ຊາ ລາວ ຈາກສວນຊາ 36 ຊະນະເລີດການແຂ່ງຂັນຊາໂລກ 2021

    ໃນວັນທີ 16 ກັນຍາ 2021 ຜ່ານມາ ຊາຈາກສວນຊາ 36 ຈາກ ສປປ ລາວ ໄດ້ຮັບຫຼຽນຄຳ ຫຼື ລາງວັນຊະນະເລີດຈາກການແຂ່ງຂັນຊາໂລກ 2021 (World Tea Championship 2021) ໃນສາຂາຊາແດງ ເຊິ່ງເປັນຜະລິດຕະພັນຊາບູຮານຂອງບໍລິສັດ ລາວ ທີຊິກ ມາເນີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ພ້ອມກັນນັ້ນ ຍັງຖືກເຊີນເຂົ້າຮ່ວມພິທີມອບລາງວັນ ແລະ ງານວາງສະແດງອຸດສາຫະກໍາຊາໂລກ ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ປະເທດສະຫະລັດອາເມຣິກາ ໃນມໍ່ໆນີ້.

    ຄະນະກຳມະການຈັດການແຂ່ງຂັນຊາໂລກ ໄດ້ກ່າວໃນຈົດໝາຍວ່າ: “ ສວນຊາ 36 ເຊິ່ງຕັ້ງຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ພາກໃຕ້ຂອງປະເທດລາວ ໄດ້ມີສ່ວນຮ່ວມໃນງານວາງສະແດງຊາສາກົນທຸກປະເພດຢ່າງຫ້າວຫັນ ຄະນະກຳມະການຈັດງານນີ້ ໄດ້ເຫັນ ແລະ ຮັບຮູ້ເຖິງປະຫວັດຂອງສວນຊາ 36 ມາດຕະຖານຂອງຂະບວນການຜະລິດຊາ ຄຸນນະພາບຂອງຊາ ສະພາບແວດລ້ອມທີ່ເປັນເອກະລັກຂອງທ້ອງຖິ່ນລາວ ພາຊະນະບັນຈຸ ແລະ ອື່ນໆ ທີ່ໄດ້ຜ່ານການກວດສອບຢ່າງລະອຽດທີ່ຖ້ວນ ຫຼັງຈາກການພິຈາລະນາຂອງຄະນະກຳມະການ ສຸດທ້າຍ ໄດ້ຕັດສິນໃຫ້ຊາສວນຊາ 36 ຈາກ ສປປ ລາວ ຊະນະລາງວັນຊະນະເລີດໃນສາຂາຊາແດງຂອງການແຂ່ງຂັນຊາໂລກປະຈຳປີ 2021 ”.

    ຈາກການລາຍງານວ່າ: ງານວາງສະແດງອຸດສາຫະກຳຊາໂລກ ໄດ້ຈັດຂຶ້ນທຸກປີ ຕັ້ງແຕ່ປີ 2003 ແລະ ເປັນໜຶ່ງໃນ 50 ງານວາງສະແດງສາກົນທີ່ສຳຄັນຢູ່ໃນອາເມຣິກາເໜືອ.

    ງານດັ່ງກ່າວ ດຶງດູດຜູ້ນຳສິນຄ້າມາວາງສະແດງຫຼາຍຮ້ອຍຄົນ ແລະ ດຶງດູດຊ່ຽວຊານຫຼາຍກວ່າ 5.000 ຄົນ ຈາກຫຼາຍກວ່າ 50 ປະເທດ ແລະ ພາກພື້ນໃນແຕ່ລະປີ ເຮັດໃຫ້ງານວາງສະແດງອຸດສາຫະກຳຊາໂລກ ກາຍເປັນງານວາງສະແດງພິເສດຂອງອຸດສາຫະກໍາຊາສາກົນທີ່ມີຈໍານວນປະເທດເຂົ້າຮ່ວມຫຼາຍທີ່ສຸດໃນໂລກ.

ງານດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກງານວາງສະແດງຊາໂລກ ແລະ ຮ່ວມຈັດໂດຍມູນນິທິ Desert Oasis ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ແລະ ເມືອງອື່ນໆໃນສະຫະລັດອາເມຣິກາ.

    ໃນງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 18 ທີ່ຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງກວາງຊີ ສປ ຈີນ ໃນວັນທີ 10 ກັນຍາ 2021 ຜ່ານມາ ບໍລິສັດ ສວນຊາ 36 ກໍໄດ້ນໍາຜະລິດຕະພັນຊາຂອງລາວເຮົາເຂົ້າຮ່ວມວາງສະແດງອີກດ້ວຍ.

error: Content is protected !!