ຫ້ອງວ່າການສູນກາງພັກ ໄດ້ຮັບຜ້າອັດປາກ-ດັງ ຕ້ານພະຍາດ COVID-19

ບໍ­ລິ­ສັດ ຈີ​ດີ​ບໍ່​ແຮ່​ຈຳ­ກັດ ແລະ ບໍ­ລິ­ສັດ ເຊິນ​ເຈິນ P-along capital ຈຳ­ກັດ ນຳ​ເອົາ​ຜ້າ​ອັດ​ປາກ-ດັງ 200.000 ອັນ ມູນ​ຄ່າ 60.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 537 ລ້ານ​ກີບ ໄປ​ມອບ​ໃຫ້​ຫ້ອງ​ວ່າ­ການ​ສູນ​ກາງ​ພັກ ເພື່ອ​ນຳ​ໃຊ້​ໃນ​ການ​ປ້ອງ​ກັນ ຄວບ​ຄຸມ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຢູ່ ສປປ ລາວ.

ພິ­ທີ​ມອບ-ຮັບ​ເຄື່ອງ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ ຈັດ​ຂຶ້ນ​ວັນ​ທີ 30 ເມ­ສາ 2020 ຢູ່​ຫ້ອງ​ວ່າ­ການ​ສູນ​ກາງ​ພັກ ເຊິ່ງ​ຕາງ­ໜ້າ​ມອບ​ໂດຍ​ທ່ານ ຊຸນ​ຫົງ​ເຖົາ ປະ­ທານ​ບໍ­ລິ­ສັດ ຈີ​ດີ​ບໍ່​ແຮ່​ຈຳ­ກັດ ແລະ ຮັບ​ໂດຍ​ທ່ານ ທອງ​ສະ​ລິດ ມັງ​ໜໍ່​ເມກ ຫົວ­ໜ້າ​ຫ້ອງ​ວ່າ­ການ​ສູນ​ກາງ​ພັກ ໂດຍ​ມີ​ທ່ານ ຈ່ຽງ ຈ້າຍ​ຕົງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສປ ຈີນ ປະ­ຈຳ ສປປ ລາວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໂອ­ກາດ​ນີ້ ທ່ານ ທອງ​ສະ​ລິດ ມັງ​ໜໍ່​ເມກ ກໍ​ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ 2 ບໍ­ລິ­ສັດ​ດັ່ງ­ກ່າວ ທີ່​ເຫັນ​ຄວາມ​ສຳ­ຄັນ​ໃນ​ວຽກ​ງານ​ການ​ປ້ອງ​ກັນ ຄວບ​ຄຸມ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ COVID-19 ແລະ ປະ­ກອບ­ສ່ວນ​ມອບ​ຜ້າ​ອັດ​ປາກ-ດັງ​ໃຫ້​ຄັ້ງ​ນີ້ ເຊິ່ງ​ເຄື່ອງ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ຫ້ອງ​ວ່າ­ການ​ສູນ​ກາງ​ພັກ​ຈະ​ນຳ­ໄປ​ມອບ​ຕໍ່­ໃຫ້​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ອົງ­ການ​ກາ­ແດງ​ລາວ ແລະ ແຂວງ​ໄຊ​ສົມ­ບູນ ເພື່ອ​ນຳ​ໃຊ້​ໃນ​ວຽກ​ງານ​ປ້ອງ​ກັນ ຄວບ​ຄຸມ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ COVID-19.

error: Content is protected !!