ຄວາມຄືບໜ້າການກໍ່ສ້າງຫ້ອງການ ຖວທ ເມືອງຫົງສາ

    ເພື່ອຈັດຕັ້ງປະຕິບັດຕາມສັນຍາຮັບເໝົາ ໂຄງການກໍ່ສ້າງຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງຫົງສາ ແຂວງໄຊຍະບູລີ ໃຫ້ມີຄວາມຖືກຕ້ອງ ສອດຄ່ອງຕາມລະບຽບຫຼັກການ ໃນວັນທີ 21 ກັນຍາ 2021 ຄະນະກໍາມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ ໄດ້ລົງກວດກາໂຄງການກໍ່ສ້າງຫ້ອງການດັ່ງກ່າວ ທີ່ຕັ້ງຢູ່ບ້ານໂພນໄຊ ເມືອງຫົງສາ ຕາມການສະເໜີຂອງບໍລິສັດຜູ້ຮັບເໝົາ ກໍຄື: ບໍລິສັດໂຊກນະພາ ກໍ່ສ້າງສ້ອມແປງ-ຂົວທາງ ຈຳກັດ.

    ທ່ານ ບຸນມີ ແສງພິວັນ ຕາງໜ້າບໍລິສັດຜູ້ຮັບເໝົາ ລາຍງານໃຫ້ຮູ້ວ່າ: ຕັ້ງແຕ່ເລີ່ມລົງມືການກໍ່ສ້າງຈົນມາເຖິງປັດຈຸບັນ ແມ່ນປະຕິບັດສຳເລັດໄປຫຼາຍໜ້າວຽກແລ້ວ ເຊັ່ນ: ວຽກງານດິນ ຄື: ການອະນາໄມປັບສະຖານທີ່ກໍ່ສ້າງດ້ວຍກົນຈັກ  ຕີຜັງຈັບລະດັບ  ຂຸດດິນຮາກຖານ  ຕໍມໍ  ກ້ອງຄານ ຖົມດິນ ຫົດນໍ້າຕຳ ແໜ້ນ ເທກັນເປື້ອນ ເທເບຕົງເສີມເຫຼັກຮາກຖານ ຕໍມໍ ເທເບຕົງເສີມເຫຼັກຄານດິນ ຄານທັບ ເສີມເຫຼັກເສົາເປັນຕົ້ນ ແລະ ໜ້າວຽກອຶ່ນໆ.

    ຜ່ານການກວດກາຕີລາຄາປະເມີນຂອງຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ ເຫັນວ່າ: ມາຮອດປັດຈຸບັນ ໂຄງການກໍ່ສ້າງດັ່ງກ່າວແມ່ນມີຄວາມຄືບໜ້າແລ້ວ 31% ແລະ ໃຫ້ຜູ້ຮັບເໝົາການກໍ່ສ້າງສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆທີ່ຍັງຄ້າງໃຫ້ສຳເລັດໄປຕາມຂັ້ນຕອນຕ່າງໆຕາມສັນຍາ ແລະ ສຳຄັນ ແມ່ນປະຕິບັດໃຫ້ຖືກຕ້ອງຕາມເຕັກນິກ ເພື່ອຮັບປະກັນໃຫ້ໄດ້ຄຸນນະພາບ ແລະ ມາດຕະຖານຕາມສັນຍາ.

# ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!