ມື້ນີ້ ທົ່ວປະເທດມີຜູ້ທີ່ຕິດເຊື້ອໂຄວິດ-19 ໃນຊຸມຊົນ 210 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ​ອັກ​ເສບ​ປອດ ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂຣກ​ສາຍ​ພັນໃໝ່ COVID-19 ຖະແຫຼງຂ່າວປະຈຳວັນທີ 22 ກັນຍາ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ທົ່ວໂລກ.

    ວັນທີ 21 ກັນຍາ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 5.913 ຄົນ ກວດພົບຜູ້ຕິດເຊື້ອໃໝ່ຈຳນວນ 222 ຄົນ ໃນນີ້ ກໍລະນີນຳເຂົ້າມີ 12 ຄົນ ຈາກສະຫວັນນະເຂດ 5 ຄົນ ຈຳປາສັກ 2 ຄົນ ຄຳມ່ວນ 2 ຄົນ ຫຼວງພະບາງ 2 ຄົນ ແລະ ແຂວງສາລະວັນ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.

    ສຳລັບຜູ້ທີ່ຕິດເຊື້ອໃນຊຸມຊົນ ມີຈຳນວນ 210 ຄົນ ຈາກນະຄອນຫຼວງວຽງຈັນ 75 ຄົນ ສະຫວັນນະ ເຂດ 4 ຄົນ ຈຳປາສັກ 23 ຄົນ ຄຳມ່ວນ 37 ຄົນ ບໍ່ແກ້ວ 2 ຄົນ ຊຽງຂວາງ 8 ຄົນ ຫຼວງພະບາງ 14 ຄົນ ແຂວງວຽງຈັນ 44 ຄົນ ຫຼວງນ້ຳທາ 3 ຄົນ ບໍລິຄຳໄຊ 1 ຄົນ ແລະ ແຂວງອັດຕະປື 1 ຄົນ.

    ບ້ານໃໝ່ທີ່ກຳນົດເປັນເຂດແດງໃນນະຄອນຫຼວງວຽງຈັນ ມີທັງໝົດ 10 ບ້ານ ຈາກ 4 ເມືອງຄື: ເມືອງນາຊາຍທອງ ບ້ານນາລຽນ ເມືອງຈັນທະບູລີ ບ້ານດອນແດງ ບ້ານສີດຳດວນ ເມືອງໄຊທານີ ບ້ານ ທ່າງ່ອນ ບ້ານໂພນຄໍ້ ແລະ ເມືອງສີໂຄດຕະບອງ ບ້ານຈັນສະຫວ່າງ ບ້ານຍາພະ ບ້ານດົງນາໂຊກເໜືອ ບ້ານໂນນຂີ້ເຫຼັກ ແລະ ບ້ານໂພນສະຫວາດ.

    ມາຮອດປັດຈຸບັນ  ທົ່ວປະເທດມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 19.952 ຄົນ ເສຍຊີວິດຈຳນວນ 16 ຄົນ ແລະ ກໍາລັງປິ່ນປົວ 4.798 ຄົນ ເຊິ່ງທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 230.260.168 ຄົນ (ໃໜ່ 441.140 ຄົນ) ເສຍຊີວິດສະສົມ 4.751.480 ຄົນ (ໃໝ່ 8.019) ແລະ ປີ່ນປົວຫາຍດີ 206.977.727 ຄົນ(ໃໝ່ 488.462 ຄົນ).

ຂ່າວ – ພາບ : ຊິລິການດາ

error: Content is protected !!