ຫົວເຫວີຍ ເລີ່ມໂຄງການ “Seeds for the future 2.0” ໃນລາວ ສຳລັບການປູກຝັງຄວາມສາມາດດ້ານໄອຊີທີ

    ຫົວເຫວີຍ ເລີ່ມໂຄງການ “Seeds for the future 2.0” ໃນຮູບແບບອອນລາຍ ວັນທີ 21 ກັນຍາ 2021 ຢູ່ສຳນັກງານ ຫົວເຫວີຍ ປະຈຳລາວ ໂດຍມີທ່ານ ເຄວິນ ຫູ ປະທານບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ຈ້າວເຫວີນຢູ໋ ທີ່ປຶກສາດ້ານເສດຖະກິດ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ທ່ານ ປອ ສົມພອນ ກັນທະວົງ ຮອງຄະນະບໍດີຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດລາວ ເຂົ້າຮ່ວມ.

    ໂຄງການນີ້ ໄດ້ລົງນາມສັນຍາການຮ່ວມມືວ່າດ້ວຍໂຄງການ “ແກ່ນພັນແຫ່ງອະນາຄົດ – Seed for the Future” ລະຫວ່າງກະຊວງສຶກສາທິການ ແລະ ກີລາ ແລະ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ໃນປີ 2016 ເຊິ່ງແຕ່ລະປີ ໂຄງການຈະຄັດເລືອກນັກສຶກສາຜູ້ທີ່ມີຄວາມສາມາດໂດດເດັ່ນຫຼາຍກວ່າ 10 ຄົນ ເຂົ້າຮ່ວມໂຄງການ ເພື່ອຮຽນຮູ້ດ້ານໄອຊີທີ ແລະ ວັດທະນະທໍາ ຈຸດປະສົງຫຼັກຂອງໂຄງການ ເພື່ອປູກຝັງຄວາມສາມາດດ້ານວຽກງານໄອຊີທີໃຫ້ທົ່ວເຖິງທ້ອງຖິ່ນ ສົ່ງເສີມການຖ່າຍທອດຄວາມຮູ້ ເພີ່ມຄວາມເຂົ້າໃຈ ແລະ ຄວາມສົນໃຈຂອງຜູ້ຄົນໃນຂົງເຂດອຸດສາຫະກຳໄອຊີທີ ພ້ອມທັງສະໜັບສະໜູນໃຫ້ປະເທດ ແລະ ພາກພື້ນມີສ່ວນຮ່ວມໃນການກໍ່ຕັ້ງຊຸມຊົນດີຈີຕອນ.

    ໂຄງການ “ແກ່ນພັນແຫ່ງອະນາຄົດ – Seed for the Future” ເປັນໂຄງການ CSR ລະດັບໂລກຂອງຫົວເຫວີຍ ທີ່ດີ ແລະ ສໍາຄັນທີ່ສຸດດ້ານການສຶກສາ ເຊິ່ງເປັນກິດຈະກຳ CSR ທີ່ ຫົວເຫວີຍ ລົງທຶນຫຼາຍທີ່ສຸດໃນໂລກ ແລະ ຈະລົງທຶນຢ່າງຕໍ່ເນື່ອງເປັນເວລາຍາວນານ ໂຄງການດັ່ງກ່າວ ໄດ້ສຸມໃສ່ການຮ່ວມມືໄລຍະຍາວດ້ານການສຶກສາ ຮຽນຮູ້ວັດທະນະທໍາດັ່ງເດີມ ແລະ ຄວາມຮູ້ດ້ານໄອຊີທີທີ່ທັນສະ ໄໝ ເປັນຕົ້ນ 5G, AI, Cloud Computing, HMS Core Introduction ແລະ ICT Advanced ຈຸດສໍາຄັນຂອງໂຄງການ ຄືການໃຊ້ຂໍ້ໄດ້ປຽບທາງເຕັກນິກຂອງຫົວເຫວີຍ ແລະ ປະສົບການອັນຫຼວງຫຼາຍດ້ານອຸດສາຫະກຳໄອຊີທີ ເພື່ອເຝິກຝົນຜູ້ຊ່ຽວຊານດ້ານໄອຊີທີໃຫ້ດີເລີດ.

    ທ່ານ ປອ ສຸລິອຸດົງ ສູນດາລາ ກ່າວວ່າ: “ບໍລິສັດ ຫົວເ​ຫວີຍ ເຕັກໂນໂລຊີ ເປັນບໍລິສັດໃຫຍ່ບໍລິສັດໜຶ່ງຂອງໂລກ ໃນການສ້າງນະວັດຕະກໍາໃໝ່ດ້ານໄອຊີທິ ແລະ ເຕັກໂນໂລຊີທີ່​ຂະ​ຫ​ຍາຍ​ໄປ​ທົ່ວ​ໂລກ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຫົວເຫວີຍ ທີ່ໃຫ້ການຊ່ວຍເຫຼືອໃຫ້ຂະແໜງການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດແກ່ ສປປ ລາວ ໂດຍສະເພາະ ການສ້າງໂອກາດໃຫ້ນັກສຶກສາລາວໄດ້ແລກປ່ຽນຄວາມຮູ້ ສົ່ງເສີມຄວາມເຂົ້າໃຈ ຮຽນຮູ້ດ້ານວັດທະນະທໍາ ແລະ ຂະແໜງໄອຊີທີ ພິເສດສໍາລັບນັກສຶກສາທີ່ໄດ້ຮັບໂອກາດໃນຄັ້ງນີ້ ຂໍໃຫ້ຕັ້ງໃຈເກັບກ່ຽວເອົາຄວາມຮູ້ ເພາະຈະ​ເປັນຜູ້ທີ່ຈະສືບສານຕໍ່ພາລະກິດຮຸ່ນ​ອາ​ວຸ​ໂສ ເພື່ອ​ພັດ​ທ​ະ​ນາ​ປະ​ເທດ​ຊາດໃນອະນາຄົດ.

    ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ສະແດງຄວາມຊົມເຊີຍ ຫົວເຫວີຍ ທີ່ໄດ້ສ້າງໂອກາດດີໆໃນການສະໜອງແຫຼ່ງຄວາມຮູ້-ຄວາມສາມາດດ້ານໄອຊີທີ ໃຫ້ນັກສຶກສາລາວ ເຊິ່ງເປັນແກ່ນພັນຂອງປະເທດຊາດ ທີ່ຈະກາຍເປັນຊັບພະຍາກອນມະນຸດອັນຍິ່ງໃຫຍ່ຂອງປະເທດໃນອະນາຄົດ ພ້ອມທັງໄດ້ອວຍພອນໃຫ້ນັກຮຽນທີ່ໄດ້ຮັບໂອກາດດີໆແບບນີ້ ຈົ່ງຕັ້ງໃຈຮໍ່າຮຽນ ເກັບກ່ຽວເອົາຄວາມຮູ້ ເພື່ອມາຍົກລະດັບຄວາມສາມາດ ແລະ ພັດທະນາປະເທດຊາດໃນຕໍ່ໜ້າ.

    ທ່ານ ເຄວິນ ຫູ ກ່າວວ່າ: ໄອຊີທີ ໄດ້ກາຍເປັນກົນໄກຂັບເຄື່ອນການເຕີບໂຕທີ່ສຳຄັນໃນຫຼາຍອຸດສາ ຫະກຳ ໃນຖານະທີ່ເປັນຜູ້ນຳດ້ານໄອຊີທີລະດັບໂລກ ຫົວເຫວີຍມຸ່ງໝັ້ນທີ່ຈະສົ່ງເສີມການພັດທະນາອຸດ ສາຫະກຳໄອຊີທີ ເພື່ອຊຸກຍູ້ຄວາມຍືນຍົງທາງເສດຖະກິດ ສັງຄົມ ແລະ ສິ່ງແວດລ້ອມ ໃນໄລຍະຍາວ ພວກເຮົາຫວັງວ່າກິດຈະກຳນີ້ ຈະຊ່ວຍໃຫ້ນັກສຶກສາໄດ້ຮັບຄວາມຮູ້ ແລະ ຍົກລະດັບທັກສະດ້ານໄອຊີທີ ເພື່ອນຳໄປປະຍຸກໃຊ້ໃນອາຊີບວຽກງານ ຕະຫຼອດຈົນການຂັບເຄື່ອນພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ.

    ໃນຖານະເປັນຜູ້ໃຫ້ບໍລິການໂຄງສ້າງພື້ນຖານດ້ານໄອຊີທີ ແລະ ອຸປະກອນທັນສະໄໝອັນດັບຕົ້ນໆຂອງໂລກ ຫົວເຫວີຍມຸ່ງໝັ້ນທີ່ຈະຊ່ວຍພັດທະນາຄວາມສາມາດດ້ານດີຈີຕອນໃນລາວ ປີ 2008 ຫົວເຫວີຍ ເລີ່ມເປີດໂຕໂຄງການພັດທະນາຜູ້ທີ່ມີຄວາມສາມາດ ຜ່ານທຶນການສຶກສາ ການແຂ່ງຂັນດ້ານເຕັກໂນໂລຊີ ແລະ ການເຝິກອົບຮົມທັກສະດ້ານດີຈີຕອນ ແລະ ໄດ້ລົງທຶນຫຼາຍກວ່າ 150 ລ້ານໂດລາສະຫະລັດ ໃນໂຄງການເຫຼົ່ານີ້ ນັບແຕ່ນັ້ນມາ ຫົວເຫວີຍ ກໍໄດ້ໃຫ້ປະໂຫຍດແກ່ຜູ້ຄົນຫຼາຍກວ່າ 1,54 ລ້ານຄົນ ຈາກ 150 ກວ່າປະເທດ ເດືອນກໍລະກົດ 2021 ຫົວເຫວີຍໄດ້ປະກາດໂຄງການ “Seeds for the future 2.0” ເຊິ່ງວາງແຜນຈະລົງທຶນຕື່ມອີກ 150 ລ້ານໂດລາສະຫະລັດ ໃນການພັດທະນາຜູ້ທີ່ມີຄວາມສາມາດດ້ານດີຈີຕອນທົ່ວໂລກ ໃນ 5 ປີຂ້າງໜ້າ ໂຄງການນີ້ ຄາດວ່າຈະເປັນປະໂຫຍດຕໍ່ຜູ້ຄົນເພີ່ມອີກຫຼາຍກວ່າ 3 ລ້ານຄົນ.

# ຂ່າວ – ພາບ :  ສະບາໄພ

error: Content is protected !!