ອີງຕາມບົດລາຍງານຈາກທະນາຄານພັດທະນາອາຊີ (ADB) ທີ່ໄດ້ເຜີຍແຜ່ໃນວັນທີ 22 ກັນຍາ 2021 ຊີ້ໃຫ້ຮູ້ວ່າ ການຟື້ນຕົວຂອງເສດຖະກິດຂອງ ສປປ ລາວ ໄດ້ຊັກຊ້າລົງ ເນື່ອງຈາກຄື້ນທີ່ສອງຂອງການລະບາດພະ ຍາດອັກເສບປອດຈາກເຊື້ອຈຸນລະໂລກສາຍພັນໃໝ່ (ໂຄວິດ-19) ທີ່ໄດ້ນຳໄປສູ່ການປິດປະເທດ ແລະ ເຮັດໃຫ້ການໃຊ້ຈ່າຍຫຼຸດລົງ.

ອີງຕາມບົດລາຍງານເສດຖະກິດ ການຄາດຄະເນການພັດທະນາຂອງອາຊີປະຈຳປີ 2021 ສະບັບປັບປຸງ ເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວໃນອັດຕາ 2,3% ໃນປີ 2021 ເມື່ອທຽບໃສ່ 4,0% ທີ່ໄດ້ຄາດຄະເນໄວ້ໃນເດືອນເມສາທີ່ຜ່ານມາ ການຟື້ນຕົວຂອງເສດຖະກິດໃນທົ່ວໂລກ ຄາດວ່າຈະກະຕຸ້ນການເຕີບໂຕພາຍໃນປະເທດໃນປີ 2022 ເຖິງແມ່ນວ່າຈະຕໍ່າກວ່າທີ່ ADB ໄດ້ມີການຄາດຄະເນໄວ້ກ່ອນໜ້ານີ້.

ທ່ານ ນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: “ບັນດານະໂຍບາຍໃນການຫຼຸດຜ່ອນການລະບາດພະຍາດໂຄວິດ-19 ໄດ້ເຮັດໃຫ້ການຜະລິດຂອງຂະແໜງອຸດສະຫະກຳຫຼຸດລົງ ແລະ ສ້າງຜົນກະທົບຢ່າງໜັກໜ່ວງໃຫ້ແກ່ການເຕີບໂຕຂອງຂະແໜງການຄ້າຂາຍຍ່ອຍ ການຂົນສົ່ງ ແລະ ການບໍລິການທ່ອງທ່ຽວ ການຫຼຸດລົງຂອງກິດຈະກໍາທາງດ້ານເສດຖະກິດ ໄດ້ເພີ່ມຈຳນວນຄົນວ່າງງານ ແລະ ຫຼຸດລາຍໄດ້ຂອງຄົວເຮືອນລົງ ໂດຍສະເພາະແມ່ນບັນດາແມ່ຍິງ ແລະ ຜູ້ທີ່ມີການສຶກສາບໍ່ສູງ. ການຟື້ນຕົວໄວຈາກການລະບາດພະຍາດ ແມ່ນຂຶ້ນກັບນະໂຍບາຍທີ່ຈະໃຫ້ການສະໜັບສະໜູນແກ່ບັນດາທຸລະກິດ ແລະ ຄົວເຮືອນ ເພື່ອປັບຕົວເຂົ້າກັບ ‘ການດໍາລົງຊີວິດປົກກະຕິແບບໃໝ່’.” ດ້ວຍຄວາມຕ້ອງການຢູ່ພາຍໃນປະເທດທີ່ຫຼຸດລົງ ໂດຍສະເລ່ຍ ໃນໄລຍະ 7 ເດືອນທໍາອິດຂອງປີນີ້ ອັດຕາເງິນເຟີ້ຢູ່ໃນລະດັບ 3,1%. ຄ່າສະກຸນເງິນກີບໄດ້ຫຼຸດລົງ ເມື່ອທຽບກັບຄ່າສະກຸນເງິນຕາຕ່າງປະເທດ ດ້ວຍຄວາມແຕກໂຕນຂອງອັດຕາແລກປ່ຽນລະຫວ່າງທາງການ ແລະ ທົ່ວໄປ ສໍາລັບເງິນກີບກັບເງິນໂດລາສະຫະລັດ ແມ່ນຫຼາຍກວ່າ 20% ໃນໄລຍະເດືອນກໍລະກົດທີ່ຜ່ານມາ ເຊິ່ງສະທ້ອນໃຫ້ເຫັນເຖິງການຂາດແຄນເງິນຕາຕ່າງປະເທດຢູ່ພາຍໃນ ຫຼັງຈາກມີການຊໍາລະໜີ້ສິນຕ່າງປະເທດຂອງລັດຈຳນວນຫຼາຍ ການເກັບລາຍຮັບ ຍັງບໍ່ທັນກັບຄືນສູ່ລະດັບກ່ອນມີການແຜ່ລະບາດພະຍາດ ເຊິ່ງເຮັດໃຫ້ການເງິນພາກລັດຍັງຄົງຖືກຈໍາກັດ.

ບົດລາຍງານ ໄດ້ໃຫ້ຮູ້ອີກວ່າ ການຟື້ນຕົວທາງດ້ານເສດຖະກິດຂອງປະເທດ ຈະໄດ້ຮັບການສະໜັບສະໜູນຈາກການອອກໃບອະນຸຍາດຂຸດຄົ້ນບໍ່ແຮ່ໃໝ່ ແລະ ລາຍຮັບຈາກການສົ່ງອອກກະແສໄຟຟ້າ ພ້ອມທັງການເປີດນໍາໃຊ້ທາງລົດໄຟເຊຶ່ອມຈອດລະຫວ່າງ ສປປ ລາວ ແລະ ສປ ຈີນ ຕາມແຜນທີ່ໄດ້ວາງໄວ້. ໂດຍການຄາດການວ່າ ອຸນຫະພູມທີ່ອຸ່ນຂຶ້ນ ແລະ ຝົນຕົກຖືກຕ້ອງຕາມລະດູ ການເກັບກ່ຽວຜົນຜະລິດເຂົ້າ ແລະ ພືດຜັກຕ່າງໆ ແມ່ນຄາດວ່າຈະບໍ່ມີຜົນກະທົບ ແຕ່ສິ່ງທ້າທາຍຍັງຄົງມີຢູ່ ດັ່ງທີ່ໄດ້ລະບຸໄວ້ໃນບົດລາຍງານ ການຄາດຄະເນການພັດທະນາຂອງອາຊີປະຈຳປີ 2021 ສະບັບເດືອນເມສາທີ່ຜ່ານມາ ບັນດາມາດຕະການໃໝ່ເພື່ອຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ແລະ ຄວາມຄືບໜ້າຂອງການສັກຢາວັກຊີນ ຈະສົ່ງຜົນກະທົບໃຫ້ເສດຖະກິດຂອງປະເທດມີການຂະຫຍາຍຕົວ ມາດຕະການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດມະຫາພາກ ແລະ ປັບປຸງບັນຍາກາດສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ຍັງຄົງມີຄວາມຈໍາເປັນຕໍ່ການຟື້ນຕົວຂອງເສດຖະກິດ ແລະ ສະຫວັດດີການຂອງຄົວເຮືອນ.

# ຂ່າວ – ພາບ : ທະນາຄານພັດທະນາອາຊີ