ADB ຄາດການຂະຫຍາຍຕົວດ້ານເສດຖະກິດປະເທດກຳລັງພັດທະນາໃນອາຊີ ປະມານ 7,1%

    ອີງຕາມບົດລາຍງານເສດຖະກິດອັນສຳຄັນຂອງທະນາຄານພັດທະນາອາຊີ (ADB)​ ໃນຫົວຂໍ້ທີ່ວ່າ: ການຄາດຄະເນການພັດທະນາຂອງອາຊີປະຈຳປີ 2021 ໃຫ້ຮູ້ວ່າ: ອັດຕາການເຕີບໂຕຂອງປະເທດທີ່ກຳລັງພັດທະນາໃນອາຊີ ຄາດວ່າຈະຢູ່ທີ່ 7,1% ໃນປີ 2021​ ນີ້ ເຊິ່ງທຽບກັບອັດຕາ 7,3% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາທີ່ຜ່ານມາ ສຳລັບອັດຕາການເຕີບໂຕສຳລັບປີ 2022 ຄາດວ່າຈະຢູ່ທີ່ 5,4% ຊຶ່ງເພີ່ມຂຶ້ນຈາກ 5,3% ພະຍາດໂຄວິດ-19 ສາຍພັນໃໝ່ ສະພາບການລະບາດໃນແຕ່ລະປະເທດ ການກັບຄືນມາສູ່ຂໍ້ຈໍາກັດ ແລະ ການປິດເມືອງໃນລະດັບຕ່າງກັນ ແລະ ການສັກວັກຊີນທີ່ຫຼ້າຊ້າ ແລະ ບໍ່ທັນກັນ ພວມເຮັດໃຫ້ຄວາມຄາດຫວັງຂອງພາກພື້ນຫຼຸດລົງ.

    ທ່ານ ໂຈເຊບ ສເວັກລີຈ ເຈອາຣ ຜູ້ວ່າການແທນຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າ “ປະເທດທີ່ກໍາລັງພັດທະນາໃນອາຊີ ຍັງມີຄວາມສ່ຽງຕໍ່ການລະບາດຂອງພະຍາດໂຄວິດ-19 ເນື່ອງຈາກວ່າພະຍາດສາຍພັນໃໝ່ ໄດ້ເຮັດໃຫ້ການລະບາດໄວ ເຊິ່ງນຳໄປສູ່ການຈຳກັດການເຄື່ອນຍ້າຍໃນບາງພື້ນຖານເສດຖະກິດຄືນໃໝ່ອີກ. ມາດຕະການທາງນະໂຍບາຍ ບໍ່ຄວນເນັ້ນໃສ່ແຕ່ການຄວບຄຸມ ແລະ ການສັກວັກຊີນ ແຕ່ຕ້ອງສືບຕໍ່ສະໜັບສະໜູນບັນດາບໍລິສັດ ແລະ ຄົວເຮືອນ ແລະ ເນັ້ນໃຫ້ບັນດາຂະແໜງການເສດຖະກິດຕ່າງໆໄດ້ຮັບຮູ້ຕື່ມອີກ ເພື່ອປັບຕົວເຂົ້າກັບ “ການດຳລົງຊີວິດຄືເກົ່າແບບໃໝ່” ເມື່ອເຫັນວ່າ ການແຜ່ລະບາດພະຍາດພວມເລີ່ມກ້າວເຂົ້າໄລຍະການຟື້ນຕົວ”.

    ນັບຕັ້ງແຕ່ໄດ້ມີການລະບາດຂອງພະຍາດໂຄວິດ-19 ສາຍພັນເດລຕາ ໃນເດືອນເມສາ ກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນບັນດາປະເທດທີ່ກໍາລັງພັດທະນາໃນອາຊີໄດ້ເພີ່ມສູງຂຶ້ນ. ໃນເດືອນພຶດສະພາ ຈໍານວນຜູ້ຕິດເຊື້ອກໍລະນີໃໝ່ໃນແຕ່ລະວັນມີສູງເຖິງ 430.000. ມີຫຼາຍກ່ວາ 163.000 ກໍລະນີໃໝ່ປະຈໍາວັນໄດ້ຖືກບັນທຶກໄວ້ໃນມື້ວັນທີ 31 ສິງຫາ. ໃນຂະນະດຽວກັນ ຄວາມຄືບໜ້າຂອງການສັກຢາກັນພະຍາດຢູ່ໃນປະເທດທີ່ກໍາລັງພັດທະນາໃນອາຊີ ຍັງບໍ່ທັນກັນ ແລະ ຍັງຊັກຊ້າກວ່າປະເທດທີ່ມີຄວາມກ້າວໜ້າທາງດ້ານເສດຖະກິດ. ມາຮອດວັນທີ 31 ສິງຫາ 2021 ຈໍານວນ 28,7% ຂອງປະຊາກອນໃນພາກພື້ນນີ້ ໄດ້ຮັບການສັກວັກຊີນປ້ອງກັນຄົບຖ້ວນ ສົມທຽບກັບອັດຕາ 51,8% ໃນສະຫະລັດອາເມຣິກາ ແລະ 58,0% ຢູ່ໃນປະເທດສະຫະພາບເອີຣົບ.

    ຫົນທາງການຟື້ນຟູພາຍໃນພາກພື້ນຍັງຄົງບໍ່ມີຄວາມຊັດເຈນ ການຂະຫຍາຍຕົວຂອງປະເທດໃນພາກພື້ນອາຊີຕາເວັນອອກໂດຍລວມ ສຳລັບປີນີ້ຄາດວ່າຈະຢູ່ທີ່ອັດຕາ 7,6% ຊຶ່ງເພີ່ມຂຶ້ນຈາກ 7,4% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາ ເນື່ອງຈາກຄວາມຕ້ອງການຂອງໂລກທີ່ມີເພີ່ມຂຶ້ນ ເຮັດໃຫ້ການສົ່ງອອກເຊື້ອໄຟຈາກພາກພື້ນດັ່ງກ່າວເພີ່ມຂຶ້ນ.

    ອັດຕາການເຕີບໂຕຂອງປະເທດໃນພາກພື້ນອາຊີຕາເວັນອອກສຳລັບປີ 2022 ແມ່ນບໍ່ປ່ຽນແປງ ຍັງຢູ່ທີ່ 5,1% ການຄາດຄະເນການເຕີບໂຕສໍາລັບ ສປ ຈີນ ຊຶ່ງເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸກໃນພາກພື້ນ ຍັງຄົງຢູ່ທີ່ອັດຕາ 8,1% ໃນປີ 2021 ແລະ 5,5% ໃນປີ 2022. ອັດຕາຄາດຄະເນການເຕີບໂຕທາງດ້ານເສດຖະກິດຂອງບັນດາປະເທດໃນພາກພື້ນອາຊີກາງ ສຳລັບປີນີ້ ແມ່ນ 4,1% ຊຶ່ງເພີ່ມຂຶ້ນຈາກ 3,4% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາ ທ່າມກາງຄວາມຄາດຫວັງທີ່ມີເພີ່ມຂຶ້ນ ສຳລັບປະເທດອາເມເນຍ ອາເຊີໄບຈັນ ຈໍເຈຍ ກາຊັກສະຖານ ແລະ ອຸສເບກິສຖານ. ອັດຕາການຄາດຄະເນສຳລັບປີ 2022 ຂອງອະນຸພາກພື້ນດັ່ງກ່າວໄດ້ປັບຂຶ້ນມາທີ່ 4,2% ຈາກ 4,0%.

    ADB ຄາດວ່າ ອັດຕາການເຕີບໂຕທາງດ້ານເສດຖະກິດຂອງພາກພື້ນອາຊີໃຕ້ ແມ່ນຢູ່ທີ່ 8,8% ສຳລັບປີນີ້ ເມື່ອທຽບກັບອັດຕາ 9,5% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາ ສຳລັບອະນຸພາກພື້ນດັ່ງກ່າວ. ແຕ່ເຖິງຢ່າງໃດກໍຕາມ ອັດຕາຄາດຄະເນສຳລັບປີ 2022 ໄດ້ປັບເພີ່ມຂຶ້ນມາທີ່ 7,0% ຈາກ 6,6%. ອັດຕາຄາດຄະເນສໍາລັບ ອິນເດຍ ໃນປີ 2021 ຊຶ່ງເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸດໃນອະນຸພາກພື້ນນີ້ ແມ່ນ 10,0% ຊຶ່ງຫຼຸດລົງຈາກ 11,0%, ໃນຂະນະທີ່ອັດຕາຄາດຄະເນສໍາລັບປີໜ້າໄດ້ປັບຂຶ້ນມາທີ່ 7,5% ຈາກ 7,0%. ການຄາດຄະເນສຳລັບພາກພື້ນອາຊີຕາເວັນອອກສຽງໃຕ້ແລະປາຊີຟິກ ກໍໄດ້ຮັບການປັບປຸງຄືນໃໝ່ເຊັ່ນກັນ ເນື່ອງຈາກວ່າ ເສດຖະກິດຂອງບັນດາປະເທດໃນອະນຸພາກພື້ນນີ້ ຍັງຕໍ່ສູ້ກັບພະຍາດສາຍພັນໃໝ່ ປິດເມືອງ ພ້ອມດ້ວຍຂໍ້ຈຳກັດຕ່າງໆ ແລະ ການສັກວັກຊີນຊັກຊ້າ.

    ອັດຕາຄາດຄະເນການຂະຫຍາຍຕົວຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ສຳລັບປີ 2021 ແລະ 2022 ໄດ້ປັບລົງມາທີ່ 3,1% ແລະ 5,0% ຕາມລຳດັບ ຈາກອັດຕາ 4,4% ແລະ 5,1% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາ ເສດຖະກິດຂອງປະເທດໃນແຖບປາຊີຟິກໂດຍລວມ ຄາດວ່າຈະຫຼຸດລົງທີ່ອັດຕາ 0,6% ໃນປີນີ້ ທຽບກັບການເຕີບໂຕທີ່ອັດຕາ 1,4% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາ ກ່ອນທີ່ຈະເພີ່ມຂຶ້ນທີ່ອັດຕາ 4,8% ໃນປີ 2022 ອັດຕາເງິນເຟີ້ຂອງປະເທດທີ່ກໍາລັງພັດທະນາໃນອາຊີໂດຍລວມ ຄາດວ່າຈະຍັງຢູ່ທີ່ 2,2% ສຳລັບປີນີ້ ແລະ 2,7% ສຳລັບປີ 2022. ທ່າອ່ຽງຂອງລາຄາສິນຄ້າແລະອາຫານລະຫວ່າງປະເທດທີ່ສູງຂຶ້ນໃນແຕ່ລະວັນ ສາມາດເຮັດໃຫ້ເງິນເຟີ້ເພີ່ມຂຶ້ນໃນເສດຖະກິດຂອງບັນດາປະເທດໃນພາກພື້ນນີ້.

# ຂໍ້ມູນຈາກ : ທະນາຄານພັດທະນາອາຊີ

error: Content is protected !!