ກະຊວງສາທາ ໄດ້ຮັບເຄື່ອງຊ່ວຍເຫຼືອຕ້ານການລະບາດພະຍາດໂຄວິດ-19

    ວັນທີ 22 ກັນຍາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໄທ ປະຈໍາ ລາວ ໄດ້ຕາງໜ້າໃຫ້ແກ່ ລັດຖະບານແຫ່ງລາຊະອານາຈັກໄທ ມອບເຄື່ອງຊ່ວຍເຫຼືຶອໃຫ້ແກ່ກະຊວງສາທາລະນະສຸກ ນໍາໃຊ້ເຂົ້າໃນວຽກງານປ້ອງກັນພະຍາດໂຄວິດ-19 ຕາງໜ້າຮັບຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    ເຄື່ອງທີ່ມອບຄັ້ງນີ້ ປະກອບມີ ເຄື່ອງນອນຄົບຊຸດ (ເສື່ອນອນ ໝອນ ມຸ້ງ ຜ້າຫົ່ມ) ຈໍານວນ 600 ຊຸດ ຊຸດ PPL ຈໍານວນ 10 ຊຸດ ຜ້າອັດປາກ-ດັງ 50 ແກັດ ເຈວລ້າງມື 16 ຕຸກ ລວມມູນຄ່າ 500.000 ບາດ.

    ໂອກາດນີ້ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແຫ່ງລາຊະອານາຈັກໄທ ກໍຄືທ່ານເອກອັກຄະລາຊະທູດແຫ່ງລາຊະອານາຈັກໄທ ປະຈໍາ ລາວ ທີ່ໄດ້ປະກອບສ່ວນເຄື່ອງຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ  ເຊິ່ງເປັນການສືບຕໍ່ການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ – ການຮ່ວມມືລະຫ່ວາງສອງຝ່າຍ ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ

# ຂ່າວ & ພາບ : ຂັນທະວີ

error: Content is protected !!