ສປປ ລາວ ເລີ່ມປະຕິບັດໜ້າທີ່ເປັນຮອງປະທານສະມັດຊາໃຫຍ່ ສປຊ

    ພາຍຫລັງທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ໃນເດືອນມິຖຸນາ 2021 ຜ່ານມາ ໃນວັນທີ 22 ກັນຍາ 2021 ສປປ ລາວ ໄດ້ເລີ່ມຕົ້ນປະຕິບັດໜ້າທີ່ຂອງຕົນເປັນຄັ້ງທຳອິດ ໂດຍ ທ່ານອານຸພາບ ວົງໜໍ່ແກ້ວເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ໄດ້ເຮັດໜ້າທີ່ເປັນປະທານນໍາພາການດຳເນີນກອງປະຊຸມ ໃນພາກສຸດທ້າຍຂອງກອງປະຊຸມລະດັບສູງ ພາຍໃຕ້ສະມັດຊາໃຫຍ່ ເພື່ອສະເຫຼີມສະຫຼອງຄົບຮອບ 20 ປີ ແຫ່ງການຮັບຮອງຖະແຫຼງການ ແລະ ແຜນປະຕິບັດງານເດີບັນ (Durban Declaration and Programme of Action) ວ່າດ້ວຍການຕ້ານການຈຳແນກເຊື້ອຊາດ ຜິວພັນ ການລັງກຽດ ແລະ ການບໍ່ຍອມຮັບໃນຄວາມແຕກຕ່າງ ພາຍຫຼັງການຮັບຮອງເອົາຖະແຫຼງການທາງການເມືອງຂອງກອງປະຊຸມແບບເປັນເອກະສັນ.

    ຫຼັງຈາກນັ້ນ ທ່ານຜູ້ຕາງໜ້າຖາວອນແຫ່ງ ສປປລາວ ໄດ້ສືບຕໍ່ນຳພາກອງປະຊຸມຄົບຄະນະຄັ້ງທີ 6 (6th Plenary meeting) ຂອງພາກອະພິປາຍທົ່ວໄປ ເຊິ່ງມີບັນດາຜູ້ນໍາຂັ້ນປະມຸກລັດ ຂອງ 13 ປະເທດ ຜັດປ່ຽນກັນຂຶ້ນກ່າວບົດປາໄສໃນຫ້ອງປະຊຸມສະມັດຊາໃຫຍ່ອົງການ ສປຊ ແລະ ໂດຍຜ່ານທາງໄກ.

    ບັນດາຜູ້ນໍາ ໄດ້ສະແດງທັດສະນະຂອງຕົນຕໍ່ກັບສະພາບການທີ່ພົ້ນເດັ່ນຢູ່ຫຼາຍພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນມາດຕະການເພື່ອຮັບມືກັບການລະບາດຂອງໂຄວິດ-19 ແລະ ແກ້ໄຂຜົນກະທົບໄລຍະສັ້ນ ແລະ ໄລຍະຍາວ ການກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ບັນຫາຄວາມບໍ່ສະຫງົບ ແລະ ການຕ້ານກໍ່ການຮ້າຍ ການສົ່ງເສີມຂອບການຮ່ວມມືຫຼາຍຝ່າຍ ລວມເຖິງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງພາຍໃນປີ 2030.

    ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 76 ແມ່ນຈະປະຕິບັດໜ້າທີ່ເລີ່ມຈາກເດືອນກັນຍາ 2021 ຫາເດືອນກັນຍາ 2022 ພາຍໃຕ້ຫົວຂໍ້ “ການຟື້ນຟູຈາກສະພາບວິກິດການອັນເກີດຈາກພະຍາດໂຄວິດ-19 ການສົ່ງເສີມການພັດທະນາແບບຍືນຍົງ ເຄົາລົບສິດທິຂອງປະຊາຊົນ ແລະ ປັບປຸງລະບົບການເຮັດວຽກຂອງອົງການ ສປຊ ໃຫ້ສອດຄ່ອງກັບສະພາບການໃນ ໄລຍະໃໝ່”. ການເຮັດໜ້າທີ່ເປັນຮອງປະທານສະມັດຊາໃຫຍ່ ສປຊ ຂອງ ສປປ ລາວ ເຊິ່ງແມ່ນການປະກອບສ່ວນປະຕິບັດພັນທະສາກົນ ໃນຖານະເປັນປະເທດສະມາຊິກອົງການ ສປຊ ໃນໄລຍະນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງ ໃນທ່າມກາງທີ່ສະພາບແວດລ້ອມພາກພື້ນ ແລະ ສາກົນມີການຜັນແປຢ່າງໄວວາ ເຊິ່ງຄາດຄະເນໄດ້ຍາກ ໂດຍສະເພາະວິກິດການອັນເກີດຈາກພະຍາດໂຄວິດ-19 ແລະ ການປ່ຽນແປງຂອງສະພາບແວດລ້ອມ ຂໍ້ຂັດແຍ່ງທີ່ຍັງເກີດຂຶ້ນຢູ່ບາງພາກພື້ນໃນໂລກ ວິກິດການດ້ານເສດຖະກິດ ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ປະຊາຄົມໂລກ.

    ການປະຕິບັດໜ້າທີ່ສາກົນດັ່ງກ່າວ ຮຽກຮ້ອງໃຫ້ ສປປ ລາວ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ຂຶ້ນກວ່າເກົ່າ ພ້ອມທັງຮັບປະກັນການປະຕິບັດໜ້າທີ່ແບບເປັນກາງ ມີຄວາມໂປ່ງໃສ ແລະ ອີງຕາມກົດລະບຽບການດໍາເນີນຂອງສະມັດຊາໃຫຍ່ ສປຊ ລວມທັງການປຶກສາຫາລືຮ່ວມກັບປະເທດສະມາຊິກ ສປຊ ແບບເປີດກ້ວາງ ກ່ຽວກັບບັນຫາສໍາຄັນຕ່າງໆທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້ ເຊິ່ງບັນຫາສໍາຄັນຂອງໂລກດັ່ງກ່າວທັງໝົດ ແມ່ນໄດ້ຖືກກໍານົດເຂົ້າໃນແຜນການເຮັດວຽກຂອງສະມັດຊາໃຫຍ່ ສປຊ ສະໄໝທີ 76 ນີ້. ການເຮັດໜ້າທີ່ດັ່ງກ່າວ ນອກຈາກເປັນການປະຕິບັດພັນທະສາກົນແລ້ວ ຍັງເປັນການສືບຕໍ່ຍົກສູງບົດບາດຂອງ ສປປ ລາວ ໃນເວທີສາກົນ ໂດຍສະເພາະໃນເວທີ ສປຊ ໃຫ້ພົ້ນເດັ່ນຍິ່ງຂຶ້ນ ເຊິ່ງ ສປປ ລາວ ເຮົາຈະເຮັດໜ້າທີ່ເປັນປະທານບັນດາກອງປະຊຸມສາກົນຕ່າງໆໃນຂອບສະມັດຊາໃຫຍ່ ສປຊ ກອງປະຊຸມລະດັບສູງຕ່າງໆ. ຜ່ານມາ ສປປ ລາວ ເຮົາເຄີຍໄດ້ຮັບເລືອກຕັ້ງໃຫ້ເປັນຮອງປະທານສະມັດຊາໃຫຍ່ ສປຊ ແລ້ວ 1 ຄັ້ງ ຄື ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 50, ໃນປີ 1995.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!