ໂຄສະນາເຄື່ອນທີ່ ກ່ຽວກັບການປ້ອງກັນພະຍາດໂຄວິດ-19 ຢູ່ 5 ເມືອງ

    ໂດຍປະຕິບັດຕາມຄໍາສັ່ງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 016/ຈນວ ລົງວັນທີ 19 ກັນຍາ 2021 ວ່າດ້ວຍມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ ນວ ແຕ່ວັນທີ 20-30 ກັນຍາ 2021 ກໍຄືການຊີ້ນໍາຂອງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ນວ ຄະນະຮັບຜິດຊອບການເຄື່ອນໄຫວວຽກງານໂຄສະນາປະຊາສໍາພັນ ໄລຍະປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພະແນກ ຖວທ ນວ ໄດ້ສົມທົບກັບວິຊາການຫ້ອງການ ຖວທ ເມືອງຈັນທະບູລີ ສີໂຄດຕະບອງ ສີສັດຕະນາກ ໄຊເສດຖາ ແລະ ໄຊທານີ ເຄື່ອນໄຫວໂຄສະນາປະຊາສໍາພັນແຈ້ງການ ຄໍາສັ່ງຂອງລັດຖະບານ ຄໍາສັ່ງຂອງທ່ານເຈົ້າຈອງ ນວ ກໍຄືແຈ້ງການຂອງພະແນກການຕ່າງໆ ກ່ຽວກັບການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ວັນທີ 22-30 ກັນຍາ 2021. 

    ການເຄື່ອນໄຫວໂຄສະນາປະຊາສໍາພັນດັ່ງກ່າວ ຈະຈັດຕັ້ງປະຕິບັດຢູ່ 5 ເມືອງ ຄື: ຈັນທະບູລີ ສີໂຄດຕະບອງ ສີສັດຕະນາກ ໄຊເສດຖາ ແລະ ໄຊທານີ ໂດຍໄດ້ເຄື່ອນທີ່ໄປຕາມບັນດາເສັ້ນທາງຫຼັກ ຕະຫຼາດ ແລະ ສະຖານທີ່ຕ່າງໆ ທັງກາງເວັນ ແລະ ກາງຄືນ ໃນນີ້ ໄດ້ໂຄສະນາປະຊາສໍາພັນແຈ້ງການ ຄໍາສັ່ງຕ່າງໆຂອງລັດຖະບານ ຄໍາສັ່ງຂອງທ່ານເຈົ້າຄອງ ນວ ແຈ້ງການຂອງບັນດາພະແນກການ ກໍຄືຂໍ້ຫ້າມຕ່າງໆທີ່ກ່ຽວຂ້ອງກັບການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອໃຫ້ປະຊາຊົນ ກໍຄືທຸກພາກສ່ວນໃນສັງຄົມ ເຂົ້າໃຈ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດແຈ້ງການ ແລະ ຄໍາສັ່ງຕ່າງໆໃຫ້ໄດ້ຮັບຜົນດີ ເພື່ອຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວລະບາດເປັນວົງກວ້າງ ແລະ ສາມາດຄວບຄຸມໄດ້ໂດຍໄວ. 

# ຂ່າວ & ພາບ : ສະບາໄພ

error: Content is protected !!