ວັນທີ 29 ເມສາ 2020 ຢູ່ທີ່ໂຮງໝໍແຂວງຫຼວງນ້ຳທາ ໜ່ວຍສາມັກຄີຊາວພຸດ ໄດ້ນຳເອົາເຄື່ອງມາມອບໃຫ້ໂຮງໝໍແຂວງ ແລະ ກາແດງຫຼວງນ້ຳທາ ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີຜ້າອັດປາກ 1.500 ອັນ ແລະ ນ້ຳດື່ມ 50 ແກັດ ລວມມູນຄ່າ 5 ລ້ານກວ່າກີບ ກ່າວມອບໂດຍທ່ານນາງ ບານເຢັນ ມະຫາລາດ ປະທານໜ່ວຍສາມັກຄີຊາວພຸດແຂວງຫຼວງນ້ຳທາ ກ່າວຮັບໂດຍທ່ານ ແສງວົງ ບຸດຕະວົງ ອຳນວຍການໂຮງໝໍແຂວງ ພ້ອມນີ້ ມີທ່ານ ນາງ ສີມອນ ແກ້ວວົງເພັດ ປະທານບໍລິສັດສີມອນພັດທະນາກະສິກຳ ແລະ ບໍລິການຂາອອກ-ຂາເຂົ້າ ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີ່ມາມອບໃນຄັ້ງນີ້ ໄດ້ຮັບການອຸປະຖຳຈາກບໍລິສັດສີມອນພັດທະນາກະສິກຳ ແລະ ບໍລິການຂາອອກ-ຂາເຂົ້າ ຈຳກັດ ເຊິ່ງຈະໄດ້ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕ້ານ ປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19.

ໂອກາດນີ້ ທ່ານ ແສງວົງ ບຸດຕະວົງ ໄດ້ສະແດງຄວາມຂອບໃຈມາຍັງໜ່ວຍສາມັກຄີຊາວພຸດ ແຂວງຫຼວງນ້ຳທາ ທີ່ເປັນຫ່ວງເປັນໄຍ ເຫັນໄດ້ຄວາມໝາຍສຳຄັນໃນການປະຕິບັດໜ້າທີ່ວຽກງານ ແລະ ອວຍພອນໃຫ້ໜ່ວຍສາມັກຄີຊາວພຸດ ແລະ ບໍລິສັດສີມອນພັດທະນາກະສິກຳ ແລະ ບໍລິການຂາອອກ-ຂາເຂົ້າ ຈຳກັດ ຈົ່ງມີສຸຂະພາບແຂງແຮງ ທຸລະກິດມີຄວາມຈະເລີນກ້າວໜ້າ ພ້ອມນັ້ນ ກາແດງແຂວງຫຼວງນ້ຳທາ ໄດ້ມອບໃບກຽດຕິຄຸນໃຫ້ກັບໜ່ວຍສາມັກຄີຊາວພຸດອີກດ້ວຍ.