SMP Family ມອບອຸປະກອນການຜະລິດຢາພື້ນເມືອງລາວ ເພື່ອປິ່ນປົວໂຄວິດ-19 ແລະ ພະຍາດອື່ນໆ

    ເພື່ອຜັນຂະຫຍາຍນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍສະເພາະແມ່ນນະໂຍບາຍຂອງ ກະຊວງສາທາລະນະສຸກ ໃນການນໍາໃຊ້ທ່າແຮງທາງດ້ານການຢາພື້ນເມືອງລາວທີ່ເປັນພູມປັນຍາມໍລະດົກຕົກທອດຂອງຊາດ ເພື່ອສະຫນອງເຂົ້າໃນການປິ່ນປົວສຸຂະພາບໃຫ້ປະຊາຊົນ ເນັ້ນໜັກໄລຍະນີ້ແມ່ນການປິ່ນປົວ ແລະ ຕໍ່ສູ້ກັບພະຍາດໂຄວິດ-19.

    ໃນວັນທີ 18 ກັນຍາ 2021 ທີ່ສະຖາບັນການແພດ ແລະ ການຢາພື້ນເມືອງ ເຊິ່ງຂຶ້ນກັບກະຊວງ ສາທາລະນະສຸກ ເຄືອທຸລະກິດ “SME Family” ໄດ້ມອບເຄື່ອງຈັກ ແລະ ອຸປະກອນເພື່ອຮັບໃຊ້ການຜະລິດຢາພື້ນເມືອງ 7 ລາຍການ ລວມທັງໝົດເປັນມູນຄ່າ 1.200.000.000 ກີບ ໃຫ້ແກ່ສະຖາບັນການແພດ ແລະ ການຢາພື້ນເມືອງດັ່ງກ່າວ ເພື່ອນໍາໃຊ້ໃນການຜະລິດຢາພື້ນເມືອງອອກຮັບໃຊ້ສັງຄົມ ເຊິ່ງກ່າວມອບໂດຍ ທ່ານ ສູນທອນ ພົມມະຈັກ ປະທານ SMP Family ພ້ອມຄະນະ ແລະ ກ່າວຮັບໂດຍ ທ່ານ ດຣ. ບຸນເລື່ອນ ດວງເດືອນ ຫົວຫນ້າສະຖາບັນການແພດ ແລະ ການຢາພື້ນເມືອງ ມີທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

    ໃນໂອກາດດັ່ງກ່າວ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ໄດ້ກ່າວຄໍາຂອບໃຈເປັນຢ່າງສູງມາຍັງ ເຄືອທຸລະກິດ SME Family ທີ່ເຫັນໄດ້ຄວາມສໍາຄັນຂອງວຽກງານຮັກສາສຸຂະພາບໃຫ້ແກ່ປະຊາຊົນ ກໍຄືວຽກງານຂອງຊາດ ໂດຍນໍາໃຊ້ທຸກທ່າແຮງທີ່ມີ ເຊິ່ງຢາພື້ນເມືອງກໍແມ່ນທ່າແຮງອັນໜຶ່ງທີ່ພວກເຮົາມີຢູ່ພາຍໃນປະເທດ ແລະ ເຄີຍມີມູນເຊື້ອນໍາໃຊ້ມາຫຼາຍເຊັ່ນຄົນ ທ່ານຍັງໄດ້ສັນຍາວ່າຈະນໍາໃຊ້ເຄື່ອງຈັກ ອຸປະກອນຕ່າງໆທີ່ໄດ້ຮັບໃນຄັ້ງນີ້ໃຫ້ເກີດປະໂຫຍດສູງສຸດ ແລະ ອວຍພອນໃຫ້ເຄືອທຸລະກິດ SMP Family ຈົ່ງປະສົບຜົນສໍາເລັດຂຶ້ນເລື້ອຍໆ ເພື່ອປະກອບສ່ວນໃຫ້ເສດຖະກິດຂອງຊາດນັບມື້ນັບເຂັ້ມແຂງ.

ຂ່າວ – ພາບ :  ວຽງມາ

error: Content is protected !!