົາວະຊົນລາວໃຫ້ກາຍເປັນນັກວິທະຍາ ສາດ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດ ຄວາມສຳຄັນຂອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ ເຊິ່ງສອງຝ່າຍເຫັນດີເປັນເອກະພາບໃນຂອບເຂດການຮ່ວມມື ປະກອບມີ: ໂຄງການນ້ອງຢາກເປັນນັກວິທະຍາສາດ ສ້າງພິພິທະພັນຊາວໜຸ່ມລາວແບບເອເລັກໂຕຣນິກ ສ້າງລາຍການໂທລະພາບ ວິທະຍຸ ແລະ ສື່ອອນລາຍໃນຮູບແບບຕ່າງໆໃຫ້ສອດຄ່ອງກຸ່ມເປົ້າໝາຍ ກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຈັດເຝິກອົບຮົມສຳມະນາ ແລະ ແລກປ່ຽນຄວາມຮູ້ດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳເພື່ອສ້າງຄວາມຮູ້ ຄວາມເຂົ້າໃຈ ແລະ ສາມາດນຳໃຊ້ເຂົ້າໃນວຽກງານຕົວຈິງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາແຕ່ລະໄລຍະ ແລະ ດ້ານອື່ນໆກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ.




